7 ລະບຽບການຂໍ້ໜຶ່ງທີ່ໃຊ້ປະຕິບັດກັບການຖວາຍເພື່ອລຶບລ້າງບາບ ແລະເພື່ອຊົດໃຊ້ແທນຄືນຄື: ຊີ້ນສັດນັ້ນເປັນຂອງປະໂຣຫິດຜູ້ເຮັດພິທີ.
ເງິນທີ່ໄດ້ມາຈາກເຄື່ອງຖວາຍໃນການຊຳລະຄືນ ແລະໄດ້ຈາກເຄື່ອງຖວາຍໃນການລຶບລ້າງບາບນັ້ນ ບໍ່ແມ່ນເງິນທີ່ນຳມາຖວາຍໃນວິຫານຂອງພຣະເຈົ້າຢາເວ; ເງິນສ່ວນນີ້ເປັນຂອງພວກປະໂຣຫິດ.
ໃນເວລານັ້ນ ກະສັດຮາຊາເອນແຫ່ງຊີເຣຍໄດ້ບຸກໂຈມຕີເມືອງກາດ ແລະໄດ້ຮັບໄຊຊະນະ ແລ້ວເພິ່ນກໍຕັດສິນໃຈໂຈມຕີນະຄອນເຢຣູຊາເລັມ.
ເພິ່ນຈະຂ້າປາດຄໍແກະເຖິກ ຢູ່ໃນບ່ອນສັກສິດ ຄືບ່ອນຂ້າສັດຖວາຍລຶບລ້າງບາບ ແລະເຜົາຖວາຍບູຊາ. ເພິ່ນຕ້ອງຂ້າສັດໃນທີ່ນັ້ນ ເພາະວ່າເຄື່ອງຖວາຍຊົດໃຊ້ແທນຄືນ ແລະລຶບລ້າງບາບ ເປັນຂອງປະໂຣຫິດແລະເປັນເຄື່ອງບໍຣິສຸດທີ່ສຸດ.
ສ່ວນເຄື່ອງຖວາຍທີ່ເຫຼືອນັ້ນເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ.
ເຄື່ອງຖວາຍພືດຜົນເປັນເມັດທີ່ຍັງເຫລືອຢູ່ນັ້ນ ເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດ ໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ.
ແຕ່ຈະຕ້ອງເຮັດເປັນເຂົ້າຈີ່ບໍ່ມີເຊື້ອແປ້ງກິນໃນບ່ອນສັກສິດຄື: ທີ່ເດີ່ນຂອງຫໍເຕັນບ່ອນຊຸມນຸມ. ເຮົາໄດ້ໃຫ້ເຄື່ອງທີ່ເຫຼືອຈາກການຖວາຍບູຊາດ້ວຍໄຟນັ້ນ ເປັນຂອງປະໂຣຫິດ. ມັນເປັນເຄື່ອງບໍຣິສຸດທີ່ສຸດ ເໝືອນກັນກັບເຄື່ອງຖວາຍເພື່ອລຶບລ້າງບາບ ແລະເຄື່ອງຖວາຍເພື່ອຊົດໃຊ້ແທນຄືນ.
ໜັງສັດທີ່ໄດ້ຖວາຍເປັນເຄື່ອງເຜົາບູຊາແລ້ວ ໃຫ້ເປັນຂອງປະໂຣຫິດຜູ້ເຮັດພິທີ.
ແຕ່ຖ້າຜູ້ຮັບນັ້ນຫາກຕາຍໄປ ແລະບໍ່ມີຍາດພີ່ນ້ອງໃກ້ຄຽງທີ່ຈະຮັບຄ່າໃຊ້ແທນຄືນ; ຈົ່ງມອບເງິນນັ້ນໃຫ້ປະໂຣຫິດເພື່ອເປັນການຖວາຍແກ່ອົງພຣະຜູ້ເປັນເຈົ້າ. ນອກຈາກນີ້ ຜູ້ເຮັດຜິດຈະຕ້ອງຖວາຍແກະເຖິກໂຕໜຶ່ງ ເພື່ອປະກອບພິທີລຶບລ້າງບາບຂອງຕົນ.
ຈົ່ງພິຈາລະນາເບິ່ງການປະຕິບັດຂອງຊົນຊາດອິດສະຣາເອນ ພວກທີ່ກິນເຄື່ອງຖວາຍແລ້ວນັ້ນ ກໍມີສ່ວນໃນແທ່ນບູຊານັ້ນບໍ່ແມ່ນບໍ?
ແນ່ນອນພວກເຈົ້າກໍຮູ້ວ່າ ຜູ້ທີ່ເຮັດວຽກໃນພຣະວິຫານ ກໍໄດ້ອາຫານຈາກພຣະວິຫານ ແລະຜູ້ທີ່ຖວາຍເຄື່ອງເທິງແທ່ນບູຊາ ກໍໄດ້ຮັບສ່ວນແບ່ງຂອງເຄື່ອງຖວາຍນັ້ນ.