Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 9:5 - ພຣະຄຳພີສັກສິ

5 ພວກເຂົາ​ໄດ້​ນຳ​ທຸກໆ​ສິ່ງ​ທີ່​ໂມເຊ​ໄດ້​ສັ່ງ​ນັ້ນ​ມາ​ທາງໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຊຸມຊົນ​ທັງປວງ​ເຕົ້າໂຮມ​ກັນ​ຫຍັບ​ເຂົ້າມາ​ໃກ້ ແລະ​ໄດ້ຢືນ​ຕໍ່ໜ້າ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 9:5
7 Jak'a apnaqawi uñst'ayäwi  

ສະນັ້ນ ກະສັດ​ດາວິດ​ຈຶ່ງ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ໄປ​ບ່ອນ​ທີ່​ໄດ້​ຖືກ​ຈັດຕຽມ​ໄວ້​ແລ້ວ.


ເມື່ອ​ເຖິງ​ເດືອນ​ທີ​ເຈັດ ປະຊາຊົນ​ອິດສະຣາເອນ​ກໍໄດ້​ຕັ້ງ​ຖິ່ນຖານ ຢູ່​ຕາມ​ບ້ານເກີດ​ເມືອງນອນ​ຂອງຕົນ​ໝົດ​ທຸກ​ຄົນ. ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ນັ້ນ ພວກເຂົາ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ຄື​ທີ່​ສີ່ແຍກ​ກາງເມືອງ​ຢູ່​ຕໍ່ໜ້າ​ປະຕູນໍ້າ. ພວກເຂົາ​ຂໍຮ້ອງ​ເອຊະຣາ ຜູ້​ທີ່​ເປັນ​ປະໂຣຫິດ ແລະ​ເປັນ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຜ່ານ​ທາງ​ໂມເຊ ນຳ​ໜັງສື​ກົດບັນຍັດ​ອອກ​ມາ.


ໂມເຊ​ໄດ້​ນຳ​ພວກເຂົາ​ອອກ​ຈາກ​ຄ້າຍພັກ​ໄປ​ເຝົ້າ​ພຣະເຈົ້າ ແລະ​ຢຸດ​ຢູ່​ທີ່​ຕີນ​ພູ.


ສ່ວນ​ງົວເຖິກ​ກັບ​ລູກແກະ​ເຖິກ​ນັ້ນ​ແມ່ນ​ໃຫ້​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ພວກເຂົາ​ຕ້ອງ​ຖວາຍບູຊາ​ສັດ​ເຫຼົ່ານີ້​ຕໍ່ໜ້າ​ພຣະເຈົ້າຢາເວ ພ້ອມ​ກັບ​ຖວາຍ​ພືດຜົນ​ເປັນເມັດ​ປົນ​ນໍ້າມັນ​ໝາກກອກເທດ. ພວກເຂົາ​ຕ້ອງ​ເຮັດ​ສິ່ງ​ເຫຼົ່ານີ້ ເພາະວ່າ​ພຣະເຈົ້າຢາເວ​ຈະ​ປາກົດ​ແກ່​ພວກເຂົາ​ໃນ​ມື້ນີ້.”


ໂມເຊ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ທັງໝົດ​ນີ້ ເພື່ອ​ວ່າ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ປາກົດ​ແກ່​ພວກເຈົ້າ.”


ຈົ່ງ​ເອີ້ນ​ທຸກໆ​ຄົນ​ມາ​ເຕົ້າໂຮມ​ກັນ​ເຊັ່ນ: ຜູ້ຊາຍ, ຜູ້ຍິງ, ເດັກນ້ອຍ ແລະ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້ຍິນ​ແລະ​ຮຽນຮູ້ ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ​ຢ່າງ​ສັດຊື່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka