Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 8:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 8:1
12 Jak'a apnaqawi uñst'ayäwi  

ອາໂຣນ​ແລະ​ເຊື້ອສາຍ​ຂອງຕົນ​ເປັນ​ຜູ້​ເຜົາ​ເຄື່ອງຫອມ ແລະ​ເຜົາ​ເຄື່ອງ​ບູຊາ​ຕ່າງໆ​ເທິງ​ແທ່ນບູຊາ. ພວກເຂົາ​ຮັບຜິດຊອບ​ຕໍ່​ການ​ນະມັດສະການ​ທຸກຢ່າງ​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ສຳລັບ​ການ​ຖວາຍບູຊາ​ຕ່າງໆ​ເພື່ອ​ພຣະເຈົ້າ​ຈະ​ຍົກ​ບາບ​ໃຫ້​ແກ່​ຊາດ​ອິດສະຣາເອນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້​ຕາມ​ຄຳແນະນຳ​ຂອງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.


ທັງ​ໂມເຊ​ແລະ​ອາໂຣນ​ຕ່າງ​ກໍ​ເປັນ​ປະໂຣຫິດ ແລະ​ຊາມູເອນ​ກໍໄດ້​ເປັນ​ຜູ້ໜຶ່ງ​ທີ່​ພາວັນນາ​ອະທິຖານ​ຕໍ່​ນາມຊື່​ຂອງ​ພຣະອົງ, ຕ່າງ​ກໍໄດ້​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ຝ່າຍ​ພຣະອົງ​ກໍໄດ້​ຕອບ​ພວກເພິ່ນ.


“ຈົ່ງ​ເອີ້ນ​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ມາ​ເຊັ່ນ​ວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ. ຈົ່ງ​ແຍກ​ພວກເຂົາ​ຢູ່​ຕ່າງຫາກ ຈາກ​ປະຊາຊົນ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ເຈົ້າ​ຈົ່ງ​ນຸ່ງ​ເຄື່ອງ​ເຫຼົ່ານີ້​ໃຫ້​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ. ແລ້ວ​ຈົ່ງ​ແຕ່ງຕັ້ງ​ແລະ​ອຸທິດ​ຖວາຍ​ພວກເຂົາ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ທີ່​ເຮັດ​ດ້ວຍ​ໝາກກອກເທດ​ຫົດສົງ ເພື່ອ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


“ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຈະ​ເຮັດ​ໃນ​ການ​ອຸທິດ​ຖວາຍ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. ຈົ່ງ​ເອົາ​ງົວເຖິກໜຸ່ມ​ໂຕໜຶ່ງ ແລະ​ແກະເຖິກ​ສອງ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍ.


ເມື່ອ​ປະໂຣຫິດ​ອາໂຣນ​ຕາຍໄປ ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຂອງ​ລາວ​ນັ້ນ ຕ້ອງ​ມອບ​ໃຫ້​ແກ່​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ພວກເຂົາ​ຈະ​ໄດ້​ໃສ່ ເມື່ອ​ໄດ້​ຮັບ​ສະຖາປະນາ​ໃຫ້​ເປັນ​ປະໂຣຫິດ.


ໃນທີ່ສຸດ ການ​ສ້າງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ ກໍ​ສຳເລັດ​ລົງ​ທຸກຢ່າງ. ຊາວ​ອິດສະຣາເອນ​ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ຈົ່ງ​ນຳ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ໃຫ້​ພວກເຂົາ​ອາບນໍ້າ​ຊຳລະ​ຮ່າງກາຍ.


ພຣະເຈົ້າຢາເວ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້​ແກ່​ໂມເຊ ທີ່​ເທິງ​ພູເຂົາ​ຊີນາຍ ໃນ​ມື້​ທີ່​ເພິ່ນ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ ໃຫ້​ນຳ​ເຄື່ອງ​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຂອງ​ຊີນາຍ.


“ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ເຮົາ​ມາ​ປາກົດ ແລ້ວ​ເອົາ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ມາ​ພ້ອມ​ກັບ​ນໍ້າມັນ​ເຈີມ​ສັກສິດ, ງົວເຖິກໜຸ່ມ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ແກະເຖິກ ສອງ​ໂຕ ແລະ​ກະຕ່າ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.


ພວກເຂົາ​ໄດ້​ຮັບ​ສະຖາປະນາ​ໃຫ້​ເປັນ​ປະໂຣຫິດ ໂດຍ​ໃຊ້​ນໍ້າມັນ​ສັກສິດ​ເຈີມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka