25 ຖ້າຜູ້ໃດກິນໄຂມັນສັດ ທີ່ໄດ້ຖວາຍດ້ວຍໄຟເປັນອາຫານແກ່ພຣະເຈົ້າຢາເວຕາມພິທີແລ້ວ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດ ຊາຍຄົນນັ້ນກໍຈະຖືກຕັດອອກຈາກພີ່ນ້ອງຂອງຕົນ ເພາະລາວບໍ່ຮັກສາພັນທະສັນຍາທີ່ໄດ້ມີໄວ້ກັບເຮົາ.”
ແລ້ວຈົ່ງຮັບເອົາສິ່ງເຫຼົ່ານີ້ຈາກມືຂອງພວກເຂົານຳໄປເຜົາເທິງແທ່ນບູຊາ ຄືເຜົາເທິງເຄື່ອງຊຶ່ງໄດ້ເຜົາບູຊາແລ້ວ ທີ່ມີກິ່ນຫອມຫວນເປັນທີ່ພໍພຣະໄທຕໍ່ໜ້າພຣະເຈົ້າຢາເວ; ເປັນເຄື່ອງບູຊາດ້ວຍໄຟຖວາຍແກ່ພຣະເຈົ້າຢາເວ.
ຢ່າໃຫ້ຊາວອິດສະຣາເອນຄົນໃດກິນໄຂມັນ ຫລືກິນເລືອດ; ອັນນີ້ແມ່ນລະບຽບການ ທີ່ຊາວອິດສະຣາເອນຕ້ອງຢຶດຖືຕະຫລອດໄປບໍ່ວ່າພວກເຂົາຈະອາໄສຢູ່ທີ່ໃດກໍຕາມ.
ແຕ່ຖ້າຄົນໃດທີ່ເປັນມົນທິນກິນຊີ້ນນັ້ນ ລາວຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າຢາເວອີກຕໍ່ໄປ.
ເຊັ່ນດຽວກັນ ຖ້າຜູ້ໃດກິນຊີ້ນທີ່ຖວາຍນີ້ ຫລັງຈາກຕົນໄດ້ແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດແລ້ວ ບໍ່ວ່າຈາກຄົນຫລືຈາກສັດກໍຕາມ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າຢາເວອີກຕໍ່ໄປ.
ຢ່າກິນໄຂມັນສັດທີ່ຕາຍເອງ ຫລືທີ່ຖືກສັດປ່າກັດຕາຍ ແຕ່ຈະເອົາໄປເຮັດຢ່າງອື່ນກໍໄດ້.
ຊາວອິດສະຣາເອນບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ ຢ່າເອົາເລືອດນົກຫລືເລືອດສັດ ມາກິນເປັນອາຫານ.
ຜູ້ໃດທີ່ຝ່າຝືນລະບຽບການນີ້ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.