23 ໂມເຊແລະອາໂຣນໄດ້ເຂົ້າໄປໃນຫໍເຕັນບ່ອນຊຸມນຸມ ແລະເມື່ອອອກມາແລ້ວ ພວກເພິ່ນທັງສອງໄດ້ອວຍພອນປະຊາຊົນ ແລະສະຫງ່າຣາສີຂອງພຣະເຈົ້າຢາເວກໍປາກົດໃຫ້ປະຊາຊົນທັງໝົດໄດ້ເຫັນ.
ເມື່ອກະສັດໂຊໂລໂມນໄດ້ພາວັນນາອະທິຖານຈົບແລ້ວ ກໍມີໄຟລົງມາຈາກສະຫວັນລຸກໄໝ້ເຄື່ອງບູຊາຕ່າງໆ ແລະສະຫງ່າຣາສີຂອງພຣະເຈົ້າຢາເວກໍຫຸ້ມເຕັມຢູ່ທີ່ພຣະວິຫານ.
ໃນຂະນະທີ່ອາໂຣນກຳລັງກ່າວແກ່ຊຸມຊົນອິດສະຣາເອນຢູ່ນັ້ນ ພວກເຂົາຕ່າງກໍຫັນໜ້າແນມໄປທາງຖິ່ນແຫ້ງແລ້ງກັນດານ ແລະໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວກໍໄດ້ປາກົດຂຶ້ນໃນເມກ.
ແລ້ວໂມເຊກໍກວດເບິ່ງທຸກໆສິ່ງ ແລະເຫັນວ່າ ພວກເຂົາໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ. ດັ່ງນັ້ນ ໂມເຊຈຶ່ງໄດ້ອວຍພອນພວກເຂົາ.
ສ່ວນງົວເຖິກກັບລູກແກະເຖິກນັ້ນແມ່ນໃຫ້ຖວາຍເພື່ອຄວາມສາມັກຄີທຳ. ພວກເຂົາຕ້ອງຖວາຍບູຊາສັດເຫຼົ່ານີ້ຕໍ່ໜ້າພຣະເຈົ້າຢາເວ ພ້ອມກັບຖວາຍພືດຜົນເປັນເມັດປົນນໍ້າມັນໝາກກອກເທດ. ພວກເຂົາຕ້ອງເຮັດສິ່ງເຫຼົ່ານີ້ ເພາະວ່າພຣະເຈົ້າຢາເວຈະປາກົດແກ່ພວກເຂົາໃນມື້ນີ້.”
ໂມເຊໄດ້ກ່າວວ່າ, “ພຣະເຈົ້າຢາເວໄດ້ສັ່ງໃຫ້ພວກເຈົ້າເຮັດສິ່ງທັງໝົດນີ້ ເພື່ອວ່າແສງສຸກໃສແຫ່ງສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ຈະປາກົດແກ່ພວກເຈົ້າ.”
ຊຸມຊົນທັງໝົດກຳລັງຈະໃຊ້ຫີນແກວ່ງໃສ່ໂມເຊແລະອາໂຣນໃຫ້ຕາຍ, ແຕ່ໃນທັນໃດນັ້ນ ປະຊາຊົນໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າຢາເວປາກົດທີ່ເທິງຫໍເຕັນບ່ອນຊຸມນຸມ.
ແລ້ວໂກຣາກໍຮວບຮວມພັກພວກຂອງຕົນ ມາຢືນປະເຊີນໜ້າກັບໂມເຊແລະອາໂຣນ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍປາກົດຕໍ່ຊຸມຊົນທັງໝົດ
ຫລັງຈາກທີ່ພວກເຂົາໄດ້ມາເຕົ້າໂຮມກັນ ເພື່ອປະທ້ວງໂມເຊກັບອາໂຣນແລ້ວ ພວກເຂົາຕ່າງກໍຫັນໜ້າໄປທາງຫໍເຕັນບ່ອນຊຸມນຸມ; ພວກເຂົາຈຶ່ງເຫັນສະຫງ່າຣາສີຂອງພຣະເຈົ້າຢາເວປາກົດຂຶ້ນ.