17 ແລ້ວເພິ່ນກໍເອົາສ່ວນທີ່ເຫຼືອຂອງງົວເຖິກໂຕນັ້ນເຊັ່ນ: ໜັງ, ຊີ້ນ, ແລະເຄື່ອງໃນໄສ້ພຸງໄປເຜົາທີ່ນອກຄ້າຍ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ທຸກປະການ.
ສ່ວນຊີ້ນ, ໜັງ ແລະໄສ້ພຸງໃຫ້ເຜົາຢູ່ນອກຄ້າຍ. ອັນນີ້ແມ່ນການຖວາຍບູຊາ ເພື່ອລຶບລ້າງບາບຂອງພວກປະໂຣຫິດ.
ໃຫ້ເຈົ້າເອົາງົວເຖິກທີ່ໄດ້ຖວາຍບູຊາເພື່ອລຶບລ້າງບາບໄປເຜົາໃນບ່ອນທີ່ໄດ້ຈັດໄວ້ໃຫ້ ທີ່ທາງນອກຂອງພຣະວິຫານ.
ສ່ວນງົວເຖິກກັບແບ້ເຖິກນັ້ນແມ່ນຂ້າຖວາຍລຶບລ້າງບາບ ໂດຍນຳເລືອດສັດເຂົ້າໄປໃນບ່ອນສັກສິດເພື່ອການຍົກບາບ ຈະຕ້ອງຖືກນຳອອກໄປເຜົາຂ້າງນອກພ້ອມທັງໜັງ, ຊີ້ນ ແລະເຄື່ອງໃນໄສ້ພຸງ.
ຕໍ່ມາ ເພິ່ນຈະເອົາງົວທີ່ໄດ້ຄົວແລ້ວທັງໂຕນັ້ນ ຫາມອອກໄປເຜົານອກຄ້າຍ ເໝືອນດັ່ງເຜົາງົວທີ່ໄດ້ຖວາຍເພື່ອລຶບລ້າງບາບຂອງຕົນ. ອັນນີ້ແມ່ນການຖວາຍ ເພື່ອລຶບລ້າງບາບຂອງຊຸມຊົນ.
ແຕ່ເຄື່ອງບູຊາໄຖ່ບາບທີ່ໄດ້ນຳເອົາເລືອດເຂົ້າໄປໃນຫໍເຕັນບ່ອນຊຸມນຸມໃນສະຖານທີ່ສັກສິດແລ້ວ ຢ່າໄດ້ກິນຊີ້ນສັດນັ້ນແຕ່ໃຫ້ເຜົາໄຟເສຍ.
ແຕ່ລາວໄດ້ເຜົາຊີ້ນແລະໜັງຢູ່ນອກຄ້າຍ.
ພຣະຄຣິດໄດ້ຊົງໄຖ່ພວກເຮົາ ໃຫ້ພົ້ນຈາກການສາບແຊ່ງຂອງກົດບັນຍັດ ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງແທນພວກເຮົາ (ເພາະພຣະຄຳພີຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນໄວ້ທີ່ຕົ້ນໄມ້ ກໍຖືກສາບແຊ່ງແລ້ວ.”)