Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 8:4 - ພຣະຄຳພີສັກສິ

4 ໂມເຊ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ສັ່ງ​ນັ້ນ ແລະ​ເມື່ອ​ຊຸມຊົນ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ທາງເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 8:4
19 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ໃຊ້​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ເຮັດ​ເຄື່ອງ​ແຕ່ງກາຍ​ອັນ​ງົດງາມ​ຂອງ​ປະໂຣຫິດ ເພື່ອ​ນຸ່ງ​ເຂົ້າ​ໄປ​ບົວລະບັດ​ຮັບໃຊ້​ໃນ​ບ່ອນ​ສັກສິດ. ພວກເຂົາ​ໄດ້​ເຮັດ​ເຄື່ອງ​ແຕ່ງກາຍ​ຂອງ​ປະໂຣຫິດ​ໃຫ້​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ເພື່ອ​ບໍ່​ໃຫ້​ມັນ​ຫລວມ​ແລະ​ຫລຸດ​ລົງ​ໄດ້ ພວກເຂົາ​ຍັງ​ໄດ້​ຜູກ​ຫູ​ແຜ່ນ​ປົກເອິກ ໃຫ້​ຮັດ​ຕິດ​ກັບ​ເອິກ​ທີ່​ເທິງ​ສາຍ​ແອວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ແລະ​ສາຍແອວ ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ​ຕໍ່າ​ປົນ​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ໂດຍ​ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ​ຢ່າງ​ງາມ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ສ່ວນ​ສາຍຮັດ​ນັ້ນ ໄດ້​ໃຊ້​ຜ້າປ່ານ​ເນື້ອລະອຽດ​ດີ​ເຮັດ ໂດຍ​ຫຍິບ​ຕິດ​ໃສ່​ກັບ​ເສື້ອຄຸມ​ສັ້ນ​ເອໂຟດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ພວກເຂົາ​ປະດັບ​ມັນ​ໄວ້​ທີ່​ເທິງ​ຜ້າ​ຮັດ​ເສື້ອຄຸມສັ້ນ​ເອໂຟດ ເພື່ອ​ໃຫ້​ລະນຶກເຖິງ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ຕໍ່ມາ ໂມເຊ​ກໍໄດ້​ນຳ​ພວກ​ລູກຊາຍ​ຂອງ​ອາໂຣນ​ອອກ​ມາ​ຂ້າງ​ໜ້າ ເອົາ​ເສື້ອຄຸມ​ໃສ່​ໃຫ້, ເອົາ​ຜ້າ​ມັດ​ແອວ​ພວກເຂົາ ແລະ​ເອົາ​ໝວກ​ສຸບ​ໃສ່​ຫົວ​ຂອງ​ພວກເຂົາ, ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ທຸກປະການ.


ແລ້ວ​ເພິ່ນ​ກໍ​ເອົາ​ສ່ວນ​ທີ່​ເຫຼືອ​ຂອງ​ງົວເຖິກ​ໂຕ​ນັ້ນ​ເຊັ່ນ: ໜັງ, ຊີ້ນ, ແລະ​ເຄື່ອງໃນ​ໄສ້​ພຸງ​ໄປ​ເຜົາ​ທີ່​ນອກ​ຄ້າຍ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ທຸກປະການ.


ແລ້ວ​ໂມເຊ​ໄດ້​ເອົາ​ຊີ້ນ​ໜ້າເອິກ​ແກະ ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ຊີ້ນ​ສ່ວນ​ນີ້​ເປັນ​ຂອງ​ໂມເຊ ເມື່ອ​ມີ​ການ​ສະຖາປະນາ. ໂມເຊ​ໄດ້​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.


ແລ້ວ​ຈົ່ງ​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ທາງເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.”


ພວກເຈົ້າ​ຈະ​ຕ້ອງ​ຢູ່​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ທັງເວັນ​ທັງຄືນ​ເປັນ​ເວລາ​ເຈັດ​ວັນ ໂດຍ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. ຖ້າ​ພວກເຈົ້າ​ບໍ່​ເຮັດ​ຕາມ ພວກເຈົ້າ​ຈະ​ຕາຍ. ອັນນີ້ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້.”


ເພິ່ນ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ຂ້າພະເຈົ້າ​ຈະ​ເຮັດ​ໄປ​ນີ້ ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ເຮັດ.”


ເມື່ອ​ສຸບ​ໝວກ​ໃຫ້​ແລ້ວ ເພິ່ນ​ໄດ້​ເອົາ​ເຄື່ອງໝາຍ​ເປັນ​ຄຳ​ປະດັບ​ໃສ່​ທາງ​ດ້ານ​ໜ້າ​ໝວກ ຊຶ່ງ​ເປັນ​ມຸງກຸດ​ບໍຣິສຸດ​ໝາຍ​ເຖິງ​ການ​ອຸທິດ​ຖວາຍ​ຕົວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ດ້ວຍວ່າ​ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຮົາ​ກໍ​ສົ່ງ​ຕໍ່​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ ຄື​ໃນ​ຄືນ​ທີ່​ຢູດາ​ໄດ້​ມອບ​ອົງ​ພຣະເຢຊູເຈົ້າ​ໄວ້​ນັ້ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່​ມາ.


ເລື່ອງ​ທີ່​ເຮົາ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ເຮົາ​ໄດ້​ມອບ​ໄວ້​ແກ່​ເຈົ້າ​ທັງຫລາຍ​ເປັນ​ເລື່ອງ​ສຳຄັນ​ທີ່ສຸດ​ຄື​ວ່າ, ພຣະຄຣິດ​ຊົງ​ສິ້ນພຣະຊົນ​ແທນ​ຄວາມ​ຜິດບາບ​ຂອງ​ເຮົາ​ທັງຫລາຍ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ,


ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້; ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ ຫລື​ຕັດ​ສິ່ງໃດ​ສິ່ງໜຶ່ງ​ເດັດຂາດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka