Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 7:36 - ພຣະຄຳພີສັກສິ

36 ໃນ​ມື້ນັ້ນ ພຣະເຈົ້າຢາເວ​ໄດ້​ສັ່ງ​ປະຊາຊົນ​ອິດສະຣາເອນ ເອົາ​ເຄື່ອງ​ຖວາຍ​ສ່ວນ​ນັ້ນ​ໃຫ້​ແກ່​ພວກ​ປະໂຣຫິດ. ອັນນີ້​ແມ່ນ​ລະບຽບການ ທີ່​ປະຊາຊົນ​ອິດສະຣາເອນ​ຕ້ອງ​ເຊື່ອຟັງ​ທຸກຍຸກ​ທຸກສະໄໝ​ສືບໄປ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 7:36
6 Jak'a apnaqawi uñst'ayäwi  

ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຜູ້​ບົວລະບັດ​ຮັກສາ​ຕະກຽງ ຢູ່​ຊ້ອງໜ້າ​ເຮົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ເບື້ອງ​ນອກ ຄື​ຢູ່​ນອກ​ຜ້າກັ້ງ​ທາງ​ໜ້າ​ຂອງ​ຫີບ​ພັນທະສັນຍາ. ຈົ່ງ​ໄຕ້​ຕະກຽງ​ແຕ່​ຕອນ​ຄໍ່າ​ຈົນເຖິງ​ຕອນ​ຮຸ່ງ​ເຊົ້າ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ຈົ່ງ​ໃຫ້​ຊາວ​ອິດສະຣາເອນ​ກັບ​ເຊື້ອສາຍ​ຂອງ​ພວກເຂົາ ຕັ້ງໃຈ​ໃສ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້​ຕະຫລອດໄປ.”


ຢ່າ​ໃຫ້​ຊາວ​ອິດສະຣາເອນ​ຄົນ​ໃດ​ກິນ​ໄຂມັນ ຫລື​ກິນ​ເລືອດ; ອັນ​ນີ້​ແມ່ນ​ລະບຽບການ ທີ່​ຊາວ​ອິດສະຣາເອນ​ຕ້ອງ​ຢຶດຖື​ຕະຫລອດໄປ​ບໍ່​ວ່າ​ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ໃດ​ກໍຕາມ.


ເພິ່ນ​ໄດ້​ສະຖາປະນາ​ອາໂຣນ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ບາງ​ສ່ວນ​ຫົດສົງ​ທີ່​ຫົວ​ຂອງ​ລາວ ເປັນ​ການ​ອຸດທິດ​ຖວາຍຕົວ.


ໂມເຊ​ໄດ້​ເອົາ​ນໍ້າມັນ​ສັກສິດ​ແລະ​ເລືອດ​ບາງ​ສ່ວນ​ທີ່​ແທ່ນບູຊາ​ນັ້ນ ຊິດ​ໃສ່​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ແລະ​ຊິດ​ໃສ່​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ. ໃນ​ທຳນອງນີ້ ເພິ່ນ​ໄດ້​ອຸທິດ​ຖວາຍ​ພວກເຂົາ​ພ້ອມ​ທັງ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ.


ຈາກ​ເຜົ່າ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ເຮົາ​ໄດ້​ເລືອກເອົາ​ຄອບຄົວ​ຂອງ​ລາວ​ໃຫ້​ເປັນ​ປະໂຣຫິດ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ທີ່​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ແລະ​ເພື່ອ​ຖື​ເອໂຟດ ມາ​ປຶກສາ​ຫາລື​ກັບ​ເຮົາ. ເຮົາ​ໃຫ້​ພວກເຂົາ​ມີ​ສິດ​ຮັບ​ເອົາ​ສ່ວນແບ່ງ​ຂອງ​ເຄື່ອງ​ບູຊາ ທີ່​ເຜົາ​ຢູ່​ເທິງ​ແທ່ນບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka