Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 8:12 - ພຣະຄຳພີສັກສິ

12 ເພິ່ນ​ໄດ້​ສະຖາປະນາ​ອາໂຣນ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ບາງ​ສ່ວນ​ຫົດສົງ​ທີ່​ຫົວ​ຂອງ​ລາວ ເປັນ​ການ​ອຸດທິດ​ຖວາຍຕົວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 8:12
9 Jak'a apnaqawi uñst'ayäwi  

ດັ່ງ​ນໍ້າມັນ​ເຈີມ​ອັນ​ປະເສີດ​ທີ່​ໄຫລ​ລົງ​ຈາກ​ຫົວ ແລະ​ໜວດ​ຂອງ​ອາໂຣນ​ແລະ​ຕາມ​ຄໍ​ເສື້ອຄຸມ​ຂອງ​ເພິ່ນ.


ເຈົ້າ​ຈົ່ງ​ນຸ່ງ​ເຄື່ອງ​ເຫຼົ່ານີ້​ໃຫ້​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ. ແລ້ວ​ຈົ່ງ​ແຕ່ງຕັ້ງ​ແລະ​ອຸທິດ​ຖວາຍ​ພວກເຂົາ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ທີ່​ເຮັດ​ດ້ວຍ​ໝາກກອກເທດ​ຫົດສົງ ເພື່ອ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ແລ້ວ​ເຈົ້າ​ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ທີ່​ເທິງ​ຫົວ​ຂອງ​ລາວ ແລະ​ສະຖາປະນາ​ລາວ.


ແລ້ວ​ຈົ່ງ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ອາໂຣນ​ພ້ອມ​ກັບ​ພວກ​ລູກຊາຍ​ຂອງ​ລາວ ແລະ​ສະຖາປະນາ​ພວກເຂົາ​ໃຫ້​ເປັນ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ຢ່າ​ໜີໄປ​ຈາກ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຖ້າບໍ່​ດັ່ງນັ້ນ ພວກເຈົ້າ​ຈະ​ຕາຍ ຍ້ອນ​ວ່າ​ພວກເຈົ້າ​ຖືກ​ອຸທິດ​ຖວາຍ​ແລ້ວ ໂດຍ​ນໍ້າມັນ​ເຈີມ​ສັກສິດ​ຂອງ​ພຣະເຈົ້າຢາເວ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ໂມເຊ​ໄດ້​ບອກ.


ຖ້າ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ເຮັດ​ບາບ ແລະ​ໄດ້​ນຳ​ຄວາມຜິດ​ມາ​ສູ່​ປະຊາຊົນ; ເພື່ອ​ລຶບລ້າງ​ບາບ​ຂອງຕົນ ເພິ່ນ​ຕ້ອງ​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳ​ໜິ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ໃນ​ມື້ນັ້ນ ພຣະເຈົ້າຢາເວ​ໄດ້​ສັ່ງ​ປະຊາຊົນ​ອິດສະຣາເອນ ເອົາ​ເຄື່ອງ​ຖວາຍ​ສ່ວນ​ນັ້ນ​ໃຫ້​ແກ່​ພວກ​ປະໂຣຫິດ. ອັນນີ້​ແມ່ນ​ລະບຽບການ ທີ່​ປະຊາຊົນ​ອິດສະຣາເອນ​ຕ້ອງ​ເຊື່ອຟັງ​ທຸກຍຸກ​ທຸກສະໄໝ​ສືບໄປ.


ໂມເຊ​ໄດ້​ເອົາ​ນໍ້າມັນ​ສັກສິດ​ແລະ​ເລືອດ​ບາງ​ສ່ວນ​ທີ່​ແທ່ນບູຊາ​ນັ້ນ ຊິດ​ໃສ່​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ແລະ​ຊິດ​ໃສ່​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ. ໃນ​ທຳນອງນີ້ ເພິ່ນ​ໄດ້​ອຸທິດ​ຖວາຍ​ພວກເຂົາ​ພ້ອມ​ທັງ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka