10 ຕໍ່ມາ ລາວໄດ້ເຜົາໄຂມັນ, ໝາກໄຂ່ຫລັງທັງສອງ ແລະໜັງບາງໆຫຸ້ມຫໍ່ຕັບເທິງແທ່ນບູຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊທຸກປະການ.
ຂ້າແດ່ພຣະເຈົ້າ ເຄື່ອງບູຊາທີ່ພຣະເຈົ້າພໍພຣະໄທນັ້ນ ແມ່ນຈິດວິນຍານທີ່ຖ່ອມຕົວລົງ ພຣະເຈົ້າບໍ່ໄດ້ຊົງລັງກຽດຈິດໃຈທີ່ຖ່ອມຕົວລົງ ແລະການກັບໃຈໃໝ່ແທ້ຂອງຂ້ານ້ອຍ.
ຕໍ່ໄປ ເຈົ້າຈົ່ງເອົາເຄື່ອງໃນໄຂມັນ, ໜັງບາງໆຫຸ້ມຫໍ່ຕັບ, ແລະໝາກໄຂ່ຫຼັງທັງສອງໜ່ວຍພ້ອມໄຂມັນທີ່ຕິດຢູ່ນັ້ນ ເຜົາເທິງແທ່ນບູຊາຖວາຍແກ່ເຮົາ.
ລູກເອີຍ ຂໍໃຈຂອງເຈົ້າໃຫ້ເຮົາເທາະ ແລະຈົ່ງໃຫ້ຕາຂອງເຈົ້າສັງເກດເບິ່ງແບບຢ່າງທັງຫຼາຍຂອງເຮົາ.
ພຣະເຈົ້າຢາເວກ່າວວ່າດັ່ງນີ້: “ການທີ່ທ່ານທົນທຸກຄືຄວາມປະສົງຂອງເຮົາ ຄວາມຕາຍຂອງທ່ານເປັນເຄື່ອງບູຊາ ເພື່ອນຳເອົາການຍົກໂທດມາໃຫ້. ທ່ານຈຶ່ງໄດ້ເຫັນເຊື້ອສາຍມີຊີວິດຍາວໄກ ເປົ້າໝາຍຂອງພຣະເຈົ້າຢາເວຈະສຳເລັດທາງທ່ານ.
ເຮົາເປັນພຣະເຈົ້າອົງສູງສຸດ, ອົງບໍຣິສຸດ, ແລະອົງຊົງຊີວິດຢູ່ຕະຫລອດໄປ. ເຮົາຢູ່ໃນສະຖານທີ່ສູງສຸດແລະບໍຣິສຸດ; ແຕ່ເຮົາຢູ່ນຳປະຊາຊົນຜູ້ທີ່ຖ່ອມໃຈແລະຜູ້ທີ່ກັບໃຈໃໝ່ ເພື່ອວ່າເຮົາຈະໄດ້ຟື້ນຟູຈິດວິນຍານ ແລະຄວາມຫວັງຂອງພວກເຂົາຂຶ້ນໃໝ່.
ທຸກສິ່ງເຫຼົ່ານີ້ແມ່ນມືຂອງເຮົາເອງໄດ້ສ້າງທັງໝົດ ສິ່ງທັງໝົດເຫຼົ່ານີ້ຈຶ່ງເກີດຂື້ນມາ. ພຣະເຈົ້າຢາເວກ່າວດັ່ງນີ້: ແຕ່ເຮົາພໍໃຈນຳຜູ້ທີ່ຖ່ອມໃຈ ແລະຜູ້ທີ່ຍອມກັບໃຈໃໝ່ ແລະຜູ້ທີ່ຢຳເກງເຊື່ອຟັງຖ້ອຍຄຳຂອງເຮົາຈົນຕົວສັ່ນ.
ແຕ່ລາວໄດ້ເຜົາຊີ້ນແລະໜັງຢູ່ນອກຄ້າຍ.
ພວກລູກຊາຍຂອງລາວໄດ້ນຳເລືອດມາ ແລະອາໂຣນກໍຈຸ່ມນິ້ວມືລົງໃນເລືອດ ແລະເອົາເລືອດສ່ວນໜຶ່ງທາໃສ່ເຂົາຂອງແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນຂອງແທ່ນບູຊາ.