9 ການຖວາຍພືດຜົນເປັນເມັດທຸກຄັ້ງ ທີ່ໄດ້ບົດເປັນແປ້ງແລະອົບໃນເຕົາ ຫລືຈືນໃສ່ໝໍ້ຂາງ ຫລືປີ້ງເທິງເຫລັກປີ້ງ ຕ້ອງເປັນຂອງປະໂຣຫິດຜູ້ເຮັດພິທີຖວາຍ.
ໃນເວລານັ້ນ ກະສັດຮາຊາເອນແຫ່ງຊີເຣຍໄດ້ບຸກໂຈມຕີເມືອງກາດ ແລະໄດ້ຮັບໄຊຊະນະ ແລ້ວເພິ່ນກໍຕັດສິນໃຈໂຈມຕີນະຄອນເຢຣູຊາເລັມ.
ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍເພື່ອລຶບລ້າງບາບ ແລະເຄື່ອງຖວາຍເພື່ອຊົດໃຊ້ແທນຄືນຈະເປັນອາຫານຂອງພວກປະໂຣຫິດ ແລະໃຫ້ພວກເຂົາຮັບເອົາທຸກໆສິ່ງໃນຊາດອິດສະຣາເອນ ທີ່ໄດ້ແຍກໄວ້ຕ່າງຫາກສຳລັບເຮົາ.
ສ່ວນເຄື່ອງຖວາຍທີ່ເຫຼືອນັ້ນເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ.
ໃນທຳນອງນີ້ ປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. ສ່ວນແປ້ງເຂົ້າທີ່ເຫຼືອຈະເປັນຂອງປະໂຣຫິດ ເໝືອນກັນກັບກໍລະນີຖວາຍພືດຜົນເປັນເມັດ.
ແຕ່ຖ້າພືດຜົນເປັນເມັດຍັງດິບຢູ່ແລະບໍ່ທັນໄດ້ຂົ້ວ ເຖິງແມ່ນວ່າຈະປົນກັບນໍ້າມັນຫລືແຫ້ງແລ້ວກໍຕາມ ໃຫ້ເປັນຂອງປະໂຣຫິດຜູ້ສືບເຊື້ອສາຍມາຈາກຄອບຄົວອາໂຣນ ໂດຍໃຫ້ແບ່ງປັນເປັນສ່ວນເທົ່າກັນ.
ໜັງສັດທີ່ໄດ້ຖວາຍເປັນເຄື່ອງເຜົາບູຊາແລ້ວ ໃຫ້ເປັນຂອງປະໂຣຫິດຜູ້ເຮັດພິທີ.
ເຄື່ອງຖວາຍອັນບໍຣິສຸດທີ່ສຸດ ຊຶ່ງບໍ່ໄດ້ຖືກເຜົາເທິງແທ່ນບູຊາເປັນຂອງເຈົ້າ ແລະມີດັ່ງຕໍ່ໄປນີ້: ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍລຶບລ້າງບາບ ແລະເຄື່ອງຖວາຍໃນການໃຊ້ແທນຄືນ. ທຸກໆສິ່ງທີ່ໄດ້ຖວາຍຢ່າງບໍຣິສຸດໃຫ້ແກ່ເຮົາເປັນຂອງເຈົ້າແລະພວກລູກຂອງເຈົ້າ.
ແນ່ນອນພວກເຈົ້າກໍຮູ້ວ່າ ຜູ້ທີ່ເຮັດວຽກໃນພຣະວິຫານ ກໍໄດ້ອາຫານຈາກພຣະວິຫານ ແລະຜູ້ທີ່ຖວາຍເຄື່ອງເທິງແທ່ນບູຊາ ກໍໄດ້ຮັບສ່ວນແບ່ງຂອງເຄື່ອງຖວາຍນັ້ນ.
ມີທະຫານຄົນໃດແດ່ ທີ່ຮັບໃຊ້ໃນກອງທັບແລ້ວ ຕ້ອງເສຍຄ່າໃຊ້ຈ່າຍຂອງຕົນເອງ? ມີຄົນໃດແດ່ ທີ່ເຮັດສວນອະງຸ່ນແລ້ວ ບໍ່ໄດ້ກິນໝາກອະງຸ່ນຈາກສວນນັ້ນ? ມີຄົນໃດແດ່ ທີ່ລ້ຽງແກະແລ້ວ ບໍ່ໄດ້ກິນນໍ້ານົມຈາກຝູງແກະນັ້ນ?
ຄົນທີ່ຮັບພຣະທຳຄຳສອນແລ້ວ ຈົ່ງແບ່ງສິ່ງທີ່ດີທຸກຢ່າງໃຫ້ແກ່ຜູ້ທີ່ສັ່ງສອນຕົນ.