36 ດັ່ງນັ້ນ ອາໂຣນແລະພວກລູກຊາຍຂອງລາວຈຶ່ງໄດ້ປະຕິບັດຕາມ ສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊທຸກປະການ.
ແລ້ວໂມເຊກໍກວດເບິ່ງທຸກໆສິ່ງ ແລະເຫັນວ່າ ພວກເຂົາໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ. ດັ່ງນັ້ນ ໂມເຊຈຶ່ງໄດ້ອວຍພອນພວກເຂົາ.
ໂມເຊກໍເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
ພວກເຈົ້າຈະຕ້ອງຢູ່ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມທັງເວັນທັງຄືນເປັນເວລາເຈັດວັນ ໂດຍປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. ຖ້າພວກເຈົ້າບໍ່ເຮັດຕາມ ພວກເຈົ້າຈະຕາຍ. ອັນນີ້ ແມ່ນສິ່ງທີ່ເຮົາໄດ້ສັ່ງໄວ້.”
ເມື່ອສຸບໝວກໃຫ້ແລ້ວ ເພິ່ນໄດ້ເອົາເຄື່ອງໝາຍເປັນຄຳປະດັບໃສ່ທາງດ້ານໜ້າໝວກ ຊຶ່ງເປັນມຸງກຸດບໍຣິສຸດໝາຍເຖິງການອຸທິດຖວາຍຕົວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
ຫລັງຈາກມື້ພິທີສະຖາປະນາສຳເລັດແລ້ວ ໂມເຊໄດ້ເອີ້ນອາໂຣນ ແລະພວກລູກຊາຍຂອງລາວມາ ພ້ອມທັງບັນດາຜູ້ນຳຊາດອິດສະຣາເອນດ້ວຍ.
ຈົ່ງເຮັດທຸກສິ່ງຕາມທີ່ຂ້າພະເຈົ້າໄດ້ສັ່ງໄວ້; ຢ່າຕື່ມສິ່ງໃດສິ່ງໜຶ່ງ ຫລືຕັດສິ່ງໃດສິ່ງໜຶ່ງເດັດຂາດ.”
ຢ່າຕື່ມສິ່ງໃດສິ່ງໜຶ່ງໃສ່ສິ່ງທີ່ຂ້າພະເຈົ້າສັ່ງ ແລະຢ່າຕັດສິ່ງໃດສິ່ງໜຶ່ງອອກ. ຈົ່ງຖືຮັກສາຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຊຶ່ງຂ້າພະເຈົ້າໄດ້ມອບໃຫ້ແກ່ພວກເຈົ້າ.
ຊາມູເອນກ່າວວ່າ, “ແມ່ນສິ່ງໃດທີ່ພຣະເຈົ້າຢາເວຕ້ອງການຫລາຍກວ່າ: ການເຊື່ອຟັງ ຫລືຂອງຖວາຍ ແລະເຄື່ອງບູຊາ? ການເຊື່ອຟັງພຣະເຈົ້າຢາເວ ກໍດີກວ່າຖວາຍແກະໂຕດີທີ່ສຸດເປັນເຄື່ອງບູຊາແກ່ພຣະອົງ.