Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 9:22 - ພຣະຄຳພີສັກສິ

22 ອາໂຣນ​ໄດ້​ຍົກ​ມື​ຂຶ້ນ​ຢຽດ​ໃສ່​ປະຊາຊົນ​ເພື່ອ​ອວຍພອນ​ພວກເຂົາ ເມື່ອ​ເພິ່ນ​ໄດ້​ເຮັດ​ພິທີ​ຖວາຍບູຊາ​ທຸກຢ່າງ​ແລ້ວ ກໍໄດ້​ລົງ​ມາ​ຈາກ​ແທ່ນບູຊາ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 9:22
16 Jak'a apnaqawi uñst'ayäwi  

ເພິ່ນ​ຂໍ​ພອນ​ຈາກ​ພຣະເຈົ້າ​ສຳລັບ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ໃນ​ທີ່ນັ້ນ​ດ້ວຍ​ສຽງດັງ. ເພິ່ນ​ກ່າວ​ວ່າ,


ອຳຣາມ​ລູກຊາຍ​ກົກ​ຂອງ​ເພິ່ນ​ເປັນ​ພໍ່​ຂອງ​ອາໂຣນ​ແລະ​ໂມເຊ. (ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ​ໄດ້​ຖືກ​ແຍກ​ອອກ​ຢູ່​ຕ່າງຫາກ ເພື່ອ​ເບິ່ງແຍງ​ເຄື່ອງ​ສັກສິດ​ຕ່າງໆ​ຕະຫລອດໄປ​ເຊັ່ນ: ເຜົາ​ເຄື່ອງຫອມ​ຕ່າງໆ​ຕໍ່ໜ້າ​ພຣະເຈົ້າຢາເວ, ຮັບໃຊ້​ພຣະອົງ ແລະ​ອວຍພອນ​ປະຊາຊົນ​ໃນ​ນາມ​ຂອງ​ພຣະອົງ.


ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ຢືນ​ຢູ່​ທີ່​ນັ້ນ. ກະສັດ​ໄດ້​ຫັນໜ້າ​ມາ​ທາງ​ພວກເຂົາ ແລະ​ຂໍ​ພຣະເຈົ້າ​ອວຍພອນ​ພວກເຂົາ.


ຂໍ​ໃຫ້​ນາມ​ກະສັດ​ນັ້ນ​ຢ່າ​ເປັນ​ທີ່​ລືມໄລ​ໄປ ຂໍ​ໃຫ້​ຊື່ສຽງ​ເພິ່ນ​ຍືນຍົງ​ດັ່ງ​ດວງອາທິດ ຂໍ​ໃຫ້​ທຸກ​ຊົນຊາດ​ຂໍ​ພຣະເຈົ້າ​ອວຍພອນ​ພວກຕົນ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ອວຍພອນ​ແກ່​ກະສັດ​ນັ້ນ.


ແລ້ວ​ໂມເຊ​ກໍ​ກວດເບິ່ງ​ທຸກໆ​ສິ່ງ ແລະ​ເຫັນ​ວ່າ ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ. ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ອວຍພອນ​ພວກເຂົາ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ


ແລ້ວ​ພຣະອົງ​ກໍໄດ້​ອູ້ມ​ເດັກນ້ອຍ​ນັ້ນ ວາງ​ມື​ໃສ່​ແລະ​ອວຍພອນ​ໃຫ້​ພວກເຂົາ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ພາ​ພວກເພິ່ນ​ອອກ​ຈາກ​ນະຄອນ​ໄປ​ຍັງ​ບ້ານ​ເບັດທານີ ແລະ​ໃນ​ທີ່ນັ້ນ ພຣະອົງ​ຍົກ​ມື​ຂຶ້ນ​ອວຍພອນ​ພວກເພິ່ນ.


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ອົງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ຄືນ​ມາ​ແລ້ວ ກໍ​ຊົງ​ໃຊ້​ພຣະອົງ​ມາ​ຫາ​ທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍ​ພຣະພອນ​ແກ່​ພວກທ່ານ ໂດຍ​ໃຫ້​ທຸກຄົນ​ກັບ​ຈາກ​ການ​ຊົ່ວຮ້າຍ​ຂອງຕົນ.”


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຄວາມຮັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ສາມັກຄີທຳ​ກັບ​ພຣະວິນຍານ​ບໍຣິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ໄດ້​ແຕ່ງຕັ້ງ​ພວກ​ຜູ້ຊາຍ​ໃນ​ເຜົ່າເລວີ ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ຢືນຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ໃຫ້​ຮັບໃຊ້​ພຣະອົງ ເພື່ອ​ໃຫ້​ກ່າວ​ຄຳອວຍພອນ​ໃນ​ນາມ​ຂອງ​ພຣະອົງ​ຈົນເຖິງ​ທຸກ​ວັນ​ນີ້.


ໃຫ້​ພວກ​ປະໂຣຫິດ​ຊາວ​ເລວີ​ໄປ​ຮ່ວມ​ໃນ​ພິທີ​ເໝືອນກັນ ເພາະ​ແມ່ນ​ພວກເຂົາ​ທີ່​ເປັນ​ຜູ້ຕັດສິນ​ຊີ້ຂາດ​ທຸກໆ​ຄະດີ​ຕາມ​ກົດບັນຍັດ​ກ່ຽວກັບ​ການ​ທຳລາຍ​ຮ່າງກາຍ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເລືອກ​ເອົາ​ປະໂຣຫິດ​ຊາວ​ເລວີ​ໃຫ້​ຮັບໃຊ້​ພຣະອົງ ແລະ​ໃຫ້​ກ່າວ​ຄຳອວຍພອນ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ.


ຢ່າ​ຮ້າຍ​ຕອບ​ແທນ​ການ​ຮ້າຍ ແລະ​ຢ່າ​ປ້ອຍດ່າ​ຕອບ​ແທນ​ການ​ປ້ອຍດ່າ, ແຕ່​ກົງກັນຂ້າມ​ຈົ່ງ​ອວຍພອນ​ແກ່​ພວກເຂົາ. ດ້ວຍວ່າ, ພຣະເຈົ້າ​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ການ​ຢ່າງ​ນີ້​ແຫຼະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ພຣະພອນ​ມາ​ເປັນ​ມໍຣະດົກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka