Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 9:12 - ພຣະຄຳພີສັກສິ

12 ອາໂຣນ​ໄດ້​ຂ້າປາດຄໍ​ສັດ​ຊຶ່ງ​ເປັນ​ການ​ເຜົາ​ຖວາຍບູຊາ​ສຳລັບ​ຕົນເອງ. ພວກ​ລູກຊາຍ​ຂອງ​ລາວ​ໄດ້​ນຳ​ເລືອດ​ມາ ແລະ​ອາໂຣນ​ກໍໄດ້​ຖອກ​ເລືອດ​ນັ້ນ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 9:12
9 Jak'a apnaqawi uñst'ayäwi  

ອາໂຣນ​ໄດ້​ຕອບ​ວ່າ, “ເບິ່ງແມ! ໃນ​ມື້ນີ້ ປະຊາຊົນ​ໄດ້​ນຳ​ເຄື່ອງ​ມາ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ພວກເຂົາ​ກໍໄດ້​ນຳ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ, ແຕ່​ເຖິງປານນັ້ນ ເລື່ອງ​ຫຍຸ້ງຍາກ​ແບບນີ້​ກໍ​ຍັງ​ຕົກ​ຖືກ​ຂ້ອຍ​ຈົນ​ໄດ້. ຖ້າ​ຂ້ອຍ​ກິນ​ເຄື່ອງ​ຖວາຍບູຊາ​ລຶບລ້າງ​ບາບ​ໃນ​ມື້ນີ້ ຈະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ເຫັນຊອບ​ບໍ?”


ແຕ່​ລາວ​ໄດ້​ເຜົາ​ຊີ້ນ​ແລະ​ໜັງ​ຢູ່​ນອກຄ້າຍ.


ພວກ​ລູກຊາຍ​ຂອງ​ລາວ​ໄດ້​ນຳ​ຫົວ ແລະ​ສ່ວນ​ອື່ນໆ​ຂອງ​ສັດ​ມາ​ໃຫ້​ອາໂຣນ ແລະ​ເພິ່ນ​ກໍໄດ້​ນຳ​ໄປ​ເຜົາ​ເທິງ​ແທ່ນບູຊາ.


ເພິ່ນ​ຍັງ​ໄດ້​ນຳ​ສັດ​ມາ​ເຜົາ​ຖວາຍບູຊາ​ອີກ​ຕາມ​ລະບຽບ​ການ​ທຸກຢ່າງ.


ພວກ​ລູກຊາຍ​ຂອງ​ລາວ​ໄດ້​ນຳ​ເລືອດ​ມາ ແລະ​ອາໂຣນ​ກໍ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ ແລະ​ເອົາ​ເລືອດ​ສ່ວນ​ໜຶ່ງ​ທາ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ແລະ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ຂອງ​ແທ່ນບູຊາ.


ແລະ ຈົ່ງ​ດຳເນີນ​ຊີວິດ​ນັ້ນ​ໃນ​ຄວາມຮັກ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຊົງ​ຮັກ​ເຈົ້າ​ທັງຫລາຍ ແລະ​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ ໃຫ້​ເປັນ​ເຄື່ອງ​ບູຊາ​ແລະ​ເຄື່ອງ​ຖວາຍ ທີ່​ມີ​ກິ່ນ​ຫອມຫວານ​ແກ່​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka