25 ເພິ່ນໄດ້ເອົາໄຂມັນ, ໄຂມັນຂອງຫາງ, ໄຂມັນຕິດກັບເຄື່ອງໃນໄສ້ພຸງ, ໜັງບາງໆຫຸ້ມຫໍ່ຕັບ, ໝາກໄຂ່ຫລັງສອງໜ່ວຍທັງໄຂມັນ ແລະຂາຫລັງເບື້ອງຂວາ.
ຢ່າກິນດິບຫລືຢ່າຕົ້ມກິນ ແຕ່ໃຫ້ປີ້ງກິນທັງໝົດຄື: ທັງຫົວ, ທັງຂາ ແລະເຄື່ອງໃນໄສ້ພຸງ.
ຕໍ່ໄປ ເຈົ້າຈົ່ງເອົາເຄື່ອງໃນໄຂມັນ, ໜັງບາງໆຫຸ້ມຫໍ່ຕັບ, ແລະໝາກໄຂ່ຫຼັງທັງສອງໜ່ວຍພ້ອມໄຂມັນທີ່ຕິດຢູ່ນັ້ນ ເຜົາເທິງແທ່ນບູຊາຖວາຍແກ່ເຮົາ.
ລູກເອີຍ ຂໍໃຈຂອງເຈົ້າໃຫ້ເຮົາເທາະ ແລະຈົ່ງໃຫ້ຕາຂອງເຈົ້າສັງເກດເບິ່ງແບບຢ່າງທັງຫຼາຍຂອງເຮົາ.
ພຣະເຈົ້າຢາເວກ່າວວ່າດັ່ງນີ້: “ການທີ່ທ່ານທົນທຸກຄືຄວາມປະສົງຂອງເຮົາ ຄວາມຕາຍຂອງທ່ານເປັນເຄື່ອງບູຊາ ເພື່ອນຳເອົາການຍົກໂທດມາໃຫ້. ທ່ານຈຶ່ງໄດ້ເຫັນເຊື້ອສາຍມີຊີວິດຍາວໄກ ເປົ້າໝາຍຂອງພຣະເຈົ້າຢາເວຈະສຳເລັດທາງທ່ານ.
ການຖວາຍເພື່ອຄວາມສາມັກຄີທຳນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວ ຕາມພິທີຖວາຍອາຫານຄື: ໄຂມັນ, ໄຂມັນຂອງຫາງແປະກະດູກສັນຫລັງ
ແລ້ວເພິ່ນກໍນຳພວກລູກຊາຍຂອງອາໂຣນອອກມາຂ້າງໜ້າ ທາເລືອດບາງສ່ວນໃສ່ທີ່ໃບຫູຂ້າງຂວາຂອງພວກເຂົາ ທາໃສ່ທີ່ຫົວໂປ້ມືຂ້າງຂວາ ແລະທາໃສ່ທີ່ໂປ້ຕີນຂ້າງຂວາດ້ວຍ. ສ່ວນເລືອດທີ່ເຫຼືອນັ້ນ ໂມເຊໄດ້ຖອກໃສ່ຂ້າງທັງສີ່ຂອງແທ່ນບູຊາ.
ແລ້ວເພິ່ນກໍເອົາເຂົ້າຈີ່ບໍ່ມີເຊື້ອແປ້ງກ້ອນໜຶ່ງຈາກກະຕ່າ ຊຶ່ງອຸທິດຖວາຍຕໍ່ໜ້າພຣະເຈົ້າຢາເວ, ກ້ອນໜຶ່ງທີ່ຈືນດ້ວຍນໍ້າມັນ ແລະເຂົ້າໜົມແຜ່ນກ້ອນໜຶ່ງ ວາງໃສ່ເທິງໄຂມັນແລະຂາຫລັງເບື້ອງຂວາສັດ.