Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 8:2 - ພຣະຄຳພີສັກສິ

2 “ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ເຮົາ​ມາ​ປາກົດ ແລ້ວ​ເອົາ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ມາ​ພ້ອມ​ກັບ​ນໍ້າມັນ​ເຈີມ​ສັກສິດ, ງົວເຖິກໜຸ່ມ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ແກະເຖິກ ສອງ​ໂຕ ແລະ​ກະຕ່າ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 8:2
15 Jak'a apnaqawi uñst'ayäwi  

“ຈົ່ງ​ເອີ້ນ​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ມາ​ເຊັ່ນ​ວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ. ຈົ່ງ​ແຍກ​ພວກເຂົາ​ຢູ່​ຕ່າງຫາກ ຈາກ​ປະຊາຊົນ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ຈົ່ງ​ຫຍິບ​ເສື້ອຄຸມ, ສາຍ​ຮັດ​ແອວ ແລະ​ໝວກ​ສຸບ​ໃຫ້​ພວກ​ລູກຊາຍ​ຂອງ​ອາໂຣນ​ເຊັ່ນດຽວ​ກັນ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ກຽດ​ແລະ​ສະຫງ່າງາມ.


ແລະ​ເຄື່ອງ​ແຕ່ງກາຍ​ອັນ​ສະຫງ່າງາມ​ປະຈຳ​ຕຳແໜ່ງ​ປະໂຣຫິດ, ເພື່ອ​ໃສ່​ເມື່ອ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ ຄື​ເຄື່ອງ​ແຕ່ງກາຍ​ສຳລັບ​ອາໂຣນ ແລະ​ສຳລັບ​ພວກ​ລູກຊາຍ​ຂອງ​ລາວ.


ແລ້ວ​ປະໂຣຫິດ ຜູ້​ນຸ່ງ​ເສື້ອຄຸມ​ກັບ​ສົ້ງ​ຂາສັ້ນ​ທີ່​ເຮັດ​ດ້ວຍ​ຜ້າປ່ານ ກໍ​ຈະ​ເອົາ​ຂີ້ເຖົ່າ​ຂອງ​ໄຂມັນ​ເຫຼືອ​ທີ່​ແທ່ນບູຊາ ໄປ​ຖອກ​ໄວ້​ທີ່​ຂ້າງ​ແທ່ນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,


ແລ້ວ​ໂມເຊ​ກໍ​ເອົາ​ນໍ້າມັນ​ເຈີມ​ສັກສິດ​ຫົດສົງ​ຫໍເຕັນ​ສັກສິດ ພ້ອມ​ກັບ​ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ ແລະ​ໃນ​ທຳນອງນີ້ ເພິ່ນ​ໄດ້​ອຸທິດ​ຖວາຍ​ທຸກສິ່ງ​ໃຫ້​ເປັນ​ອັນ​ສັກສິດ.


ຕໍ່ມາ ໂມເຊ​ໄດ້​ນຳ​ແກະເຖິກ​ມາ ເພື່ອ​ເຜົາບູຊາ. ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ສັດ.


ຕໍ່ມາ​ອີກ ໂມເຊ​ໄດ້​ນຳ​ແກະເຖິກ ໂຕ​ທີ​ສອງ​ມາ ຊຶ່ງ​ເປັນ​ແກະ​ທີ່​ຖວາຍ​ສຳລັບ​ການ​ສະຖາປະນາ​ປະໂຣຫິດ. ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ສັດ.


ແລ້ວ​ຈົ່ງ​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ທາງເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.”


ພຣະອົງ​ບໍ່​ຕ້ອງ​ຊົງ​ນຳ​ເຄື່ອງ​ບູຊາ​ມາ​ທຸກໆ​ວັນ ເໝືອນ​ດັ່ງ​ມະຫາ​ປະໂຣຫິດ​ຄົນ​ອື່ນໆ ຜູ້​ຊຶ່ງ​ຕອນ​ທຳອິດ​ຖວາຍ​ສຳລັບ​ການບາບ​ຂອງ​ຕົນເອງ ແລ້ວ​ຈຶ່ງ​ຖວາຍ​ສຳລັບ​ຄວາມ​ບາບ​ຂອງ​ພົນລະເມືອງ ສ່ວນ​ພຣະອົງ ໄດ້​ຊົງ​ຖວາຍ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ຄື​ເມື່ອ​ພຣະອົງ​ໄດ້​ຊົງ​ນຳ​ພຣະອົງ​ເອງ​ມາ​ຖວາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka