Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 9:3 - ພຣະຄຳພີສັກສິ

3 ແລ້ວ​ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ນຳ​ແບ້ເຖິກ​ໂຕໜຶ່ງ ມາ​ຖວາຍ​ເພື່ອ​ລຶບລ້າງ​ບາບ ພ້ອມ​ທັງ​ລູກ​ງົວເຖິກ​ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ແນວ​ລະ​ໂຕ. ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ເປັນ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 9:3
22 Jak'a apnaqawi uñst'ayäwi  

ຕໍ່ມາ ພວກເຂົາ​ກໍ​ຂ້າ​ແບ້ ແລະ​ເອົາ​ເສື້ອລ່າມ​ຂອງ​ໂຢເຊັບ​ຈຸ່ມ​ໃສ່​ເລືອດ​ນັ້ນ


ພວກເຂົາ​ໄດ້​ສັນຍາ​ວ່າ​ຈະ​ຢ່າຮ້າງ​ເມຍ ແລະ​ໄດ້​ຖວາຍ​ແກະເຖິກ​ໂຕໜຶ່ງ​ເປັນ​ເຄື່ອງ​ບູຊາ ເພື່ອ​ລົບລ້າງ​ບາບ​ຂອງ​ພວກຕົນ.


ສຳລັບ​ການ​ອຸທິດ​ຖວາຍ​ວິຫານ​ຂອງ​ພຣະເຈົ້າ​ນີ້ ພວກເຂົາ​ໄດ້​ຖວາຍ​ງົວເຖິກ​ໜຶ່ງຮ້ອຍ​ໂຕ, ແກະເຖິກ​ສອງຮ້ອຍ​ໂຕ, ລູກແກະເຖິກ​ສີ່ຮ້ອຍ​ໂຕ​ເປັນ​ເຄື່ອງ​ບູຊາ ແລະ​ພວກເຂົາ​ໄດ້​ຖວາຍ​ແບ້ເຖິກ​ສິບສອງ​ໂຕ ເປັນ​ການ​ລົບລ້າງ​ບາບ ຄື​ໂຕໜຶ່ງ​ສຳລັບ​ເຜົ່າ​ໜຶ່ງ.


ລູກແກະ​ຫລື​ລູກ​ແບ້​ທີ່​ຈະ​ເລືອກ​ເອົາ​ນັ້ນ​ຈະ​ຕ້ອງ​ເປັນ​ໂຕ​ເຖິກ​ອາຍຸ​ໜຶ່ງ​ປີ ແລະ​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ໃດໆ​ທັງ​ສິ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


ໂມເຊ​ໄດ້​ສອບ​ຖາມ​ກ່ຽວກັບ​ຊີ້ນ​ແບ້​ທີ່​ໄດ້​ຖວາຍ​ເພື່ອ​ລຶບລ້າງ​ບາບ​ນັ້ນ ເມື່ອ​ເພິ່ນ​ຮູ້​ວ່າ​ແບ້​ນັ້ນ​ໄດ້​ເຜົາ​ໝົດ​ເສຍ​ແລ້ວ. ໂມເຊ​ຈຶ່ງ​ຮ້າຍ​ເອເລອາຊາ​ແລະ​ອີທາມາ​ກ່ຽວກັບ​ເລື່ອງ​ນີ້. ເພິ່ນ​ໄດ້​ຖາມ​ເຂົາ​ວ່າ,


ເມື່ອ​ກຳນົດ​ຊຳລະຕົວ​ໃຫ້​ບໍຣິສຸດ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ບໍ່​ວ່າ​ໄດ້​ລູກ​ຜູ້ຍິງ​ຫລື​ລູກ​ຜູ້ຊາຍ​ກໍດີ ນາງ​ຈະ​ຕ້ອງ​ນຳ​ລູກແກະ​ອາຍຸ​ໜຶ່ງ​ປີ ມາ​ໃຫ້​ປະໂຣຫິດ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ເພື່ອ​ເຮັດ​ພິທີ​ເຜົາ​ຖວາຍບູຊາ ແລະ​ນົກ​ກາງແກ​ຫລື​ນົກເຂົາ​ໜຶ່ງ​ໂຕ ເພື່ອ​ຖວາຍບູຊາ​ລຶບລ້າງ​ບາບ.


ໃນ​ວັນ​ທີ​ແປດ ລາວ​ຈະ​ຕ້ອງ​ນຳ​ສິ່ງຂອງ​ເຫຼົ່ານີ້​ມາ​ຄື: ແກະເຖິກ​ສອງ​ໂຕ ແລະ​ລູກ​ແກະແມ່​ອາຍຸ​ໜຶ່ງ​ປີ​ໂຕໜຶ່ງ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ, ແປ້ງ​ປົນ​ນໍ້າມັນ​ໝາກກອກເທດ​ສອງ​ກິໂລກຼາມ ແລະ​ນໍ້າມັນ​ໝາກກອກເທດ​ເຄິ່ງ​ລິດ.


ຫລັງຈາກ​ນັ້ນ ເພິ່ນ​ຈະ​ຕ້ອງ​ຂ້າ​ແບ້​ເພື່ອ​ຖວາຍ​ລຶບລ້າງ​ບາບ​ຂອງ​ປະຊາຊົນ ແລ້ວ​ນຳ​ເລືອດ​ແບ້​ນັ້ນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ຊິດ​ໃສ່​ເທິງ​ຝາອັດ​ຫີບ​ແລະ​ຊິດ​ໃສ່​ທາງ​ດ້ານ​ໜ້າ​ຂອງ​ຫີບ​ພັນທະສັນຍາ ແບບ​ດຽວ​ກັບ​ຊິດ​ເລືອດ​ຂອງ​ງົວເຖິກ​ໜຸ່ມ.


ສ່ວນ​ຊຸມຊົນ​ອິດສະຣາເອນ​ນັ້ນ​ຈະ​ຕ້ອງ​ນຳ​ແບ້ເຖິກ​ສອງ​ໂຕ ມາ​ໃຫ້​ອາໂຣນ​ເພື່ອ​ຖວາຍ​ລຶບລ້າງ​ບາບ ແລະ​ແກະເຖິກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ.


ໃນ​ວັນ​ທີ່​ພວກເຈົ້າ​ຖວາຍ​ພືດຜົນ​ເປັນເມັດ​ແກວ່ງໄປ​ແກວ່ງມາ​ນັ້ນ ພວກເຈົ້າ​ຈົ່ງ​ເຜົາ​ລູກແກະ​ໂຕໜຶ່ງ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ອາຍຸ​ໜຶ່ງ​ປີ ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.


ຕໍ່ມາ ເມື່ອ​ລາວ​ຮູ້​ວ່າ​ສິ່ງ​ທີ່​ຕົນ​ໄດ້​ເຮັດ​ໄປ​ນັ້ນ​ເປັນ​ບາບ ລາວ​ຈະ​ຕ້ອງ​ນຳ​ແບ້ເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ.


ຖ້າ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ເຮັດ​ບາບ ແລະ​ໄດ້​ນຳ​ຄວາມຜິດ​ມາ​ສູ່​ປະຊາຊົນ; ເພື່ອ​ລຶບລ້າງ​ບາບ​ຂອງຕົນ ເພິ່ນ​ຕ້ອງ​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳ​ໜິ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ເພິ່ນ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ເອົາ​ງົວເຖິກໜຸ່ມ​ໂຕໜຶ່ງ ແລະ​ແກະເຖິກ​ໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຄື: ງົວເຖິກໜຸ່ມ​ໃຫ້​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ແກະເຖິກ​ໜຸ່ມ​ໃຫ້​ເຜົາ​ຖວາຍບູຊາ.


ສ່ວນ​ງົວເຖິກ​ກັບ​ລູກແກະ​ເຖິກ​ນັ້ນ​ແມ່ນ​ໃຫ້​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ພວກເຂົາ​ຕ້ອງ​ຖວາຍບູຊາ​ສັດ​ເຫຼົ່ານີ້​ຕໍ່ໜ້າ​ພຣະເຈົ້າຢາເວ ພ້ອມ​ກັບ​ຖວາຍ​ພືດຜົນ​ເປັນເມັດ​ປົນ​ນໍ້າມັນ​ໝາກກອກເທດ. ພວກເຂົາ​ຕ້ອງ​ເຮັດ​ສິ່ງ​ເຫຼົ່ານີ້ ເພາະວ່າ​ພຣະເຈົ້າຢາເວ​ຈະ​ປາກົດ​ແກ່​ພວກເຂົາ​ໃນ​ມື້ນີ້.”


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka