Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 7:6 - ພຣະຄຳພີສັກສິ

6 ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ປະໂຣຫິດ​ກິນ​ຊີ້ນ​ສັດ​ທີ່​ຖວາຍ​ແລ້ວ​ນັ້ນ​ໄດ້, ແຕ່​ຕ້ອງ​ກິນ​ໃນ​ບ່ອນ​ສັກສິດ ເພາະ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 7:6
11 Jak'a apnaqawi uñst'ayäwi  

ຊາຍ​ຄົນ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ອາຄານ​ທັງສອງ​ຫລັງ​ນີ້​ສັກສິດ. ບັນດາ​ປະໂຣຫິດ​ທີ່​ເຂົ້າ​ໄປ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ບໍຣິສຸດ​ຢູ່​ໃນ​ຕຶກ​ເຫຼົ່ານັ້ນ. ເພາະ​ຫ້ອງ​ຕ່າງໆ​ນັ້ນ​ສັກສິດ ບັນດາ​ປະໂຣຫິດ​ຈະ​ວາງ​ເຄື່ອງ​ຖວາຍ​ອັນ​ສັກສິດ​ທີ່ສຸດ​ໄວ້​ໃນ​ທີ່ນັ້ນ ເຊັ່ນ: ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ກັບ​ເຄື່ອງ​ຖວາຍ​ສຳລັບ​ລຶບລ້າງ​ບາບ ຫລື​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ.


ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ທີ່​ຍັງເຫລືອ​ຢູ່​ນັ້ນ ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເພາະ​ເປັນ​ສ່ວນໜຶ່ງ​ບໍຣິສຸດ​ທີ່ສຸດ ໃນ​ທ່າມກາງ​ເຄື່ອງ​ບູຊາ​ດ້ວຍ​ໄຟ ຊຶ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ.


ຄົນ​ຢ່າງ​ນັ້ນ​ອາດ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ຂອງເຂົາ​ແລ້ວ​ໄດ້ ຄື: ທັງ​ອາຫານ​ທີ່​ຖວາຍ​ແລ້ວ​ຢ່າງ​ບໍຣິສຸດ​ແລະ​ຢ່າງ​ບໍຣິສຸດ​ທີ່ສຸດ;


ຕໍ່ມາ ປະໂຣຫິດ​ຈະ​ປ່ຽນ​ຖ່າຍ​ເຄື່ອງນຸ່ງ​ອອກ ແລະ​ເອົາ​ຂີ້ເຖົ່າ​ໄປ​ຖິ້ມ​ນອກ​ຄ້າຍ ໃນ​ບ່ອນ​ເຮັດ​ຄວາມ​ສະອາດ.


ຜູ້ຊາຍ​ທຸກໆ​ຄົນ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ກິນ​ຊີ້ນ​ທີ່​ໄດ້​ຖວາຍ​ແລ້ວ​ນີ້​ໄດ້;


ປະໂຣຫິດ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ເປັນ​ພິທີ​ຖວາຍບູຊາ​ອາຫານ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ຊົດໃຊ້​ແທນຄືນ.


ຖ້າ​ວ່າ​ມີ​ຜູ້ໃດ​ຜູ້ໜຶ່ງ​ເອົາ​ຊີ້ນ​ຕ່ອນ​ໜຶ່ງ​ຈາກ​ແທ່ນບູຊາ ທີ່​ໄດ້​ຖວາຍບູຊາ​ແລ້ວ​ຍັດ​ໃສ່​ພັບ​ເສື້ອ​ໄປ. ແລ້ວ​ຖ້າ​ລາວ​ປ່ອຍ​ໃຫ້​ເສື້ອ​ຂອງ​ລາວ​ນັ້ນ​ແຕະຕ້ອງ​ເຂົ້າຈີ່, ອາຫານ​ທີ່​ໄດ້​ຄົວ​ແລ້ວ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ຫລື​ອາຫານ​ທຸກຢ່າງ, ມັນ​ຈະ​ເຮັດ​ໃຫ້​ອາຫານ​ນັ້ນ​ເປັນ​ເຄື່ອງ​ຖວາຍບູຊາ​ໄດ້​ບໍ?” ເມື່ອ​ພວກ​ປະໂຣຫິດ​ໄດ້​ຟັງ​ຄຳ​ຖາມ​ນີ້​ແລ້ວ ພວກເຂົາ​ຈຶ່ງ​ຕອບ​ວ່າ, “ບໍ່ໄດ້.”


ຈົ່ງ​ພິຈາລະນາ​ເບິ່ງ​ການ​ປະຕິບັດ​ຂອງ​ຊົນຊາດ​ອິດສະຣາເອນ ພວກ​ທີ່​ກິນ​ເຄື່ອງ​ຖວາຍ​ແລ້ວ​ນັ້ນ ກໍ​ມີ​ສ່ວນ​ໃນ​ແທ່ນບູຊາ​ນັ້ນ​ບໍ່ແມ່ນ​ບໍ?


ແນ່ນອນ​ພວກເຈົ້າ​ກໍ​ຮູ້​ວ່າ ຜູ້​ທີ່​ເຮັດ​ວຽກ​ໃນ​ພຣະວິຫານ ກໍໄດ້​ອາຫານ​ຈາກ​ພຣະວິຫານ ແລະ​ຜູ້​ທີ່​ຖວາຍ​ເຄື່ອງ​ເທິງ​ແທ່ນບູຊາ ກໍໄດ້​ຮັບ​ສ່ວນ​ແບ່ງ​ຂອງ​ເຄື່ອງ​ຖວາຍ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka