Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 7:21 - ພຣະຄຳພີສັກສິ

21 ເຊັ່ນດຽວ​ກັນ ຖ້າ​ຜູ້ໃດ​ກິນ​ຊີ້ນ​ທີ່​ຖວາຍ​ນີ້ ຫລັງຈາກ​ຕົນ​ໄດ້​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ແລ້ວ ບໍ່​ວ່າ​ຈາກ​ຄົນ​ຫລື​ຈາກ​ສັດ​ກໍຕາມ ຜູ້ນັ້ນ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 7:21
31 Jak'a apnaqawi uñst'ayäwi  

ຊາຍ​ຄົນ​ໃດ​ທີ່​ບໍ່​ຍອມ​ເຮັດ​ພິທີຕັດ ຊາຍ​ຄົນ​ນັ້ນ​ກໍ​ຈະ​ຖືກ​ຕັດ​ອອກ​ຈາກ​ພີ່ນ້ອງ​ຂອງຕົນ ເພາະ​ລາວ​ບໍ່​ຮັກສາ​ພັນທະສັນຍາ​ທີ່​ໄດ້​ມີ​ໄວ້​ກັບ​ເຮົາ.”


ຈົ່ງ​ກິນ​ເຂົ້າຈີ່ ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຕັມ​ເຈັດ​ວັນ. ໃນ​ວັນ​ທຳອິດ ໃຫ້​ເອົາ​ເຊື້ອແປ້ງ​ທັງໝົດ​ໃນ​ເຮືອນ​ຖິ້ມ ເພາະວ່າ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃນ​ເຈັດ​ວັນ​ນັ້ນ ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ໃນ​ເຈັດ​ວັນ​ນີ້ ຢ່າ​ໃຫ້​ມີ​ເຊື້ອແປ້ງ​ຢູ່​ໃນ​ເຮືອນ. ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ ບໍ່​ວ່າ​ເປັນ​ຄົນ​ຕ່າງດ້າວ ຫລື​ເປັນ​ຄົນ​ອິດສະຣາເອນ​ກໍຕາມ ລາວ​ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”


ຈົ່ງ​ບອກ​ພວກເຂົາ​ເຖິງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ‘ພວກເຈົ້າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່. ພວກເຈົ້າ​ຂາບໄຫວ້​ບັນດາ​ຮູບເຄົາຣົບ. ພວກເຈົ້າ​ຂ້າ​ຄົນ. ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຄິດວ່າ ດິນແດນ​ນັ້ນ​ເປັນ​ຂອງ​ພວກເຈົ້າ?


ແຕ່​ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ຢ່າ​ເລີຍ ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່ເຄີຍ​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ຈັກເທື່ອ. ຕັ້ງແຕ່​ສະໄໝ​ເປັນ​ເດັກນ້ອຍ ຂ້ານ້ອຍ​ບໍ່ເຄີຍ​ກິນ​ຊີ້ນ​ສັດ​ໃດໆ​ເລີຍ​ທີ່​ຕາຍ​ຢ່າງ​ທຳມະດາ ຫລື​ຖືກ​ສັດປ່າ​ກັດ​ຕາຍ. ຂ້ານ້ອຍ​ບໍ່ເຄີຍ​ກິນ​ອາຫານ​ໃດໆ​ທີ່​ຖື​ວ່າ​ເປັນ​ມົນທິນ.”


ແມງໄມ້​ທຸກ​ຊະນິດ​ທີ່​ມີ​ປີກ​ແລະ​ມີ​ສີ່​ຕີນ​ຍ່າງ​ໄປມາ ໃຫ້​ຖື​ວ່າ​ເປັນ​ສັດ​ທີ່​ໜ້າກຽດ​ໜ້າຊັງ​ສຳລັບ​ພວກເຈົ້າ.


ພຣະເຈົ້າຢາເວ​ໄດ້​ມອບ​ລະບຽບການ​ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ


ຖ້າ​ຊາວ​ອິດສະຣາເອນ ຫລື​ຄົນ​ຕ່າງດ້າວ​ຜູ້ໃດ​ຜູ້ໜຶ່ງ ທີ່​ອາໄສ​ຢູ່​ທ່າມກາງ​ເຈົ້າ ກິນ​ຊີ້ນ​ທີ່​ມີ​ເລືອດ​ຢູ່; ເຮົາ​ຈະ​ຕໍ່ສູ້​ລາວ ແລະ​ເຮົາ​ຈະ​ບໍ່​ຖື​ຜູ້ນັ້ນ​ວ່າ​ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ.


ຊີວິດ​ຂອງ​ທຸກໆ​ສິ່ງ​ທີ່​ເປັນ​ຢູ່ ແມ່ນ​ຢູ່​ໃນ​ເລືອດ ເພາະ​ສະນັ້ນ ເຮົາ​ຈຶ່ງ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ບໍ່​ໃຫ້​ກິນ​ຊີ້ນ​ສັດ​ໃດໆ​ທີ່​ມີ​ເລືອດ​ຢູ່ ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຍັງ​ຂືນ​ກິນ ເຮົາ​ຈະ​ບໍ່​ຖື​ຜູ້ນັ້ນ​ວ່າ ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ.


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ຜູ້ໃດ​ກໍຕາມ​ທີ່​ເຮັດ​ສິ່ງ​ເບື່ອໜ່າຍ​ເຫຼົ່ານີ້ ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ກິນ​ຊີ້ນ​ນັ້ນ ຈະ​ມີ​ຄວາມຜິດ​ເພາະ​ເຂົາ​ໄດ້​ເຮັດ​ໃຫ້​ສິ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ມົນທິນ ແລະ​ເຮົາ​ຈະ​ບໍ່​ຖື​ຄົນ​ນັ້ນ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ຖ້າ​ຜູ້ໃດ​ມອບ​ລູກ​ຊາຍ​ຍິງ​ຂອງຕົນ​ໃຫ້​ພະ​ໂມເລັກ ແລະ​ເຮັດ​ໃຫ້​ຫໍເຕັນ​ສັກສິດ​ຂອງເຮົາ​ເປັນ​ມົນທິນ ແລະ​ເຮັດ​ໃຫ້​ນາມຊື່​ອັນ​ສັກສິດ​ຂອງເຮົາ​ເສື່ອມ​ເສຍ; ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ຜູ້ນັ້ນ ທັງ​ຈະ​ບໍ່​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ຖ້າ​ເຊື້ອສາຍ​ຂອງ​ພວກເຈົ້າ​ຜູ້ໃດ​ເປັນມົນທິນ​ຕາມ​ກົດບັນຍັດ ເຂົ້າ​ມາ​ໃກ້​ເຄື່ອງ​ຖວາຍ​ອັນ​ສັກສິດ ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ຜູ້ນັ້ນ​ຈະ​ບໍ່ໄດ້​ເຂົ້າ​ມາ​ຮັບໃຊ້​ເຮົາ​ທີ່​ແທ່ນບູຊາ​ຈັກເທື່ອ. ຂໍ້ຄຳສັ່ງ​ທັງໝົດ​ນີ້​ໃຫ້​ປະຕິບັດ​ສືບຕໍ່​ກັນ​ໄປ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ບໍ່​ໃຫ້​ເຊື້ອສາຍ​ຂອງ​ອາໂຣນ​ຄົນ​ໃດ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ຂີ້ທູດ ຫລື​ຜູ້​ທີ່​ມີ​ສິ່ງ​ໄຫລ​ອອກ​ຈາກ​ຮ່າງກາຍ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ ຈົນກວ່າ​ລາວ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ປະໂຣຫິດ​ທຸກຄົນ​ກໍ​ເປັນ​ມົນທິນ ຖ້າ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ​ເຊັ່ນ: ແຕະຕ້ອງ​ຊາກສົບ, ມີ​ນໍ້າກາມ​ທີ່​ໄຫລ​ອອກ,


ຜູ້ໃດ​ທີ່​ກິນ​ສິ່ງ​ໜຶ່ງ​ສິ່ງໃດ​ໃນວັນນີ້ ຈະ​ບໍ່​ຖື​ຜູ້ນັ້ນ​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ.


ແຕ່​ຖ້າ​ຄົນ​ໃດ​ທີ່​ເປັນມົນທິນ​ກິນ​ຊີ້ນ​ນັ້ນ ລາວ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ.


ພຣະເຈົ້າຢາເວ​ໄດ້​ອອກ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້​ມອບ​ໃຫ້​ໂມເຊ


ຖ້າ​ຜູ້ໃດ​ກິນ​ໄຂມັນ​ສັດ ທີ່​ໄດ້​ຖວາຍ​ດ້ວຍ​ໄຟ​ເປັນ​ອາຫານ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ແລ້ວ ຜູ້ນັ້ນ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ.


ຜູ້ໃດ​ທີ່​ຝ່າຝືນ​ລະບຽບ​ການ​ນີ້ ຜູ້ນັ້ນ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ອີກ​ຕໍ່ໄປ.


ສິ່ງໃດ​ທີ່​ຄົນ​ເປັນມົນທິນ​ຈັບບາຍ​ກໍ​ເປັນ​ມົນທິນ ແລະ​ຜູ້ໃດ​ທີ່​ຈັບບາຍ ຜູ້ນັ້ນ​ກໍ​ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ.”


ແຕ່​ສັດ​ໃດໆ​ທີ່​ອາໄສ​ຢູ່​ໃນ​ນໍ້າ​ທີ່​ບໍ່ມີ​ຄີ​ແລະ​ເກັດ ຢ່າ​ກິນ​ເດັດຂາດ​ເພາະ​ຖື​ວ່າ​ເປັນ​ມົນທິນ.


“ຢ່າ​ກິນ​ສິ່ງໃດ​ສິ່ງໜຶ່ງ​ທີ່​ໄດ້​ຖື​ວ່າ​ເປັນ​ມົນທິນ.


ເຖິງຢ່າງໃດ​ກໍຕາມ ໃນ​ມື້​ນັ້ນ​ກະສັດ​ໂຊນ​ບໍ່ໄດ້​ເວົ້າ​ຫຍັງ​ເລີຍ ເພາະ​ເພິ່ນ​ຄິດ​ວ່າ ອາດ​ມີ​ບາງສິ່ງ​ບາງຢ່າງ​ເກີດຂຶ້ນ​ກັບ​ລາວ ແລະ​ລາວ​ອາດ​ຍັງ​ມີ​ມົນທິນ​ຢູ່​ກໍໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka