Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 8:3 - ພຣະຄຳພີສັກສິ

3 ແລ້ວ​ຈົ່ງ​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ທາງເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.”

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 8:3
16 Jak'a apnaqawi uñst'ayäwi  

ສະນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້​ເຕົ້າໂຮມ​ປະຊາຊົນ​ອິດສະຣາເອນ​ຈາກ​ທົ່ວ​ປະເທດ ຄື​ຕັ້ງແຕ່​ຊາຍແດນ​ຊີໂຮເຣ​ປະເທດ​ເອຢິບ​ດ້ານ​ໃຕ້ ຈົນ​ຮອດ​ຊ່ອງແຄບ​ຮາມັດ​ທາງ​ດ້ານ​ເໜືອ ເພື່ອ​ໄປ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຈາກ​ເມືອງ​ກີຣີອາດ​ເຢອາຣີມ ມາ​ທີ່​ນະຄອນ​ເຢຣູຊາເລັມ.


ສະນັ້ນ ກະສັດ​ດາວິດ​ຈຶ່ງ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ໄປ​ບ່ອນ​ທີ່​ໄດ້​ຖືກ​ຈັດຕຽມ​ໄວ້​ແລ້ວ.


ໃນ​ເດືອນ​ທີ​ສອງ​ໄດ້​ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.


ສະນັ້ນ ທຸກຄົນ​ຈຶ່ງ​ຊົມຊື່ນ​ຍິນດີ​ເປັນ​ຕົ້ນ: ປະຊາຊົນ​ຊາວ​ຢູດາ, ບັນດາ​ປະໂຣຫິດ​ຊາວ​ເລວີ, ປະຊາຊົນ​ທີ່​ມາ​ແຕ່​ທາງທິດເໜືອ, ຕະຫລອດ​ທັງ​ຊາວ​ຕ່າງດ້າວ​ທີ່​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ຢ່າງ​ຖາວອນ​ໃນ​ອານາຈັກ​ຢູດາຍ​ແລະ​ອິດສະຣາເອນ.


ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ເອີ້ນ​ປະຊຸມ ພວກ​ຜູ້ນຳ​ທຸກ​ເຜົ່າ​ແລະ​ທຸກ​ຕະກຸນ​ຂອງ​ຊາດ​ອິດສະຣາເອນ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຈາກ​ພູເຂົາ​ຊີໂອນ ເມືອງ​ຂອງ​ດາວິດ ມາ​ທີ່​ພຣະວິຫານ.


ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ຊາວ​ອິດສະຣາເອນ ໄດ້​ມາ​ປະຊຸມກັນ​ຕໍ່ໜ້າ​ຫີບ ແລະ​ໄດ້​ຖວາຍ​ແກະ​ແລະ​ງົວ ຈຳນວນ​ຫລວງຫລາຍ​ຈົນ​ນັບ​ບໍ່ຖ້ວນ​ເປັນ​ເຄື່ອງ​ບູຊາ.


ເມື່ອ​ເຖິງ​ເດືອນ​ທີ​ເຈັດ ປະຊາຊົນ​ອິດສະຣາເອນ​ກໍໄດ້​ຕັ້ງ​ຖິ່ນຖານ ຢູ່​ຕາມ​ບ້ານເກີດ​ເມືອງນອນ​ຂອງຕົນ​ໝົດ​ທຸກ​ຄົນ. ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ນັ້ນ ພວກເຂົາ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ຄື​ທີ່​ສີ່ແຍກ​ກາງເມືອງ​ຢູ່​ຕໍ່ໜ້າ​ປະຕູນໍ້າ. ພວກເຂົາ​ຂໍຮ້ອງ​ເອຊະຣາ ຜູ້​ທີ່​ເປັນ​ປະໂຣຫິດ ແລະ​ເປັນ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຜ່ານ​ທາງ​ໂມເຊ ນຳ​ໜັງສື​ກົດບັນຍັດ​ອອກ​ມາ.


ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ໃນ​ທີ່​ຊຸມນຸມ​ໃຫຍ່ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂ້ານ້ອຍ​ຈະ​ຖວາຍບູຊາ​ຕາມ​ທີ່​ໄດ້​ສາບານ​ໄວ້ ຢູ່​ຊ້ອງໜ້າ​ພວກ​ທີ່​ນະມັດສະການ​ພຣະອົງ


ປະໂຣຫິດ​ຈະ​ນຳ​ຊາຍ​ຜູ້​ນີ້​ພ້ອມກັບ​ເຄື່ອງ​ຖວາຍ​ຂອງ​ລາວ​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


“ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ເຮົາ​ມາ​ປາກົດ ແລ້ວ​ເອົາ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ມາ​ພ້ອມ​ກັບ​ນໍ້າມັນ​ເຈີມ​ສັກສິດ, ງົວເຖິກໜຸ່ມ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ແກະເຖິກ ສອງ​ໂຕ ແລະ​ກະຕ່າ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.


ໂມເຊ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ສັ່ງ​ນັ້ນ ແລະ​ເມື່ອ​ຊຸມຊົນ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ທາງເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.


“ຈົ່ງ​ຈັບ​ເອົາ​ໄມ້ຄ້ອນເທົ້າ​ທີ່​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ​ນັ້ນ ແລ້ວ​ໃຫ້​ເຈົ້າ​ແລະ​ອາໂຣນ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ. ຈົ່ງ​ກ່າວ​ແກ່​ໂງ່ນຫີນ​ຕໍ່ໜ້າ​ພວກເຂົາ ແລະ​ນໍ້າ​ກໍ​ຈະ​ໄຫລ​ອອກ​ມາ. ໃນ​ທຳນອງນີ້ ພວກເຈົ້າ​ຈະ​ໄດ້​ນໍ້າ​ໄຫລ​ອອກ​ມາ​ຈາກ​ໂງ່ນຫີນ​ສຳລັບ​ປະຊາຊົນ ສຳລັບ​ພວກເຂົາ​ແລະ​ສັດ​ຂອງ​ພວກເຂົາ​ໄດ້​ດື່ມ.”


ຈາກ​ທີ່​ນັ້ນ ພວກເຂົາ​ໄດ້​ເດີນທາງ​ຕໍ່ໄປ​ຮອດ​ບ່ອນໜຶ່ງ​ທີ່​ມີ​ຊື່​ວ່າ ບໍ່ນໍ້າ ຄື​ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໃຫ້​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລະ​ເຮົາ​ຈະ​ໃຫ້​ນໍ້າ​ດື່ມ​ແກ່​ພວກເຈົ້າ.”


ແລ້ວ​ຈົ່ງ​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ໂດຍ​ໃຫ້​ພວກ​ເລວີ​ຢືນ​ຢູ່​ແຖວໜ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.


ເມື່ອ​ເຖິງ​ວັນ​ເພັນເຕຄໍສະເຕ ບັນດາ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທັງໝົດ​ໃນ​ທີ່ນັ້ນ ກໍ​ມາ​ເຕົ້າໂຮມ​ກັນ​ຢູ່​ບ່ອນ​ດຽວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka