Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 8:22 - ພຣະຄຳພີສັກສິ

22 ຕໍ່ມາ​ອີກ ໂມເຊ​ໄດ້​ນຳ​ແກະເຖິກ ໂຕ​ທີ​ສອງ​ມາ ຊຶ່ງ​ເປັນ​ແກະ​ທີ່​ຖວາຍ​ສຳລັບ​ການ​ສະຖາປະນາ​ປະໂຣຫິດ. ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ສັດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 8:22
10 Jak'a apnaqawi uñst'ayäwi  

ສະນັ້ນ ທັງໝົດ​ນີ້​ຈຶ່ງ​ແມ່ນ​ລະບຽບ​ການ​ສຳລັບ​ເຜົາ​ເຄື່ອງ​ຖວາຍບູຊາ, ຖວາຍ​ພືດຜົນ​ເປັນເມັດ, ຖວາຍ​ເພື່ອ​ລຶບລ້າງ​ບາບ, ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ, ຖວາຍ​ສຳລັບ​ການ​ສະຖາປະນາ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.


“ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ເຮົາ​ມາ​ປາກົດ ແລ້ວ​ເອົາ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ມາ​ພ້ອມ​ກັບ​ນໍ້າມັນ​ເຈີມ​ສັກສິດ, ງົວເຖິກໜຸ່ມ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ແກະເຖິກ ສອງ​ໂຕ ແລະ​ກະຕ່າ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.


ແລ້ວ​ໂມເຊ​ໄດ້​ເອົາ​ຊີ້ນ​ໜ້າເອິກ​ແກະ ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ຊີ້ນ​ສ່ວນ​ນີ້​ເປັນ​ຂອງ​ໂມເຊ ເມື່ອ​ມີ​ການ​ສະຖາປະນາ. ໂມເຊ​ໄດ້​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.


ຂ້ານ້ອຍ​ຖວາຍ​ຕົວ​ແກ່​ພຣະອົງ ເພາະ​ເຫັນ​ແກ່​ພວກເຂົາ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ຊົງ​ຊຳລະ​ແຕ່ງຕັ້ງ​ໄວ້​ດ້ວຍ​ຄວາມຈິງ​ເໝືອນກັນ.


ໂດຍ​ພຣະອົງ​ນັ້ນ, ເຈົ້າ​ທັງຫລາຍ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ, ຜູ້​ຊົງ​ເປັນ​ປັນຍາ​ຈາກ​ພຣະເຈົ້າ ແລະ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຊອບທຳ ແລະ​ຊົງ​ຊຳລະ​ເຮົາ​ໃຫ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ.


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


ຝ່າຍ​ຜົວ ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ທີ່​ພຣະຄຣິດ​ຊົງ​ຮັກ​ຄຣິສຕະຈັກ ແລະ​ຊົງ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ຄຣິສຕະຈັກ.


ເພື່ອ​ພຣະອົງ​ນັ້ນ​ຈະ​ໄດ້​ຮັບ​ຄຣິສຕະຈັກ​ສຳລັບ​ພຣະອົງ​ເອງ ຄື​ຄຣິສຕະຈັກ​ທີ່​ມີ​ສະຫງ່າຣາສີ ບໍ່ມີ​ຈຸດ​ດ່າງພອຍ ຫລື​ຮອຍ​ຫ່ຽວແຫ້ງ ແລະ​ສິ່ງ​ອື່ນໆ​ໃນ​ທຳນອງ​ນັ້ນ ເພື່ອ​ຄຣິສຕະຈັກ​ຈະ​ບໍຣິສຸດ​ບໍ່ມີ​ຕຳໜິ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka