9 ເມື່ອສຸບໝວກໃຫ້ແລ້ວ ເພິ່ນໄດ້ເອົາເຄື່ອງໝາຍເປັນຄຳປະດັບໃສ່ທາງດ້ານໜ້າໝວກ ຊຶ່ງເປັນມຸງກຸດບໍຣິສຸດໝາຍເຖິງການອຸທິດຖວາຍຕົວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
ຈົ່ງບອກພວກເຂົາໃຫ້ເຮັດແຜ່ນປົກເອິກ, ເສື້ອຄຸມສັ້ນເອໂຟດ, ເສື້ອຄຸມຍາວບໍ່ມີແຂນ, ເສື້ອຄຸມຍາວມີແຂນ, ໝວກສຸບ ແລະຜ້າຮັດແອວ. ພວກເຂົາຕ້ອງເຮັດເຄື່ອງປະຈຳຕຳແໜ່ງປະໂຣຫິດເຫຼົ່ານີ້ໃຫ້ອາໂຣນອ້າຍຂອງເຈົ້າ ແລະພວກລູກຊາຍຂອງລາວ ເພື່ອພວກເຂົາຈະໄດ້ບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
ຈົ່ງສຸບໝວກໃຫ້ລາວ ແລະມັດເຄື່ອງປະດັບທີ່ຈາລຶກວ່າ ‘ອຸທິດຖວາຍແດ່ອົງພຣະຜູ້ເປັນເຈົ້າ’ ໃສ່ທາງໜ້າໝວກ
ໂມເຊກໍເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
ດັ່ງນັ້ນ ອາໂຣນແລະພວກລູກຊາຍຂອງລາວຈຶ່ງໄດ້ປະຕິບັດຕາມ ສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊທຸກປະການ.
ເທວະດາຕົນນັ້ນໄດ້ສັ່ງໃຫ້ພວກທີ່ຄອຍຮັບໃຊ້ເພິ່ນນັ້ນສຸບ ຜ້າພັນຫົວອັນສະອາດໃສ່ຫົວຂອງເຢຊູອາ. ພວກເຂົາກໍໄດ້ປະຕິບັດຕາມແລະຍັງໄດ້ເອົາເຄື່ອງໃໝ່ນຸ່ງໃຫ້ເພິ່ນ ໃນຂະນະທີ່ເທວະດາຂອງພຣະເຈົ້າຢາເວຢືນຢູ່ໃນທີ່ນັ້ນ.