Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 9:2 - ພຣະຄຳພີສັກສິ

2 ເພິ່ນ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ເອົາ​ງົວເຖິກໜຸ່ມ​ໂຕໜຶ່ງ ແລະ​ແກະເຖິກ​ໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຄື: ງົວເຖິກໜຸ່ມ​ໃຫ້​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ແກະເຖິກ​ໜຸ່ມ​ໃຫ້​ເຜົາ​ຖວາຍບູຊາ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 9:2
15 Jak'a apnaqawi uñst'ayäwi  

“ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຈະ​ເຮັດ​ໃນ​ການ​ອຸທິດ​ຖວາຍ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. ຈົ່ງ​ເອົາ​ງົວເຖິກໜຸ່ມ​ໂຕໜຶ່ງ ແລະ​ແກະເຖິກ​ສອງ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍ.


ໃນ​ວັນ​ທີ​ສິບສອງ​ຂອງ​ເດືອນ​ທີ​ສິບ ອັນ​ກົງ​ກັບ​ປີ​ທີ​ສິບ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ແກະ ຫລື​ແບ້​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ ຕ້ອງ​ໃຫ້​ເປັນ​ໂຕ​ເຖິກ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ.


ຫລັງຈາກ​ລາວ​ໄດ້​ນຳ​ງົວເຖິກ​ໜຸ່ມ​ໂຕໜຶ່ງ​ມາ ເພື່ອ​ຖວາຍ​ລຶບລ້າງ​ບາບ ແລະ​ແກະເຖິກ​ໜຸ່ມ​ໂຕໜຶ່ງ ເພື່ອ​ເຜົາ​ບູຊາ​ແລ້ວ; ລາວ​ຈຶ່ງ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ໄດ້.”


ສ່ວນ​ຊຸມຊົນ​ອິດສະຣາເອນ​ນັ້ນ​ຈະ​ຕ້ອງ​ນຳ​ແບ້ເຖິກ​ສອງ​ໂຕ ມາ​ໃຫ້​ອາໂຣນ​ເພື່ອ​ຖວາຍ​ລຶບລ້າງ​ບາບ ແລະ​ແກະເຖິກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ.


ຖ້າ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ເຮັດ​ບາບ ແລະ​ໄດ້​ນຳ​ຄວາມຜິດ​ມາ​ສູ່​ປະຊາຊົນ; ເພື່ອ​ລຶບລ້າງ​ບາບ​ຂອງຕົນ ເພິ່ນ​ຕ້ອງ​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳ​ໜິ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ແລ້ວ​ໂມເຊ​ກໍໄດ້​ນຳ​ງົວເຖິກ​ມາ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ພາກັນ​ວາງ​ມື​ລົງ​ເທິງ​ຫົວ​ສັດ.


ຕໍ່ມາ ໂມເຊ​ໄດ້​ນຳ​ແກະເຖິກ​ມາ ເພື່ອ​ເຜົາບູຊາ. ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ສັດ.


ແລ້ວ​ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ນຳ​ແບ້ເຖິກ​ໂຕໜຶ່ງ ມາ​ຖວາຍ​ເພື່ອ​ລຶບລ້າງ​ບາບ ພ້ອມ​ທັງ​ລູກ​ງົວເຖິກ​ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ແນວ​ລະ​ໂຕ. ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ເປັນ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


ເພາະເຫດນີ້ ເພິ່ນ​ຈຶ່ງ​ຕ້ອງ​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ ບໍ່ແມ່ນ​ສຳລັບ​ລຶບລ້າງ​ບາບ​ຂອງ​ພົນລະເມືອງ​ເທົ່ານັ້ນ ແຕ່​ສຳລັບ​ລຶບລ້າງ​ບາບ​ຂອງ​ຕົນເອງ​ດ້ວຍ.


ພຣະອົງ​ບໍ່​ຕ້ອງ​ຊົງ​ນຳ​ເຄື່ອງ​ບູຊາ​ມາ​ທຸກໆ​ວັນ ເໝືອນ​ດັ່ງ​ມະຫາ​ປະໂຣຫິດ​ຄົນ​ອື່ນໆ ຜູ້​ຊຶ່ງ​ຕອນ​ທຳອິດ​ຖວາຍ​ສຳລັບ​ການບາບ​ຂອງ​ຕົນເອງ ແລ້ວ​ຈຶ່ງ​ຖວາຍ​ສຳລັບ​ຄວາມ​ບາບ​ຂອງ​ພົນລະເມືອງ ສ່ວນ​ພຣະອົງ ໄດ້​ຊົງ​ຖວາຍ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ຄື​ເມື່ອ​ພຣະອົງ​ໄດ້​ຊົງ​ນຳ​ພຣະອົງ​ເອງ​ມາ​ຖວາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka