Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 7:19 - ພຣະຄຳພີສັກສິ

19 ຖ້າ​ຊີ້ນ​ສັດ​ສ່ວນ​ໃດ​ໄປ​ຖືກ​ຂອງ​ທີ່​ເປັນ​ມົນທິນ ຢ່າ​ໄດ້​ກິນ​ຊີ້ນ​ສ່ວນ​ນັ້ນ ແຕ່​ໃຫ້​ເຜົາ​ໄຟ​ຖິ້ມ​ເສຍ. ສຳລັບ​ຊີ້ນ​ສ່ວນ​ອື່ນ ຄົນ​ໃດ​ທີ່​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ​ກິນ​ຊີ້ນ​ນັ້ນ​ໄດ້

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 7:19
12 Jak'a apnaqawi uñst'ayäwi  

ຜູ້ໃດ​ຜູ້ໜຶ່ງ​ຫລື​ສິ່ງໃດສິ່ງໜຶ່ງ​ທີ່​ແຕະຕ້ອງ​ຊີ້ນ​ສັດ ຈະ​ເປັນ​ບໍຣິສຸດ​ຈາກ​ຣິດອຳນາດ​ແຫ່ງ​ຄວາມ​ບໍຣິສຸດ. ຖ້າ​ເຄື່ອງນຸ່ງ​ຜືນ​ໃດ​ຖືກ​ເລືອດ​ສັດ ຕ້ອງ​ໃຊ້​ນໍ້າ​ລ້າງ​ເຄື່ອງນຸ່ງ​ຜືນ​ນັ້ນ​ໃນ​ບ່ອນ​ບໍຣິສຸດ.


ຖ້າ​ຜູ້ໃດ​ຍັງ​ເອົາ​ຊີ້ນ​ທີ່​ເຫຼືອ​ຢູ່​ນັ້ນ​ມາ​ກິນ​ໃນ​ມື້​ທີ​ສາມ ພຣະເຈົ້າ​ກໍ​ຈະ​ບໍ່​ຮັບ​ການ​ຖວາຍ​ຂອງ​ຊາຍ​ຄົນ​ນັ້ນ. ການ​ຖວາຍ​ນີ້​ຈະ​ຖື​ວ່າ​ບໍ່​ຖືກ​ຍອມ​ຮັບ ແຕ່​ຈະ​ຖື​ວ່າ​ເປັນ​ມົນທິນ ແລະ​ຜູ້ໃດ​ກໍຕາມ​ທີ່​ກິນ​ຈະ​ໄດ້​ຮັບ​ຜົນ​ກຳ.


ແຕ່​ຖ້າ​ຄົນ​ໃດ​ທີ່​ເປັນມົນທິນ​ກິນ​ຊີ້ນ​ນັ້ນ ລາວ​ຈະ​ບໍ່ໄດ້​ມີ​ຊື່​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ.


ແຕ່​ຈົ່ງ​ບໍລິຈາກ​ໃຫ້​ແກ່​ຄົນ​ຍາກຈົນ ຕາມ​ທີ່​ພວກເຈົ້າ​ມີ​ຢູ່​ຂ້າງ​ໃນ ແລະ​ທຸກສິ່ງ​ກໍ​ຈະ​ສະອາດ​ເສາະໃສ​ສຳລັບ​ພວກເຈົ້າ.”


ເປໂຕ​ໄດ້​ກ່າວ​ກັບ​ຄົນ​ເຫຼົ່ານັ້ນ​ວ່າ, “ທ່ານ​ທັງຫລາຍ​ຮູ້​ດີ​ວ່າ ການ​ທີ່​ຄົນ​ຢິວ​ຈະ​ມາ​ຢ້ຽມຢາມ ຫລື​ເຂົ້າ​ຮ່ວມ​ຄົບຫາ​ສະມາຄົມ​ກັບ​ຄົນຕ່າງຊາດ ກໍ​ເປັນ​ການ​ຕ້ອງ​ຫ້າມ, ແຕ່​ພຣະເຈົ້າ​ໄດ້​ໂຜດ​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ວ່າ ບໍ່​ຕ້ອງ​ຖື​ຄົນໃດ​ຄົນໜຶ່ງ​ວ່າ​ເປັນ​ຄົນ​ຕ້ອງ​ຫ້າມ ຫລື​ເປັນ​ມົນທິນ.


ໝັ້ນໃຈ​ໃນ​ອົງ​ພຣະເຢຊູເຈົ້າ​ວ່າ ບໍ່ມີ​ອັນ​ໃດ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ໃນ​ຕົວ​ມັນ​ເອງ; ແຕ່​ຖ້າ​ຄົນ​ໃດ​ຄິດ​ວ່າ​ມັນ​ເປັນ​ຂອງ​ຕ້ອງ​ຫ້າມ ສິ່ງ​ນັ້ນ​ກໍ​ເປັນ​ຂອງ​ຕ້ອງ​ຫ້າມ​ສຳລັບ​ລາວ.


ຢ່າ​ທຳລາຍ​ກິດຈະການ​ຂອງ​ພຣະເຈົ້າ ຍ້ອນ​ເລື່ອງ​ອາຫານ​ການ​ກິນ ອາຫານ​ທຸກຢ່າງ​ບໍ່​ເປັນ​ຂອງ​ຕ້ອງ​ຫ້າມ​ກໍ​ຈິງ, ແຕ່​ວ່າ​ຄົນ​ໃດ​ທີ່​ກິນ​ອາຫານ ຊຶ່ງ​ເປັນ​ເຫດ​ໃຫ້​ຄົນອື່ນ​ຊູນ​ສະດຸດ​ໃຈ ກໍ​ມີ​ຄວາມຜິດ.


ດ້ວຍເຫດນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ແຍກ​ຕົວ​ອອກ​ຈາກ​ທ່າມກາງ​ພວກເຂົາ ແລະ​ຈົ່ງ​ຕັ້ງ​ຢູ່​ຕ່າງຫາກ ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ເຮົາ​ຈຶ່ງ​ຈະ​ຮັບ​ເອົາ​ພວກເຈົ້າ​ໄວ້.


ສຳລັບ​ຄົນ​ສະອາດ​ນັ້ນ ທຸກສິ່ງ​ກໍ​ສະອາດ​ເສາະໃສ ແຕ່​ສຳລັບ​ຄົນຊົ່ວຮ້າຍ​ແລະ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ບໍ່ມີ​ສິ່ງໃດ​ສະອາດ​ຈັກ​ຢ່າງ ແຕ່​ຈິດໃຈ ແລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ຖືກ​ຊົ່ວຮ້າຍ​ໄປ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka