Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 7:23 - ພຣະຄຳພີສັກສິ

23 ເພື່ອ​ໃຫ້​ປະຊາຊົນ​ອິດສະຣາເອນ​ປະຕິບັດ​ຕາມ​ຄື: ຢ່າ​ກິນ​ໄຂມັນ​ຂອງ​ງົວ ແກະ​ຫລື​ແບ້.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 7:23
11 Jak'a apnaqawi uñst'ayäwi  

ຈົ່ງ​ຖວາຍ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ຂອງ​ງົວ ແລະ​ແກະ​ຂອງ​ພວກເຈົ້າ​ແກ່​ເຮົາ. ຈົ່ງ​ໃຫ້​ລູກ​ສັດ​ໂຕ​ເຖິກ​ຫົວປີ​ຢູ່​ກັບ​ແມ່​ຂອງ​ມັນ​ເຈັດ​ວັນ ແລະ​ໃນ​ວັນ​ທີ​ແປດ​ໃຫ້​ນຳ​ມາ​ຖວາຍ​ແກ່​ເຮົາ.


ປະໂຣຫິດ​ຈະ​ຊິດ​ເລືອດ​ສັດ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ທີ່​ຕັ້ງ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເຜົາ​ໄຂມັນ​ເພື່ອ​ໃຫ້​ກິ່ນ​ຫອມຫວນ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ໄດ້​ອອກ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້​ມອບ​ໃຫ້​ໂມເຊ


ດ້ວຍວ່າ, ໃຈ​ຂອງ​ພົນລະເມືອງ​ນີ້​ກໍ​ປຶກໜາ ຫູ​ກໍ​ໜັກ, ຕາ​ຂອງ​ພວກເຂົາ​ກໍ​ຫລັບ​ເສຍ. ຢ້ານ​ວ່າ​ພວກເຂົາ​ຈະ​ສັງເກດ​ດ້ວຍ​ຕາ ແລະ​ຈະ​ໄດ້ຍິນ​ດ້ວຍ​ຫູ ແລະ​ຈະ​ຮູ້​ດ້ວຍ​ໃຈ ແລ້ວ​ຈະ​ຕ່າວ​ກັບ​ມາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ດີ.’


ຈົ່ງ​ໃຫ້​ພວກເຮົາ​ປະຕິບັດ​ຕົວ ສົມ​ກັບ​ຄົນ​ທີ່​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ບໍ່ແມ່ນ​ໃນ​ການ​ກິນລ້ຽງ​ຢ່າງ​ເຖິງ​ໃຈ ຫລື​ການ​ດື່ມ​ເຫຼົ້າ​ເມົາຢາ ບໍ່ແມ່ນ​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ຫລື​ເຮັດ​ເສື່ອມເສຍ​ສິນທຳ ບໍ່ແມ່ນ​ໃນ​ການ​ວິວາດ​ຜິດຖຽງ​ກັນ ຫລື​ອິດສາ​ກັນ.


ເພາະ​ຖ້າ​ເຈົ້າ​ທັງຫລາຍ​ດຳເນີນ​ຊີວິດ​ຕາມ​ຢ່າງ​ເນື້ອໜັງ​ແລ້ວ ພວກເຈົ້າ​ກໍ​ຄົງ​ຈະ​ຕາຍ, ແຕ່​ຖ້າ​ໂດຍ​ຝ່າຍ​ພຣະວິນຍານ ພວກເຈົ້າ​ໄດ້​ທຳລາຍ​ການ​ຂອງ​ຝ່າຍ​ເນື້ອໜັງ​ນັ້ນ​ເສຍ ເຈົ້າ​ກໍ​ຄົງ​ຈະ​ມີ​ຊີວິດ​ຢູ່.


ເຈົ້າ​ບູຊາ​ລ້ຽງ​ມັນ​ໄວ້​ໂດຍ​ຖວາຍ​ໄຂມັນ​ໃຫ້​ມັນ​ຮັບ ທັງ​ຖວາຍ​ເຫຼົ້າ​ອະງຸ່ນ​ໃຫ້​ມັນ​ໄດ້​ດື່ມ​ຢ່າງ​ສະບາຍ. ບັດນີ້ ຈົ່ງ​ບອກ​ມັນ​ໃຫ້​ຊ່ວຍເຫລືອ​ເຈົ້າ​ລອງ​ເບິ່ງ ບອກ​ມັນ​ແລ່ນ​ມາ​ຊ່ວຍ​ກູ້​ເອົາ​ເຈົ້າ​ໄວ້​ສາ.


ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ເບິ່ງ​ເຄື່ອງບູຊາ​ແລະ​ເຄື່ອງຖວາຍ ທີ່​ເຮົາ​ຮຽກຮ້ອງ​ເອົາ​ນຳ​ປະຊາຊົນ​ນັ້ນ​ດ້ວຍ​ໃຈ​ໂລບມາກ. ເອລີ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້ກຽດ​ພວກ​ລູກຊາຍ​ຂອງ​ເຈົ້າ​ຫລາຍກວ່າ​ເຮົາ? ໂດຍ​ປ່ອຍ​ໃຫ້​ພວກເຂົາ​ຕຸ້ຍພີ​ຂຶ້ນ ຍ້ອນ​ສ່ວນ​ດີທີ່ສຸດ​ຂອງ​ເຄື່ອງບູຊາ​ທັງໝົດ ຊຶ່ງ​ປະຊາຊົນ​ນຳ​ມາ​ຖວາຍ​ນັ້ນ?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka