Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 7:26 - ພຣະຄຳພີສັກສິ

26 ຊາວ​ອິດສະຣາເອນ​ບໍ່​ວ່າ​ພວກເຂົາ​ຈະ​ຢູ່​ບ່ອນ​ໃດ​ກໍຕາມ ຢ່າ​ເອົາ​ເລືອດ​ນົກ​ຫລື​ເລືອດ​ສັດ ມາ​ກິນ​ເປັນ​ອາຫານ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 7:26
17 Jak'a apnaqawi uñst'ayäwi  

ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ເຈົ້າ​ບໍ່​ຕ້ອງ​ກິນ​ຄື: ຊີ້ນ​ທີ່​ມີ​ເລືອດ; ເພາະ​ເລືອດ​ແມ່ນ​ຫລັກ​ສຳຄັນ​ແຫ່ງ​ຊີວິດ.


ຈົ່ງ​ຖວາຍ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ຂອງ​ງົວ ແລະ​ແກະ​ຂອງ​ພວກເຈົ້າ​ແກ່​ເຮົາ. ຈົ່ງ​ໃຫ້​ລູກ​ສັດ​ໂຕ​ເຖິກ​ຫົວປີ​ຢູ່​ກັບ​ແມ່​ຂອງ​ມັນ​ເຈັດ​ວັນ ແລະ​ໃນ​ວັນ​ທີ​ແປດ​ໃຫ້​ນຳ​ມາ​ຖວາຍ​ແກ່​ເຮົາ.


ຈົ່ງ​ບອກ​ພວກເຂົາ​ເຖິງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ‘ພວກເຈົ້າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່. ພວກເຈົ້າ​ຂາບໄຫວ້​ບັນດາ​ຮູບເຄົາຣົບ. ພວກເຈົ້າ​ຂ້າ​ຄົນ. ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຄິດວ່າ ດິນແດນ​ນັ້ນ​ເປັນ​ຂອງ​ພວກເຈົ້າ?


ຢ່າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່​ໃນ​ນັ້ນ. ຢ່າ​ຝຶກ​ເວດມົນ​ຄາຖາ​ຊະນິດ​ໃດໆ​ທັງ​ສິ້ນ.


ຢ່າ​ໃຫ້​ຊາວ​ອິດສະຣາເອນ​ຄົນ​ໃດ​ກິນ​ໄຂມັນ ຫລື​ກິນ​ເລືອດ; ອັນ​ນີ້​ແມ່ນ​ລະບຽບການ ທີ່​ຊາວ​ອິດສະຣາເອນ​ຕ້ອງ​ຢຶດຖື​ຕະຫລອດໄປ​ບໍ່​ວ່າ​ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ໃດ​ກໍຕາມ.


ຖ້າ​ຜູ້ໃດ​ກິນ​ໄຂມັນ​ສັດ ທີ່​ໄດ້​ຖວາຍ​ດ້ວຍ​ໄຟ​ເປັນ​ອາຫານ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ແລ້ວ ຜູ້ນັ້ນ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ.


ຜູ້ໃດ​ທີ່​ຝ່າຝືນ​ລະບຽບ​ການ​ນີ້ ຜູ້ນັ້ນ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າທັງຫຼາຍ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ບໍ່​ກິນ​ເນື້ອກາຍ ແລະ​ບໍ່​ດື່ມ​ເລືອດ​ຂອງ​ບຸດ​ມະນຸດ​ແລ້ວ ເຈົ້າ​ກໍ​ຈະ​ບໍ່ມີ​ຊີວິດ​ໃນ​ຕົວເຈົ້າ​ເອງ.


ແຕ່​ເຮົາ​ຈົ່ງ​ສັ່ງ​ພວກເຂົາ​ເປັນ​ລາຍລັກ​ອັກສອນ ໃຫ້​ເວັ້ນເສຍ​ຈາກ​ສິ່ງ​ຊົ່ວ​ມົວໝອງ ເນື່ອງ​ດ້ວຍ​ພະທຽມ, ຈາກ​ການ​ຫລິ້ນຊູ້, ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄໍ ແລະ​ຈາກ​ການ​ກິນ​ເລືອດ.


ຄື​ໃຫ້​ງົດເວັ້ນ​ເສຍ​ຈາກ​ກິນ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບເຄົາຣົບ​ແລ້ວ, ໃຫ້​ງົດ​ຈາກ​ການ​ກິນ​ເລືອດ, ໃຫ້​ງົດ​ຈາກ​ການ​ກິນ​ສັດ​ທີ່​ຕາຍ​ເພາະ​ຖືກ​ຮັດ​ຄໍ ແລະ​ໃຫ້​ຫລີກເວັ້ນ​ຈາກ​ການ​ຫລິ້ນຊູ້, ຖ້າ​ພວກທ່ານ​ງົດ​ຈາກ​ສິ່ງ​ເຫຼົ່ານີ້​ໄດ້ ພວກທ່ານ​ກໍ​ຢູ່ເຢັນ​ເປັນສຸກ ຈົ່ງ​ຈະເລີນ​ເທີ້ນ.”


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ.


ແຕ່​ພວກເຈົ້າ​ບໍ່​ຕ້ອງ​ກິນ​ເລືອດ​ສັດ​ສຳລັບ​ເປັນ​ອາຫານ; ໃຫ້​ເທ​ລົງ​ດິນ​ເໝືອນ​ດັ່ງ​ເທ​ນໍ້າ.


ແຕ່​ຢ່າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່​ໃນ​ນັ້ນ ເພາະ​ຊີວິດ​ແມ່ນ​ຢູ່​ໃນ​ເລືອດ ແລະ​ພວກເຈົ້າ​ບໍ່​ຕ້ອງ​ກິນ​ຊີວິດ​ພ້ອມ​ກັບ​ຊີ້ນ.


ຢ່າ​ໃຊ້​ເລືອດ​ສັດ​ສຳລັບ​ເປັນ​ອາຫານ ແຕ່​ໃຫ້​ເທ​ລົງ​ດິນ​ເໝືອນ​ດັ່ງ​ເທ​ນໍ້າ.”


ສິ່ງສາລະພັດ​ທີ່​ພຣະເຈົ້າ​ສ້າງ​ໄວ້​ນັ້ນ ເປັນ​ຂອງ​ດີ​ທັງໝົດ ບໍ່ຄວນ​ປະຖິ້ມ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ຮັບ​ເອົາ​ທຸກສິ່ງ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka