Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 8:26 - ພຣະຄຳພີສັກສິ

26 ແລ້ວ​ເພິ່ນ​ກໍ​ເອົາ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກ້ອນ​ໜຶ່ງ​ຈາກ​ກະຕ່າ ຊຶ່ງ​ອຸທິດ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ, ກ້ອນ​ໜຶ່ງ​ທີ່​ຈືນ​ດ້ວຍ​ນໍ້າມັນ ແລະ​ເຂົ້າໜົມ​ແຜ່ນ​ກ້ອນ​ໜຶ່ງ ວາງ​ໃສ່​ເທິງ​ໄຂມັນ​ແລະ​ຂາ​ຫລັງ​ເບື້ອງຂວາ​ສັດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 8:26
5 Jak'a apnaqawi uñst'ayäwi  

ແລ້ວ​ຈົ່ງ​ເອົາ​ເຂົ້າຈີ່​ກ້ອນ​ໜຶ່ງ​ຂອງ​ແຕ່ລະ​ຢ່າງ​ໃນ​ກະຕ່າ​ເຂົ້າຈີ່​ທີ່​ບໍ່ມີ​ເຊື້ອແປ້ງ ທີ່ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ນັ້ນ​ຄື: ກ້ອນ​ໜຶ່ງ​ທີ່​ເຮັດ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ ອີກ​ກ້ອນ​ໜຶ່ງ​ທີ່​ບໍ່​ປະສົມ​ກັບ​ນໍ້າມັນ ແລະ​ກ້ອນ​ນ້ອຍ​ກ້ອນ​ໜຶ່ງ​ທີ່​ເປັນ​ແຜ່ນ​ບາງໆ.


ເພິ່ນ​ໄດ້​ເອົາ​ໄຂມັນ, ໄຂມັນ​ຂອງ​ຫາງ, ໄຂມັນ​ຕິດ​ກັບ​ເຄື່ອງໃນ​ໄສ້​ພຸງ, ໜັງບາງໆ​ຫຸ້ມຫໍ່ຕັບ, ໝາກ​ໄຂ່​ຫລັງ​ສອງ​ໜ່ວຍ​ທັງ​ໄຂມັນ ແລະ​ຂາ​ຫລັງ​ເບື້ອງຂວາ.


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ພວກ​ອັກຄະສາວົກ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ, ຄົນ​ທີ່​ເຊື່ອ​ທຸກຄົນ​ກໍ​ຢູ່​ຮ່ວມ​ກັນ ທີ່​ລະບຽງ​ຂອງ​ໂຊໂລໂມນ.


ດ້ວຍວ່າ, ມີ​ພຣະເຈົ້າ​ອົງ​ດຽວ ແລະ​ມີ​ຜູ້​ກາງ​ແຕ່​ຜູ້​ດຽວ ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ ຄື​ພຣະຄຣິດເຈົ້າ​ເຢຊູ​ຜູ້​ຊົງ​ສະພາບ​ເປັນ​ມະນຸດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka