Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 8:23 - ພຣະຄຳພີສັກສິ

23 ໂມເຊ​ຂ້າປາດຄໍ​ແກະ​ນັ້ນ ແລະ​ເອົາ​ເລືອດ​ບາງ​ສ່ວນ​ທາ​ໃສ່​ທີ່​ໃບຫູ​ຂ້າງ​ຂວາ​ຂອງ​ອາໂຣນ ທາ​ໃສ່​ທີ່​ຫົວໂປ້ມື​ຂ້າງ​ຂວາ ແລະ​ທາ​ໃສ່​ທີ່​ຫົວໂປ້​ຕີນ​ຂ້າງ​ຂວາ​ດ້ວຍ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 8:23
18 Jak'a apnaqawi uñst'ayäwi  

ຈົ່ງ​ຂ້າ​ແກະ​ນັ້ນ​ແລະ​ເອົາ​ເລືອດ​ສ່ວນ​ໜຶ່ງ​ທາ​ທີ່​ປາຍ​ໃບຫູ​ຂ້າງ​ຂວາ​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ແລະ​ທາ​ທີ່​ຫົວໂປ້ມື​ແລະ​ຫົວໂປ້​ຕີນ​ຂ້າງ​ຂວາ​ດ້ວຍ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ​ໃຫ້​ຖອກ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ.


ຈົ່ງ​ເອົາ​ເລືອດ​ສ່ວນ​ໜຶ່ງ​ເທິງ​ແທ່ນບູຊາ ແລະ​ນໍ້າມັນ​ສັກສິດ ຊິດ​ໃສ່​ອາໂຣນ​ກັບ​ເຄື່ອງນຸ່ງ​ຂອງ​ລາວ ແລະ​ຊິດ​ໃສ່​ພວກ​ລູກຊາຍ​ຂອງ​ລາວ ຕະຫລອດ​ທັງ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ​ດ້ວຍ ແລ້ວ​ລາວ​ເອງ​ພ້ອມ​ກັບ​ພວກ​ລູກຊາຍ ແລະ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອຸທິດ​ຖວາຍ​ແກ່​ເຮົາ​ທັງໝົດ.


ປະໂຣຫິດ​ຈະ​ເອົາ​ເລືອດ​ບາງ​ສ່ວນ​ຂອງ​ລູກແກະ ທາ​ໃສ່​ລຸ່ມ​ໃບຫູ​ເບື້ອງຂວາ, ໃສ່​ໂປ້ມື​ເບື້ອງຂວາ ແລະ​ໃສ່​ໂປ້ຕີນ​ເບື້ອງຂວາ​ຂອງ​ຜູ້​ທີ່​ຈະ​ຖືກ​ປະກາດ​ວ່າ ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ເພິ່ນ​ຈະ​ຕ້ອງ​ເອົາ​ນໍ້າມັນ​ບາງ​ສ່ວນ​ໃນ​ອົ້ງ​ມື ແລະ​ເລືອດ​ແກະ​ບາງ​ສ່ວນ​ທາ​ໃສ່​ໃບຫູ​ເບື້ອງຂວາ, ໃສ່​ນິ້ວ​ໂປ້ມື​ເບື້ອງຂວາ ແລະ​ໃສ່​ໂປ້ຕີນ​ເບື້ອງຂວາ​ຂອງ​ຜູ້​ທີ່​ຖືກ​ປະກາດ​ວ່າ ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ປະໂຣຫິດ​ຈະ​ຕ້ອງ​ຂ້າປາດຄໍ​ແກະ​ນັ້ນ ແລະ​ເອົາ​ເລືອດ​ບາງ​ສ່ວນ​ທາ​ໃສ່​ລຸ່ມ​ໃບຫູ​ເບື້ອງຂວາ, ໃສ່​ໂປ້ມື​ເບື້ອງຂວາ ແລະ​ໂປ້ຕີນ​ເບື້ອງຂວາ​ຂອງ​ຄົນ​ນັ້ນ.


ເພິ່ນ​ຈະ​ເອົາ​ນໍ້າມັນ​ບາງ​ສ່ວນ​ໃນ​ໂອ້ງ​ມື ທາ​ໃສ່​ບ່ອນ​ດຽວກັນ​ກັບ​ທີ່​ໄດ້​ທາ​ເລືອດ​ໃສ່​ນັ້ນ​ຄື: ທາ​ໃສ່​ລຸ່ມ​ໃບຫູ​ເບື້ອງຂວາ, ໃສ່​ໂປ້ມື​ເບື້ອງຂວາ, ໃສ່​ໂປ້ຕີນ​ເບື້ອງຂວາ​ຂອງ​ຄົນ​ນັ້ນ.


ສະນັ້ນ ທັງໝົດ​ນີ້​ຈຶ່ງ​ແມ່ນ​ລະບຽບ​ການ​ສຳລັບ​ເຜົາ​ເຄື່ອງ​ຖວາຍບູຊາ, ຖວາຍ​ພືດຜົນ​ເປັນເມັດ, ຖວາຍ​ເພື່ອ​ລຶບລ້າງ​ບາບ, ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ, ຖວາຍ​ສຳລັບ​ການ​ສະຖາປະນາ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ອັນ​ມີ​ຊີວິດ ເປັນ​ອັນ​ບໍຣິສຸດ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ຊຶ່ງ​ເປັນ​ການ​ນະມັດສະການ​ໃຫ້​ສົມ​ກັບ​ຝ່າຍ​ວິນຍານ​ຂອງ​ເຈົ້າ​ທັງຫລາຍ.


ຢ່າ​ມອບ​ອະໄວຍະວະ​ຂອງ​ພວກເຈົ້າ​ໃຫ້​ແກ່​ການບາບ​ອີກ​ຕໍ່ໄປ ເພື່ອ​ໃຫ້​ເປັນ​ເຄື່ອງ​ມື​ຮັບໃຊ້​ໃນ​ການ​ຊົ່ວຮ້າຍ, ແຕ່​ຈົ່ງ​ມອບ​ຕົວ​ຂອງ​ພວກເຈົ້າ​ຖວາຍ​ແກ່​ພຣະເຈົ້າ​ເປັນ​ການ​ສິ້ນສຸດ ເໝືອນ​ກັບ​ບຸກຄົນ​ທີ່​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ຈົ່ງ​ມອບ​ອະໄວຍະວະ​ທຸກ​ພາກ​ສ່ວນ​ຂອງ​ພວກເຈົ້າ​ຖວາຍ​ແກ່​ພຣະເຈົ້າ​ເປັນ​ການ​ສິ້ນສຸດ ເພື່ອ​ເປັນ​ເຄື່ອງໃຊ້​ໃນ​ການ​ຊອບທຳ​ຕໍ່ໄປ.


ເຮົາ​ຍົກ​ເອົາ​ຕົວຢ່າງ​ຂອງ​ມະນຸດ​ມາ​ກ່າວ ເພາະ​ເຫດ​ຄວາມ​ຈຳກັດ​ຢ່າງ​ມະນຸດ​ທຳມະດາ​ຂອງ​ພວກເຈົ້າ. ເມື່ອ​ກ່ອນ​ພວກເຈົ້າ​ໄດ້​ເຄີຍ​ມອບ​ອະໄວຍະວະ​ຂອງ​ພວກເຈົ້າ​ໝົດ​ທັງສິ້ນ ໃຫ້​ເປັນ​ທາດ​ຂອງ​ຄວາມ​ຊົ່ວ​ມົວໝອງ​ແລະ​ຄວາມ​ອະທຳ ເພື່ອ​ເຮັດ​ການ​ອະທຳ​ອັນ​ຊົ່ວຮ້າຍ​ສັນໃດ, ບັດນີ້ ພວກເຈົ້າ​ຈົ່ງ​ມອບ​ອະໄວຍະວະ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ຊອບທຳ​ເປັນ​ການ​ສິ້ນສຸດ ເພື່ອ​ໃຫ້​ເຖິງ​ການ​ຊຳລະ​ໃຫ້​ບໍຣິສຸດ​ສັນນັ້ນ.


ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ຢູ່​ເມືອງ​ໂກຣິນໂທ ຜູ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ທຸກຄົນ ຜູ້​ທີ່​ຖືກ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ດ້ວຍ​ກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ ກັບ​ຄົນ​ທັງຫລາຍ​ໃນ​ທຸກ​ແຫ່ງຫົນ ທີ່​ຮ້ອງ​ອອກ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຄື​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຂົາ ແລະ​ຂອງ​ພວກເຮົາ​ດ້ວຍ.


ໂດຍ​ພຣະອົງ​ນັ້ນ, ເຈົ້າ​ທັງຫລາຍ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ, ຜູ້​ຊົງ​ເປັນ​ປັນຍາ​ຈາກ​ພຣະເຈົ້າ ແລະ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຊອບທຳ ແລະ​ຊົງ​ຊຳລະ​ເຮົາ​ໃຫ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ.


ພຣະເຈົ້າ​ໄດ້​ຊົງ​ຊື້​ພວກເຈົ້າ​ມາ​ດ້ວຍ​ລາຄາ​ສູງ. ສະນັ້ນ ຈົ່ງ​ຖວາຍ​ພຣະ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ຮ່າງກາຍ​ຂອງຕົນ.


ເພາະ​ເປັນ​ຄວາມ​ມຸ້ງມາດ​ປາຖະໜາ ແລະ​ຄວາມຫວັງ​ຂອງເຮົາ​ວ່າ ເຮົາ​ຈະ​ບໍ່ມີ​ຄວາມ​ລະອາຍ​ໃນ​ສິ່ງໃດ​ເລີຍ, ແຕ່​ເມື່ອ​ກ່ອນ​ທຸກ​ເທື່ອ​ມີ​ໃຈ​ກ້າ​ສະເໝີ​ສັນໃດ ບັດນີ້ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ດຽວກັນ​ສັນນັ້ນ ພຣະຄຣິດ​ຈະ​ຊົງ​ຮັບ​ພຣະ​ກຽດຕິຍົດ​ໃນ​ຮ່າງກາຍ​ຂອງເຮົາ​ສະເໝີ ເຖິງ​ແມ່ນ​ເຮົາ​ຈະ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍຕາມ.


ເຖິງແມ່ນ​ຕົວ​ເຮົາ​ຈະ​ເສຍ​ສະຫລະ​ຊີວິດ​ເປັນ​ດັ່ງ​ເຄື່ອງ​ດື່ມ​ໃຫ້​ຄົບ​ເຄື່ອງ​ບູຊາ ທີ່​ພວກເຈົ້າ​ຖວາຍ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຮົາ​ຍັງ​ມີ​ຄວາມ​ຍິນດີ ແລະ​ຊົມຊື່ນ​ຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ແລະ​ຈົ່ງ​ລະເວັ້ນ​ຈາກ​ຄວາມຊົ່ວ​ທຸກ​ຊະນິດ.


ດ້ວຍວ່າ, ໃນ​ການ​ທີ່​ພຣະເຈົ້າ​ຈະ​ຊົງ​ພາ​ບຸດ​ຫລວງຫລາຍ​ໄປ​ສູ່​ສະຫງ່າຣາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ຢູ່​ແລ້ວ ທີ່​ພຣະເຈົ້າ ຜູ້​ຊຶ່ງ​ທຸກສິ່ງ​ດຳລົງ​ຢູ່​ໂດຍ​ພຣະອົງ ແລະ​ເພື່ອ​ພຣະອົງ ຈະ​ຊົງ​ໃຫ້​ຜູ້ນຳ​ທາງ​ຄວາມ​ລອດພົ້ນ​ໃຫ້​ເຂົາ​ເຫຼົ່ານັ້ນ ໃຫ້​ເຖິງ​ທີ່​ສຳເລັດ​ໂດຍ​ການ​ທົນທຸກ​ທໍລະມານ.


ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ເປັນ​ພຣະບຸດ ກໍ​ຍັງ​ຊົງ​ຮຽນຮູ້​ທີ່​ຈະ​ນ້ອມ​ຍອມ​ເຊື່ອຟັງ ໂດຍ​ຄວາມ​ທຸກ​ລຳບາກ​ທີ່​ພຣະອົງ​ຊົງ​ທົນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka