ລະບຽບ^ພວກເລວີ 8:15 - ພຣະຄຳພີສັກສິ15 ໂມເຊໄດ້ຂ້າປາດຄໍງົວໂຕນັ້ນແລະເອົາເລືອດບາງສ່ວນມາ ແລະຈຸ່ມນິ້ວມືລົງໃນເລືອດແລະທາໃສ່ເຂົາຂອງແທ່ນທີ່ແຈແທ່ນບູຊາເພື່ອອຸທິດຖວາຍ. ແລ້ວເພິ່ນກໍຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນແທ່ນ ເພື່ອຊຳລະໃຫ້ສັກສິດບໍຣິສຸດ ແລະອຸທິດຖວາຍແທ່ນບູຊານັ້ນ. Uka jalj uñjjattʼäta |
ເຈັດເທື່ອເຈັດສິບປີນັ້ນແມ່ນໄລຍະເວລາ ທີ່ພຣະເຈົ້າໄດ້ກຳນົດໃຫ້ປະຊາຊົນແລະເມືອງອັນສັກສິດຂອງເຈົ້າ ເລີກເຮັດບາບແລະເລີກເຮັດຊົ່ວ. ບາບຈະໄດ້ຮັບການອະໄພ ແລະຄວາມຍຸດຕິທຳອັນຖາວອນຈະປາກົດມີມາ ເພື່ອວ່ານິມິດ ແລະຖ້ອຍຄຳຂອງຜູ້ທຳນວາຍຈະກາຍເປັນຈິງ ແລະເພື່ອພຣະວິຫານອັນສັກສິດ ຈະໄດ້ຖືກຢຶດຖວາຍຄືນໃໝ່ໃຫ້ແກ່ພຣະເຈົ້າ.