Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 7:18 - ພຣະຄຳພີສັກສິ

18 ຖ້າ​ຜູ້ໃດ​ຍັງ​ເອົາ​ຊີ້ນ​ທີ່​ເຫຼືອ​ຢູ່​ນັ້ນ​ມາ​ກິນ​ໃນ​ມື້​ທີ​ສາມ ພຣະເຈົ້າ​ກໍ​ຈະ​ບໍ່​ຮັບ​ການ​ຖວາຍ​ຂອງ​ຊາຍ​ຄົນ​ນັ້ນ. ການ​ຖວາຍ​ນີ້​ຈະ​ຖື​ວ່າ​ບໍ່​ຖືກ​ຍອມ​ຮັບ ແຕ່​ຈະ​ຖື​ວ່າ​ເປັນ​ມົນທິນ ແລະ​ຜູ້ໃດ​ກໍຕາມ​ທີ່​ກິນ​ຈະ​ໄດ້​ຮັບ​ຜົນ​ກຳ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 7:18
31 Jak'a apnaqawi uñst'ayäwi  

ຄົນ​ທ່ຽງທຳ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ​ຕອບ, ແຕ່​ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວຊ້າ​ພຣະອົງ​ກຽດຊັງ.


ໃນ​ຕອນ​ກາງຄືນ ພວກເຂົາ​ໄປ​ໃນ​ຖໍ້າ ແລະ​ຂຸມຝັງສົບ ເພື່ອ​ເອີ້ນ​ວິນຍານ​ຂອງ​ຄົນຕາຍ​ມາ​ປຶກສາ. ພວກເຂົາ​ກິນ​ຊີ້ນໝູ ແລະ​ຊົດ​ນໍ້າ​ຕົ້ມ​ຂອງ​ຊີ້ນໝູ ທີ່​ໄດ້​ບູຊາ​ຖວາຍ​ແກ່​ພະ​ຂອງ​ຊາວ​ຕ່າງຊາດ.


ປະຊາຊົນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ພວກເຂົາ. ບໍ່​ວ່າ​ຈະ​ຂ້າ​ງົວເຖິກ​ເປັນ​ເຄື່ອງ​ບູຊາ​ຫລື​ເອົາ​ມະນຸດ​ບູຊາ​ກໍດີ; ບໍ່​ວ່າ​ຈະ​ຂ້າ​ແກະ​ຫລື​ຫັກ​ຄໍ​ໝາ​ມາ​ບູຊາ​ກໍດີ; ບໍ່​ວ່າ​ນຳ​ພືດຜົນ​ເປັນເມັດ​ຫລື​ເອົາ​ເລືອດ​ໝູ​ມາ​ບູຊາ​ກໍດີ; ບໍ່​ວາ​ຈະ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ວອນຂໍ​ຕໍ່​ຮູບເຄົາຣົບ​ກໍດີ ທັງໝົດ​ນັ້ນ​ຄື​ກັນ​ສຳລັບ​ພວກເຂົາ. ພວກເຂົາ​ພໍໃຈ​ກັບ​ວິທີ​ຂາບໄຫວ້​ແບບ​ໜ້າລັງກຽດ​ນີ້.


ພຣະເຈົ້າຢາເວ​ໄດ້​ກ່າວ​ໃສ່​ປະຊາຊົນ​ເຫຼົ່ານີ້​ວ່າ, “ພວກເຂົາ​ມັກ​ແລ່ນ​ໜີໄປ​ຈາກ​ເຮົາ ແລະ​ຈະ​ຄອບຄຸມ​ພວກເຂົາ​ເອງ​ບໍ່ໄດ້. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບໍ່​ພໍໃຈ​ນຳ​ພວກເຂົາ ເຮົາ​ຈະ​ຈົດຈຳ​ຄວາມຜິດ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ຈະ​ລົງໂທດ​ພວກເຂົາ​ເພາະ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ.”


ຖ້າ​ພວກເຂົາ​ຖືສິນ​ອົດອາຫານ ເຮົາ​ກໍ​ຈະ​ບໍ່​ຟັງ​ພວກເຂົາ​ຮ້ອງໄຫ້​ຂໍ​ຄວາມ​ຊ່ວຍເຫລືອ; ແລະ​ຖ້າ​ພວກເຂົາ​ເຜົາ​ສັດ​ບູຊາ​ແລະ​ຖວາຍ​ອາຫານ​ແກ່​ເຮົາ ເຮົາ​ກໍ​ຈະ​ບໍ່​ພໍໃຈ​ກັບ​ພວກເຂົາ ແຕ່​ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສົງຄາມ ໃນ​ການ​ອຶດຕາຍ ແລະ​ໃນ​ການ​ເຈັບໄຂ້​ໄດ້ປ່ວຍ.”


ຜູ້​ທີ່​ເຮັດ​ບາບ​ຄື​ຜູ້​ທີ່​ຈະ​ຕ້ອງ​ຕາຍ. ລູກຊາຍ​ບໍ່​ຕ້ອງ​ຮັບ​ໂທດກຳ​ເພາະ​ພໍ່​ຂອງຕົນ​ໄດ້​ເຮັດ​ບາບ; ຫລື​ພໍ່​ບໍ່​ຕ້ອງ​ຮັບ​ໂທດກຳ​ເພາະ​ລູກ​ຂອງຕົນ​ໄດ້​ເຮັດ​ບາບ. ຄົນ​ຊອບທຳ​ຈະ​ໄດ້​ຮັບ​ບຳເໜັດ​ສຳລັບ​ການດີ​ທີ່​ຕົນ​ໄດ້​ເຮັດ ແລະ​ຄົນຊົ່ວ​ກໍ​ຈະ​ໄດ້​ຮັບ​ໂທດກຳ​ສຳລັບ​ການຊົ່ວ​ທີ່​ຕົນ​ໄດ້​ເຮັດ.


ພວກເຂົາ​ເຜົາ​ຖວາຍບູຊາ​ແກ່​ເຮົາ ແລະ​ກິນ​ຊີ້ນ​ທີ່​ໄດ້​ບູຊາ​ນັ້ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ພວກເຂົາ; ມາບັດນີ້ ເຮົາ​ຈະ​ຈົດຈຳ​ການບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ຍ້ອນ​ການບາບ​ນັ້ນ; ເຮົາ​ຈະ​ສົ່ງ​ພວກເຂົາ​ກັບຄືນ​ໄປ​ປະເທດ​ເອຢິບ.


“ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ກິນ​ເຄື່ອງ​ຖວາຍ​ລຶບລ້າງ​ບາບ​ໃນ​ບ່ອນ​ບໍຣິສຸດ? ມັນ​ເປັນ​ຂອງ​ບໍຣິສຸດ​ທີ່ສຸດ ແລະ​ພຣະອົງ​ໄດ້​ມອບ​ສິ່ງ​ນັ້ນ​ໃຫ້​ພວກເຈົ້າ ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ຕໍ່ໜ້າ​ພຣະເຈົ້າຢາເວ.


ອາໂຣນ​ໄດ້​ຕອບ​ວ່າ, “ເບິ່ງແມ! ໃນ​ມື້ນີ້ ປະຊາຊົນ​ໄດ້​ນຳ​ເຄື່ອງ​ມາ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ພວກເຂົາ​ກໍໄດ້​ນຳ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ, ແຕ່​ເຖິງປານນັ້ນ ເລື່ອງ​ຫຍຸ້ງຍາກ​ແບບນີ້​ກໍ​ຍັງ​ຕົກ​ຖືກ​ຂ້ອຍ​ຈົນ​ໄດ້. ຖ້າ​ຂ້ອຍ​ກິນ​ເຄື່ອງ​ຖວາຍບູຊາ​ລຶບລ້າງ​ບາບ​ໃນ​ມື້ນີ້ ຈະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ເຫັນຊອບ​ບໍ?”


ແລະ​ສັດ​ທຸກ​ໂຕ​ທີ່​ເລືອຄານ​ເທິງ​ໜ້າດິນ ຢ່າ​ໄດ້​ກິນ​ສັດ​ເຫຼົ່ານັ້ນ


ຖ້າ​ລາວ​ບໍ່​ອາບນໍ້າ​ຊັກເຄື່ອງ ລາວ​ຈະ​ໄດ້​ຮັບ​ໂທດກຳ​ຂອງ​ລາວ.


ເມື່ອ​ພວກເຈົ້າ​ຂ້າ​ສັດ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ ຈົ່ງ​ປະຕິບັດ​ຕາມ​ລະບຽບການ​ທີ່​ເຮົາ​ໄດ້​ມອບ​ໃຫ້; ແລ້ວ​ເຮົາ​ກໍ​ຈະ​ຮັບ​ການ​ຖວາຍ​ນັ້ນ.


ຖ້າ​ຊາຍ​ຜູ້ໜຶ່ງ​ແຕ່ງງານ​ກັບ​ເອື້ອຍ ຫລື​ນ້ອງ​ຂອງ​ຕົນເອງ ຫລື​ເອື້ອຍ​ນ້ອງ​ຕ່າງ​ພໍ່​ຕ່າງ​ແມ່​ກັນ, ພວກເຂົາ​ຈະ​ຕ້ອງ​ຖືກ​ປະຊາຊົນ​ປະຈານ​ຂາຍໜ້າ ແລະ​ຖືກ​ຂັບໄລ່​ໃຫ້​ອອກ​ໄປ​ຈາກ​ຊຸມຊົນ. ລາວ​ໄດ້​ສົມສູ່​ກັບ​ເອື້ອຍ​ຫລື​ນ້ອງ​ຂອງຕົນ; ສະນັ້ນ ລາວ​ຈຶ່ງ​ຕ້ອງ​ຮັບ​ຜົນ​ທີ່​ຕາມ​ມາ.


ຖ້າ​ຊາຍ​ຜູ້ໜຶ່ງ​ໄດ້​ສົມສູ່​ກັບ​ປ້າ​ຫລື​ອາ​ຂອງຕົນ ເຂົາ​ທັງສອງ​ຕ້ອງ​ໄດ້​ຮັບ​ຜົນ​ກຳ​ສຳລັບ​ການ​ຜິດ​ນອກ​ສິນທຳ.


ໂດຍ​ປະ​ໃຫ້​ຄົນ​ທີ່​ບໍ່ໄດ້​ຮັບ​ອະນຸຍາດ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ; ເພາະ​ອັນ​ນີ້​ເປັນ​ການ​ນຳ​ຄວາມຜິດ​ກັບ​ການ​ລົງໂທດ​ມາ​ໃຫ້​ຜູ້ນັ້ນ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ເປັນ​ຜູ້​ເຮັດ​ໃຫ້​ເຄື່ອງຖວາຍ​ສັກສິດ.”


ສ່ວນ​ການ​ຖວາຍ​ຕາມໃຈ​ສັດທາ​ນັ້ນ ພວກເຈົ້າ​ຖວາຍ​ສັດ​ທີ່​ເປັນ​ໝັນ ຫລື​ຕົນ​ໂຕ​ທີ່​ບໍ່​ສົມບູນ​ໄດ້, ແຕ່​ສຳລັບ​ການ​ຖວາຍ​ເພື່ອ​ແກ້​ບະບົນ​ນັ້ນ​ຈະ​ບໍ່​ເປັນ​ທີ່​ຍອມຮັບ​ໄດ້.


ຢ່າ​ເອົາ​ສັດ​ທີ່​ໄດ້​ຈາກ​ຊາວ​ຕ່າງດ້າວ ມາ​ເຮັດ​ພິທີ​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງເຈົ້າ. ສັດ​ເຫຼົ່ານັ້ນ​ຈະ​ຖື​ວ່າ ເປັນ​ສັດ​ທີ່​ບໍ່​ປົກກະຕິ​ແລະ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ບໍ່ໄດ້.”


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກະທຳ​ບາບ​ໂດຍ​ບໍ່ຕັ້ງໃຈ ຄື​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ຂໍ້ໃດ​ຂໍ້ໜຶ່ງ ລາວ​ມີ​ຄວາມຜິດ​ແລະ​ຕ້ອງ​ຮັບ​ໂທດ.


ຖ້າ​ຊີ້ນ​ສັດ​ສ່ວນ​ໃດ​ໄປ​ຖືກ​ຂອງ​ທີ່​ເປັນ​ມົນທິນ ຢ່າ​ໄດ້​ກິນ​ຊີ້ນ​ສ່ວນ​ນັ້ນ ແຕ່​ໃຫ້​ເຜົາ​ໄຟ​ຖິ້ມ​ເສຍ. ສຳລັບ​ຊີ້ນ​ສ່ວນ​ອື່ນ ຄົນ​ໃດ​ທີ່​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ​ກິນ​ຊີ້ນ​ນັ້ນ​ໄດ້


ເມື່ອ​ພວກເຈົ້າ​ນຳ​ເຄື່ອງ​ເຜົາບູຊາ ແລະ​ຜົນລະປູກ​ມາ​ຖວາຍບູຊາ​ແກ່​ເຮົາ ເຮົາ​ຈະ​ບໍ່​ຮັບ​ເອົາ; ເຮົາ​ຈະ​ບໍ່​ຮັບ​ເອົາ​ສັດ​ທີ່​ພວກເຈົ້າ​ໄດ້​ລ້ຽງ​ໄວ້​ໃຫ້​ຕູ້ຍພີ ແລະ​ນຳ​ມາ​ຖວາຍບູຊາ​ໂມທະນາ​ຂອບພຣະຄຸນ​ແກ່​ເຮົາ.


“ເຮົາ​ຢາກ​ໃຫ້​ມີ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ອັດ​ປະຕູ​ພຣະວິຫານ​ໄວ້ ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກເຈົ້າ​ເຂົ້າ​ໄປ​ໄຕ້​ໄຟ​ຢ່າງ​ບໍ່ມີ​ປະໂຫຍດ ທີ່​ເທິງ​ແທ່ນບູຊາ​ຂອງເຮົາ. ເຮົາ​ບໍ່​ພໍໃຈ​ນຳ​ພວກເຈົ້າ,” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ແລະ​ເຮົາ​ຈະ​ບໍ່​ຮັບ​ເຄື່ອງບູຊາ​ຂອງ​ພວກເຈົ້າ​ທີ່​ນຳ​ມາ​ຖວາຍ​ແກ່​ເຮົາ.


ພວກເຈົ້າ​ເວົ້າ​ວ່າ, ‘ຊ່າງ​ອິດເມື່ອຍ​ຕໍ່​ການຖວາຍ​ນີ້​ແທ້ນໍ’ ແລະ​ພວກເຈົ້າ​ກໍ​ງຶກດັງ​ຂຶ້ນ​ປະໝາດ​ເຮົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. “ແລະ​ເມື່ອ​ຖວາຍບູຊາ ພວກເຈົ້າ​ນຳ​ສັດ​ທີ່​ລັກ​ມາ ຫລື​ສັດ​ທີ່​ຂາ​ພິການ ຫລື​ສັດ​ທີ່​ເຈັບໂຊ​ມາ​ຖວາຍ. ພວກເຈົ້າ​ຄິດວ່າ​ເຮົາ​ຈະ​ຮັບ​ເອົາ​ສິ່ງນັ້ນ​ຫລື?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ສ່ວນ​ຖວາຍ​ພິເສດ​ນີ້ ຈະ​ຖື​ເປັນ​ດັ່ງ​ເຂົ້າ​ໃໝ່ ແລະ​ເຫຼົ້າ​ອະງຸ່ນ​ໃໝ່​ທີ່​ຊາວ​ສວນ​ໄດ້​ນຳ​ມາ​ຖວາຍ.


ແຕ່​ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ອ້າງ​ຕົວ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ມະນຸດ, ແຕ່​ພຣະເຈົ້າ​ຊົງ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ດ້ວຍວ່າ, ຊຶ່ງ​ເປັນ​ທີ່​ນັບຖື​ໃນ​ທ່າມກາງ​ມະນຸດ ກໍ​ເປັນ​ທີ່​ລັງກຽດ​ຕໍ່​ພຣະພັກ​ພຣະເຈົ້າ.”


ແລະ​ເພິ່ນ​ໄດ້​ຮັບ​ພິທີຕັດ​ນັ້ນ ເປັນ​ໝາຍສຳຄັນ ຄື​ເປັນ​ກາປະທັບ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດ​ດ້ວຍ​ຄວາມເຊື່ອ​ທີ່​ເພິ່ນ​ໄດ້​ມີ​ຢູ່ ເມື່ອ​ເພິ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ເທື່ອນັ້ນ ເພື່ອ​ເພິ່ນ​ຈະ​ໄດ້​ເປັນ​ບິດາ​ຂອງ​ຄົນ​ທັງປວງ​ທີ່​ເຊື່ອ ຊຶ່ງ​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເຖິງ​ແມ່ນ​ວ່າ​ຍັງ​ບໍ່ໄດ້​ຮັບ​ພິທີຕັດ​ກໍຕາມ.


ພຣະຄຣິດ​ກໍ​ສັນນັ້ນ ໄດ້​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ເທື່ອ​ດຽວ ເພື່ອ​ລຶບລ້າງ​ບາບກຳ​ຂອງ​ຄົນ​ຈຳນວນ​ຫລວງຫລາຍ. ພຣະອົງ​ຈະ​ມາ​ປາກົດ​ເທື່ອ​ທີ​ສອງ​ໂດຍ​ບໍ່​ກ່ຽວກັບ​ຄວາມ​ບາບ ແຕ່​ເພື່ອ​ໂຜດ​ຊ່ວຍ​ເອົາ​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ​ດ້ວຍ​ໃຈ​ຮ້ອນຮົນ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ.


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka