13 ຕໍ່ມາ ໂມເຊກໍໄດ້ນຳພວກລູກຊາຍຂອງອາໂຣນອອກມາຂ້າງໜ້າ ເອົາເສື້ອຄຸມໃສ່ໃຫ້, ເອົາຜ້າມັດແອວພວກເຂົາ ແລະເອົາໝວກສຸບໃສ່ຫົວຂອງພວກເຂົາ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ທຸກປະການ.
ຂໍໃຫ້ພວກປະໂຣຫິດກະທຳສິ່ງທີ່ຖືກຕ້ອງສະເໝີໄປ ຂໍໃຫ້ປະຊາຊົນທຸກຄົນຂອງພຣະອົງໂຮຮ້ອງຍິນດີເຖີດ.
ຈົ່ງນຸ່ງເຄື່ອງປະຈຳຕຳແໜ່ງປະໂຣຫິດໃຫ້ອາໂຣນ ແລະໃຊ້ນໍ້າມັນເຈີມສັກສິດຫົດສົງລາວ; ໂດຍວິທີນີ້ແຫລະ ລາວຈະໄດ້ອຸທິດຕົນເພື່ອເຂົ້າບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ
ໂມເຊກໍເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
ຂ້ານ້ອຍຈະຊົມຊື່ນຍິນດີໃນພຣະເຈົ້າຢາເວ ຈິດໃຈຂອງຂ້ານ້ອຍຈະຊື່ນບານໃນພຣະເຈົ້າຂອງຂ້ານ້ອຍ ເພາະພຣະອົງໄດ້ເອົາເສື້ອຜ້າແຫ່ງຄວາມພົ້ນມາໃຫ້ນຸ່ງ ພຣະອົງໄດ້ເອົາເສື້ອແຫ່ງຄວາມຊອບທຳໃຫ້ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງເຈົ້າບ່າວຕົບແຕ່ງຕົວຄືປະໂຣຫິດ ແລະເໝືອນດັ່ງເຈົ້າສາວປະດັບຕົວດ້ວຍເພັດພອຍ.
ຄົນຈະຮູ້ວ່າພວກເຈົ້າເປັນປະໂຣຫິດຂອງພຣະເຈົ້າຢາເວ ເຂົາຈະກ່າວເຖິງພວກເຈົ້າວ່າ ເປັນຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາ. ພວກເຈົ້າຈະມ່ວນຊື່ນຢູ່ກັບສົມບັດຊົນຊາດທັງຫລາຍ ແລະຈະພູມໃຈໃນຊັບສິນທີ່ເປັນຂອງພວກເຈົ້າ.
ເມື່ອພວກປະໂຣຫິດທີ່ເຂົ້າມາໃນພຣະວິຫານ ແລະຢາກໄປທີ່ເດີ່ນຂ້າງນອກ; ພວກເຂົາຕ້ອງແກ້ເຄື່ອງນຸ່ງອັນສັກສິດທີ່ພວກຕົນນຸ່ງໃນຂະນະທີ່ຮັບໃຊ້ຢູ່ນັ້ນອອກໄວ້ໃນຫ້ອງເຫຼົ່ານີ້. ພວກເຂົາຕ້ອງໃສ່ເຄື່ອງອື່ນກ່ອນ ຈຶ່ງຈະອອກໄປບ່ອນທີ່ປະຊາຊົນມາເຕົ້າໂຮມກັນໄດ້.”
ດັ່ງນັ້ນ ພວກເຂົາຈຶ່ງມາຍົກເສື້ອພ້ອມສົບຄົນຕາຍອອກໄປໄວ້ນອກຄ້າຍພັກ ຕາມທີ່ໂມເຊໄດ້ສັ່ງ.
ເຈົ້າທັງຫລາຍກໍເປັນເໝືອນຫີນທີ່ມີຊີວິດຢູ່ ພວກເຈົ້າຈົ່ງຍອມໃຫ້ພຣະເຈົ້າຊົງກໍ່ຂຶ້ນເປັນວິຫານຝ່າຍວິນຍານ ເປັນປະໂຣຫິດບໍຣິສຸດ ເພື່ອຖວາຍເຄື່ອງບູຊາຝ່າຍວິນຍານ ຊຶ່ງພໍພຣະໄທຂອງພຣະເຈົ້າ ໂດຍທາງພຣະເຢຊູຄຣິດເຈົ້າ.
ແຕ່ຝ່າຍເຈົ້າທັງຫລາຍ ເປັນຊາດທີ່ພຣະເຈົ້າຊົງເລືອກໄວ້ແລ້ວ ເປັນປະໂຣຫິດຫລວງ ເປັນປະຊາຊາດບໍຣິສຸດ ເປັນພົນລະເມືອງຂອງພຣະເຈົ້າ ເພື່ອເຈົ້າທັງຫລາຍຈະໄດ້ປະກາດພຣະບາລະມີຂອງພຣະອົງ ຜູ້ໄດ້ຊົງເອີ້ນພວກເຈົ້າໃຫ້ອອກມາຈາກຄວາມມືດ ເຂົ້າໄປສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ.
ແລະພຣະອົງໄດ້ຊົງຕັ້ງເຮົາທັງຫລາຍ ໄວ້ໃຫ້ເປັນອານາຈັກແລະເປັນປະໂຣຫິດຂອງພຣະອົງ ພຣະກຽດແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.
ພຣະອົງໄດ້ເຮັດໃຫ້ພວກເຂົາ ເປັນອານາຈັກແຫ່ງປະໂຣຫິດ ເພື່ອຮັບໃຊ້ພຣະເຈົ້າຂອງພວກເຮົາ ແລະພວກເຂົາເຫຼົ່ານັ້ນ ຈະໄດ້ປົກຄອງເທິງແຜ່ນດິນໂລກ.”