5 ເພິ່ນໄດ້ກ່າວແກ່ພວກເຂົາວ່າ, “ສິ່ງທີ່ຂ້າພະເຈົ້າຈະເຮັດໄປນີ້ ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ເຮັດ.”
ໂມເຊໄດ້ເຮັດຕາມສິ່ງທີ່ພຣະເຈົ້າຢາເວສັ່ງນັ້ນ ແລະເມື່ອຊຸມຊົນໄດ້ມາເຕົ້າໂຮມກັນທີ່ທາງເຂົ້າຂອງຫໍເຕັນບ່ອນຊຸມນຸມ.
ແລ້ວໂມເຊກໍນຳອາໂຣນແລະພວກລູກຊາຍຂອງລາວ ອອກມາຂ້າງໜ້າ ແລະໃຫ້ພວກເຂົາຮັບພິທີອາບນໍ້າຊຳລະ.