8 ແລ້ວເພິ່ນກໍເອົາແຜ່ນຮອງເອິກໃສ່ໃຫ້ ພ້ອມທັງເອົາອຸຣິມແລະທຸມມິມ ໃສ່ໃນນັ້ນດ້ວຍ.
ຜູ້ປົກຄອງຊາວຢິວໄດ້ສັ່ງບໍ່ໃຫ້ພວກເຂົາກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າ ຈົນກວ່າຈະມີປະໂຣຫິດທີ່ສາມາດໃຊ້ອຸຣິມ ແລະທຸມມິມ.
ຜູ້ປົກຄອງຊາວຢິວໄດ້ສັ່ງບໍ່ໃຫ້ພວກເຂົາກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າ ຈົນກວ່າຈະມີປະໂຣຫິດທີ່ສາມາດໃຊ້ອູຣິມ ແລະທູມມິມ.
“ນີ້ແມ່ນສິ່ງທີ່ເຈົ້າຈະເຮັດໃນການອຸທິດຖວາຍອາໂຣນ ແລະພວກລູກຊາຍຂອງລາວ ເພື່ອບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. ຈົ່ງເອົາງົວເຖິກໜຸ່ມໂຕໜຶ່ງ ແລະແກະເຖິກສອງໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິມາຖວາຍ.
ນອກຈາກນ້ອງແລ້ວ ຂໍອ້າຍຢ່າສູ່ຮັກຍິງອື່ນໃດ ນອກຈາກນ້ອງ ຂໍຢ່າໃຫ້ມີຍິງໃດຢູ່ໃນອ້ອມກອດ. ຄວາມຮັກມີອຳນາດເທົ່າກັບຄວາມຕາຍ ຄວາມຫລົງໄຫລກໍອັນຕະລາຍເທົ່າກັບປ່າຊ້າ. ມັນເຜົາໄໝ້ໄດ້ເໝືອນດັ່ງແປວໄຟ ແລະໄໝ້ລຸກລາມໄປຢ່າງເຕັມທີ່.
ພຣະອົງຈະສວມຄວາມຍຸດຕິທຳໄວ້ ດັ່ງສວມເສື້ອຫຸ້ມເກາະ ແລະສວມໄຊຊະນະໄວ້ ດັ່ງໃສ່ໝວກແຫ່ງຄວາມພົ້ນ. ພຣະອົງຈະປະດັບຕົນເອງດ້ວຍຄວາມປາຖະໜາອັນແຮງກ້າ ເພື່ອເຮັດທຸກສິ່ງໃຫ້ຖືກຕ້ອງ ທັງລົງໂທດແລະແກ້ແຄ້ນຄວາມຜິດທີ່ປະຊາຊົນທົນທຸກ.
ລາວຈະເພິ່ງປະໂຣຫິດເອເລອາຊາ ຜູ້ທີ່ຈະຮຽນຮູ້ຄວາມປະສົງຂອງເຮົາ ໂດຍໃຊ້ອຸຣິມແລະທຸມມິມ ຕໍ່ໜ້າພຣະເຈົ້າຢາເວ ອັນນີ້ຈະແມ່ນວິທີທີ່ເອເລອາຊາ ນຳພາໂຢຊວຍ ແລະຊຸມຊົນອິດສະຣາເອນ ໃນວຽກການທັງໝົດຂອງພວກເຂົາ.”
ເຫດສະນັ້ນ ເຈົ້າທັງຫລາຍຈົ່ງຢຶດໝັ້ນເອົາຄວາມຈິງຄາດແອວໄວ້ ເອົາຄວາມຊອບທຳເປັນເຄື່ອງປ້ອງກັນເອິກໄວ້
ເພິ່ນໄດ້ເວົ້າເຖິງເຜົ່າເລວີວ່າ, “ໂດຍອຸຣິມແລະທຸມມິມ ຂອງພຣະອົງນັ້ນ ໂຜດເປີດເຜີຍພຣະປະສົງຜ່ານ ໂດຍທາງພວກຜູ້ຮັບໃຊ້ຂອງພຣະອົງ ຄືຊາວເລວີຜູ້ຮັບໃຊ້ທີ່ສັດຊື່; ພຣະອົງໄດ້ທົດສອບເບິ່ງພວກເຂົາເຈົ້າທີ່ມັດສາ ໄດ້ພິສູດເບິ່ງພວກເຂົາວ່າແທ້ຈິງ ທີ່ບໍ່ນໍ້າເມຣີບານັ້ນ.
ແຕ່ຝ່າຍພວກເຮົາແລ້ວ ເປັນຝ່າຍກາງເວັນ ແລະຢ່າໃຫ້ພວກເຮົາເມົາມົວ ພວກເຮົາຕ້ອງສວມຄວາມເຊື່ອ ກັບຄວາມຮັກເປັນເຄື່ອງປ້ອງກັນໜ້າເອິກ ແລະຢຶດຄວາມຫວັງ ວ່າໄດ້ຮັບຄວາມພົ້ນເປັນໝວກເຫຼັກປ້ອງກັນຫົວ.
ຈາກເຜົ່າທັງໝົດໃນຊາດອິດສະຣາເອນ ເຮົາໄດ້ເລືອກເອົາຄອບຄົວຂອງລາວໃຫ້ເປັນປະໂຣຫິດ ເພື່ອບົວລະບັດຮັບໃຊ້ເຮົາທີ່ແທ່ນບູຊາ ເພື່ອເຜົາເຄື່ອງຫອມແລະເພື່ອຖືເອໂຟດ ມາປຶກສາຫາລືກັບເຮົາ. ເຮົາໃຫ້ພວກເຂົາມີສິດຮັບເອົາສ່ວນແບ່ງຂອງເຄື່ອງບູຊາ ທີ່ເຜົາຢູ່ເທິງແທ່ນບູຊາ.
ສະນັ້ນ ເພິ່ນຈຶ່ງຖາມພຣະເຈົ້າຢາເວວ່າຄວນຈະເຮັດຢ່າງໃດ, ແຕ່ພຣະເຈົ້າຢາເວບໍ່ຕອບເພິ່ນຢ່າງໃດໝົດ ບໍ່ວ່າທາງຄວາມຝັນ ຫລືທາງອຸຣິມແລະທຸມມິມ ຫລືທາງຜູ້ທຳນວາຍ.