18 ຕໍ່ມາ ໂມເຊໄດ້ນຳແກະເຖິກມາ ເພື່ອເຜົາບູຊາ. ອາໂຣນກັບພວກລູກຊາຍຂອງລາວໄດ້ວາງມືລົງເທິງຫົວສັດ.
ບັນດາຜູ້ນຳຂອງຊຸມຊົນອິດສະຣາເອນ ຈະຕ້ອງເອົາມືວາງລົງເທິງຫົວງົວຕໍ່ໜ້າພຣະເຈົ້າຢາເວ ແລະຂ້າປາດຄໍຢູ່ຕໍ່ໜ້າພຣະເຈົ້າຢາເວ.
ເພິ່ນໄດ້ຂ້າປາດຄໍສັດໂຕນັ້ນ ແລະຊິດເລືອດຂອງມັນໃສ່ຂ້າງທັງສີ່ຂອງແທ່ນ.
“ຈົ່ງນຳອາໂຣນແລະພວກລູກຊາຍຂອງລາວ ມາທີ່ປະຕູເຂົ້າຫໍເຕັນບ່ອນເຮົາມາປາກົດ ແລ້ວເອົາເຄື່ອງປະຈຳຕຳແໜ່ງປະໂຣຫິດມາພ້ອມກັບນໍ້າມັນເຈີມສັກສິດ, ງົວເຖິກໜຸ່ມໂຕໜຶ່ງເພື່ອຖວາຍລຶບລ້າງບາບ, ແກະເຖິກ ສອງໂຕ ແລະກະຕ່າເຂົ້າຈີ່ບໍ່ມີເຊື້ອແປ້ງ.
ເພິ່ນຍັງໄດ້ນຳສັດມາເຜົາຖວາຍບູຊາອີກຕາມລະບຽບການທຸກຢ່າງ.