Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 7:13 - ພຣະຄຳພີສັກສິ

13 ນອກຈາກນີ້ ລາວ​ຈະ​ຕ້ອງ​ນຳ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ມາ​ຖວາຍ​ຕື່ມ​ອີກ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 7:13
7 Jak'a apnaqawi uñst'ayäwi  

ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ, ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ພືດຜົນ​ເປັນເມັດ​ຫົວປີ​ທີ່​ພວກເຈົ້າ​ເກັບກ່ຽວ​ໄດ້​ແຕ່ລະ​ປີ​ນັ້ນ ຕ້ອງ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ເຄື່ອງ​ຖວາຍ​ເຊັ່ນ​ນີ້​ຢ່າ​ໄດ້​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ.


ໃຫ້​ແຕ່ລະ​ຄອບຄົວ​ນຳ​ເຂົ້າຈີ່​ສອງ​ກ້ອນ ມາ​ຖວາຍ​ຍົກ​ຂຶ້ນ​ແກວ່ງໄປ​ແກວ່ງມາ​ເປັນ​ເຄື່ອງ​ຖວາຍ​ພິເສດ. ເຂົ້າຈີ່​ແຕ່ລະ​ກ້ອນ​ນັ້ນ​ຈະ​ຕ້ອງ​ເຮັດ​ດ້ວຍ​ແປ້ງ​ສອງ​ກິໂລກຼາມ​ຕີ​ໃສ່​ກັບ​ເຊື້ອແປ້ງ ແລະ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແບບ​ພືດຜົນ​ເປັນເມັດ​ສຳລັບ​ການ​ເກັບກ່ຽວ​ຄັ້ງ​ທຳອິດ.


ພ້ອມ​ກັບ​ເຂົ້າຈີ່​ນັ້ນ ຈົ່ງ​ໃຫ້​ຊຸມຊົນ​ອິດສະຣາເອນ ນຳ​ລູກແກະ​ເຈັດ​ໂຕ​ອາຍຸ​ໜຶ່ງ​ປີ, ງົວເຖິກໜຸ່ມ​ໜຶ່ງ​ໂຕ ແລະ​ແບ້ເຖິກ​ໜຸ່ມ​ສອງ​ໂຕ ມາ​ຖວາຍ ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ. ພວກເຂົາ​ຈະ​ຕ້ອງ​ເຜົາ​ສັດ​ເຫຼົ່ານີ້​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ຄູ່​ກັນ​ໄປ​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ແລະ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍບູຊາ​ນີ້ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ຈົ່ງ​ໄປ​ຖວາຍ​ເຂົ້າຈີ່​ເປັນ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໃຫ້​ເວົ້າ​ຄຸຍໂມ້​ເຖິງ​ສິ່ງ​ທີ່​ພວກເຈົ້າ​ນຳ​ໄປ​ຖວາຍ​ຕື່ມ​ນັ້ນ​ສາ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຈົ້າ​ມັກ​ເຮັດ​ທີ່ສຸດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ພຣະເຢຊູເຈົ້າ​ຍັງ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ວ່າ, “ຣາຊອານາຈັກ​ສະຫວັນ​ກໍ​ປຽບ​ເໝືອນ​ເຊື້ອແປ້ງ ທີ່​ຍິງ​ຜູ້ໜຶ່ງ​ໄດ້​ນຳ​ເອົາ​ໄປ​ປົນ​ໃສ່​ແປ້ງ​ສາມ​ຜອງ​ໃຫຍ່ ຈົນ​ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງໝົດ.”


ສິ່ງສາລະພັດ​ທີ່​ພຣະເຈົ້າ​ສ້າງ​ໄວ້​ນັ້ນ ເປັນ​ຂອງ​ດີ​ທັງໝົດ ບໍ່ຄວນ​ປະຖິ້ມ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ຮັບ​ເອົາ​ທຸກສິ່ງ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka