ລະບຽບ^ພວກເລວີ 7:16 - ພຣະຄຳພີສັກສິ16 ຖ້າຊາຍຄົນໜຶ່ງນຳເຄື່ອງມາຖວາຍບູຊາເພື່ອຄວາມສາມັກຄີທຳ ຕາມການແກ້ບະບົນຫລືໃຈສະໝັກກໍດີ ໃຫ້ລາວກິນເຄື່ອງຖວາຍບູຊາໃນມື້ຈັດພິທີນັ້ນ; ສ່ວນທີ່ເຫຼືອໃຫ້ລາວເອົາໄວ້ກິນໃນມື້ຕໍ່ໄປກໍໄດ້. Uka jalj uñjjattʼäta |
ເມື່ອເຈົ້າຊາຍຜູ້ປົກຄອງຢາກຈະຖວາຍເຄື່ອງບູຊາ ຕາມໃຈສະໝັກຂອງຕົນແກ່ພຣະເຈົ້າຢາເວ ບໍ່ວ່າຈະນຳສັດມາເຜົາທັງໂຕຖວາຍບູຊາ ຫລືຖວາຍເຄື່ອງເພື່ອຄວາມສາມັກຄີທຳກໍຕາມ; ໃຫ້ໄຂປະຕູໃຫຍ່ທາງດ້ານຕາເວັນອອກໄປສູ່ເດີ່ນໃນໃຫ້ເພິ່ນ. ເພິ່ນຈະຕ້ອງຖວາຍເຄື່ອງຕາມແບບຢ່າງອັນດຽວກັນກັບທີ່ເພິ່ນຖວາຍໃນວັນຊະບາໂຕ; ຫລັງຈາກເສັດສິ້ນແລ້ວ ປະຕູກໍຈະຖືກອັດໄວ້ ຫລັງຈາກທີ່ເພິ່ນກັບຄືນອອກໄປ.”
ເບິ່ງດູ ຜູ້ສົ່ງຂ່າວກຳລັງນຳຂ່າວດີຂ້າມພູເຂົາທັງຫລາຍມາ ພວກເຂົາກຳລັງເດີນທາງມາ ເພື່ອປະກາດສັນຕິສຸກ ປະຊາຊົນຢູດາເອີຍ ຈົ່ງສະເຫລີມສະຫລອງເທດສະການຕ່າງໆຂອງພວກເຈົ້າສາ ແລະຈົ່ງຖວາຍສິ່ງທີ່ພວກເຈົ້າໄດ້ສັນຍາໄວ້ຢ່າງໜັກແໜ້ນກັບພຣະເຈົ້າ. ຄົນຊົ່ວຮ້າຍຈະບໍ່ບຸກລຸກດິນແດນຂອງພວກເຈົ້າອີກຈັກເທື່ອ. ພວກເຂົາໄດ້ຖືກທຳລາຍຢ່າງໝົດກ້ຽງສາແລ້ວ.
ພວກເຈົ້າຕ້ອງຖວາຍງົວເຖິກໂຕໜຶ່ງ, ແກະເຖິກໂຕໜຶ່ງ, ແກະ ຫລືແບ້ໂຕໜຶ່ງແກ່ພຣະເຈົ້າຢາເວກໍໄດ້ ຕາມພິທີເຜົາສັດທັງໂຕຖວາຍບູຊາດ້ວຍໄຟ ຫລືຖວາຍບູຊາອັນເນື່ອງມາຈາກຜົນສຳເລັດໃນການບະບົນໄວ້ ຫລືຖວາຍບູຊາຕາມໃຈສະໝັກ ຫລືຖວາຍບູຊາໃນວັນສະຫລອງເທດສະການຕ່າງໆຕາມປົກກະຕິ ກິ່ນຫອມຫວນຂອງເຄື່ອງບູຊາເຫຼົ່ານີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກເອົາແຫ່ງດຽວ ໃຫ້ເປັນບ່ອນນະມັດສະການພຣະອົງ ແລະທີ່ນັ້ນພວກເຈົ້າຕ້ອງນຳເອົາທຸກໆສິ່ງທີ່ຂ້າພະເຈົ້າໄດ້ສັ່ງ ໄປຖວາຍແກ່ພຣະອົງດັ່ງນີ້: ສັດສຳລັບເຜົາບູຊາແລະເຄື່ອງບູຊາຕ່າງໆ, ເຄື່ອງຖວາຍໜຶ່ງສ່ວນສິບກັບເຄື່ອງຖວາຍອື່ນໆ, ພ້ອມທັງເຄື່ອງຖວາຍພິເສດທີ່ພວກເຈົ້າໄດ້ສັນຍາ ວ່າຈະຖວາຍແກ່ພຣະເຈົ້າຢາເວ.
ພວກເຈົ້າບໍ່ມີສິດກິນເຄື່ອງໃດໆທີ່ໄດ້ຖວາຍແລ້ວ ໃນບ່ອນທີ່ພວກເຈົ້າອາໄສຢູ່ນັ້ນ ເຊັ່ນ: ໜຶ່ງສ່ວນສິບຂອງພືດຜົນເປັນເມັດ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ, ລູກຫົວປີຂອງງົວແລະແກະ, ພ້ອມຂອງຖວາຍທີ່ພວກເຈົ້າສັນຍາແລ້ວວ່າຈະຖວາຍ, ເຄື່ອງຖວາຍຕາມໃຈສະໝັກ ຫລືເຄື່ອງຖວາຍອື່ນໆຢ່າງໃດຢ່າງໜຶ່ງ.