Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 7:12 - ພຣະຄຳພີສັກສິ

12 ຖ້າ​ຊາຍ​ຄົນ​ໜຶ່ງ​ຖວາຍ​ເພື່ອ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ລາວ​ຈະ​ຕ້ອງ​ນຳ​ເຄື່ອງ​ຖວາຍ​ນັ້ນ​ມາ​ພ້ອມ​ກັບ​ສັດ​ທີ່​ຈະ​ຂ້າ​ບູຊາ​ເຊັ່ນ: ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ອາດ​ເປັນ​ກ້ອນ​ເຮັດ​ຈາກ​ແປ້ງ​ເຂົ້າ​ທີ່​ປົນ​ກັບ​ນໍ້າມັນ​ໝາກກອກເທດ ຫລື​ເຂົ້າໜົມ​ແຜ່ນ​ບາງໆ​ທີ່​ທາ​ດ້ວຍ​ນໍ້າມັນ​ໝາກກອກເທດ ຫລື​ເຂົ້າໜົມ​ເປັນ​ແຜ່ນ​ເຮັດ​ດ້ວຍ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 7:12
25 Jak'a apnaqawi uñst'ayäwi  

ເຮເຊກີຢາ​ກ່າວ​ແກ່​ປະຊາຊົນ​ວ່າ, “ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ສຳລັບ​ພຣະເຈົ້າຢາເວ​ແລ້ວ ຈົ່ງ​ຫຍັບ​ມາໃກ້ ແລະ​ນຳ​ເຄື່ອງ​ບູຊາ​ກັບ​ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.” ພວກເຂົາ​ກໍໄດ້​ປະຕິບັດ​ຕາມ ແລະ​ຍັງ​ມີ​ບາງຄົນ​ໄດ້​ນຳ​ສັດ​ມາ​ຂ້າ ເພື່ອ​ເຜົາບູຊາ​ດ້ວຍ​ຄວາມ​ສະໝັກ​ໃຈ.


ເພິ່ນ​ຍັງ​ໄດ້​ສ້ອມແປງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ຄືນ​ໃໝ່ ແລະ​ເພິ່ນ​ໄດ້​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພື່ອ​ໂມທະນາ​ຂອບພຣະຄຸນ​ທີ່​ເທິງ​ແທ່ນບູຊາ​ນັ້ນ. ເພິ່ນ​ໄດ້​ສັ່ງ​ໃຫ້​ປະຊາຊົນ​ຊາວ​ຢູດາ​ທັງ​ໝົດ ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ໃນ​ມື້​ນັ້ນ ພວກເຮົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ຫລາຍຢ່າງ ແລະ​ປະຊາຊົນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ​ທີ່ສຸດ; ເພາະ​ພຣະເຈົ້າ​ເຮັດ​ໃຫ້​ພວກເຮົາ​ສຸກ​ສະບາຍ​ໃນ​ຈິດໃຈ. ຜູ້ຍິງ​ແລະ​ເດັກນ້ອຍ​ກໍ​ຮ່ວມ​ໃນ​ການ​ສະຫລອງ​ຄັ້ງ​ນີ້​ດ້ວຍ ແລະ​ສຽງ​ຂອງ​ພວກເຂົາ​ໄດ້ຍິນ​ໄປ​ໄກ​ຫລາຍ​ກິໂລແມັດ.


ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.


ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງ​ບູຊາ​ໂມທະນາ​ຂອບພຣະຄຸນ​ພຣະອົງ ແລະ​ຈະ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ດ້ວຍ.


ການຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ການຖວາຍ​ທີ່​ໃຫ້ກຽດ​ແກ່​ເຮົາ ແລະ​ທຸກຄົນ​ທີ່​ເຊື່ອຟັງ​ພຣະເຈົ້າ​ກໍ​ຈະ​ໄດ້​ພົ້ນ.”


ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ, ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ສາ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ດັ່ງນີ້: “ຂໍໂຜດ​ອະໄພ​ການບາບ​ທຸກຢ່າງ​ຂອງ​ພວກ​ຂ້ານ້ອຍ ແລະ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ສັນລະເສີນ​ພຣະອົງ​ຕາມ​ທີ່​ໄດ້​ສັນຍາ​ໄວ້.


ຖ້າ​ເຄື່ອງ​ຖວາຍ​ນັ້ນ​ເປັນ​ເຂົ້າຈີ່​ທີ່​ອົບ​ໃສ່​ເຕົາ​ແລ້ວ ຕ້ອງ​ໃຫ້​ເປັນ​ເຂົ້າຈີ່​ບໍ່ມີ​ເຊື້ອ​ແປ້ງ; ມັນ​ອາດ​ເຮັດ​ເປັນ​ກ້ອນ​ປົນ​ນໍ້າມັນ​ໝາກກອກເທດ ຫລື​ເປັນ​ເຂົ້າໜົມ​ແຜ່ນ​ບາງໆ​ທາ​ກັບ​ນໍ້າມັນ​ໝາກກອກເທດ​ກໍໄດ້.


ຖ້າ​ເຄື່ອງ​ຖວາຍ​ເປັນ​ເຂົ້າຈີ່​ປີ້ງ​ທີ່​ເທິງ​ເຫຼັກ​ປີ້ງ ຕ້ອງ​ໃຫ້​ເຮັດ​ດ້ວຍ​ແປ້ງ​ປົນ​ກັບ​ນໍ້າມັນ​ໝາກກອກເທດ ແຕ່​ບໍ່​ໃຫ້​ມີ​ເຊື້ອແປ້ງ.


ເມື່ອ​ພວກເຈົ້າ​ຖວາຍ​ບູຊາ​ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ​ນັ້ນ ຈົ່ງ​ເຮັດ​ຕາມ​ລະບຽບການ​ນີ້ ເພື່ອ​ການ​ຖວາຍ​ນັ້ນ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ໄດ້;


ພວກ​ປະໂຣຫິດ​ຈະ​ກິນ​ຂອງ​ທີ່​ເຫຼືອ​ນັ້ນ​ກໍໄດ້,


ຊີ້ນ​ສັດ​ຕ້ອງ​ກິນ​ໃນ​ມື້​ທີ່​ຖວາຍບູຊາ​ເທົ່ານັ້ນ; ຢ່າ​ໃຫ້​ມີ​ຊີ້ນ​ສັດ​ສ່ວນໃດ​ສ່ວນໜຶ່ງ ເຫຼືອ​ໄວ້​ຈົນເຖິງ​ຕອນເຊົ້າ​ຂອງ​ມື້​ໃໝ່.


ຈົ່ງ​ໄປ​ຖວາຍ​ເຂົ້າຈີ່​ເປັນ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໃຫ້​ເວົ້າ​ຄຸຍໂມ້​ເຖິງ​ສິ່ງ​ທີ່​ພວກເຈົ້າ​ນຳ​ໄປ​ຖວາຍ​ຕື່ມ​ນັ້ນ​ສາ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຈົ້າ​ມັກ​ເຮັດ​ທີ່ສຸດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ລາວ​ຈະ​ຕ້ອງ​ຖວາຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ອີກ​ກະຕ່າ​ໜຶ່ງ​ຄື: ເຂົ້າໜົມ​ເປັນ​ແຜ່ນ​ໜາໆ​ທີ່​ເຮັດ​ດ້ວຍ​ແປ້ງ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ, ເຂົ້າໜົມ​ເປັນ​ແຜ່ນ​ບາງໆ​ທີ່​ປົນ​ກັບ​ນໍ້າມັນ​ໝາກກອກເທດ ແລະ​ນອກຈາກນີ້​ຍັງ​ຈະ​ຖວາຍ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ​ຕາມ​ກຳນົດ​ອີກ​ດ້ວຍ.


ລາວ​ກົ້ມ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ໂມທະນາ​ຂອບພຣະຄຸນ​ພຣະອົງ ຊາຍ​ຄົນ​ນີ້​ເປັນ​ໄທ​ຊາມາເຣຍ.


ມີ​ແຕ່​ຊາວ​ຕ່າງຊາດ​ຄົນ​ນີ້ ຜູ້​ດຽວ​ເທົ່ານັ້ນ​ບໍ ທີ່​ກັບ​ມາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ?”


ເພາະ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ແຕ່​ພວກເຂົາ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະອົງ ສົມກັບ​ການ​ຊົງ​ເປັນ​ພຣະເຈົ້າ ທັງ​ບໍ່ໄດ້​ໂມທະນາ​ພຣະຄຸນ​ຂອງ​ພຣະອົງ ກົງກັນຂ້າມ ຄວາມ​ຄິດ​ຂອງ​ພວກເຂົາ​ຊໍ້າ​ກາຍເປັນ​ສິ່ງ​ໄຮ້​ປະໂຫຍດ ແລະ​ໃຈ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ພຣະບິດາເຈົ້າ​ສະເໝີ​ສຳລັບ​ທຸກໆ​ສິ່ງ ໃນ​ນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ໂດຍ​ທາງ​ພຣະອົງນັ້ນ ແລະ​ຍົກຍໍ​ພຣະນາມ​ຂອງ​ພຣະອົງ ດ້ວຍ​ສົບປາກ​ຂອງ​ພວກເຮົາ.


ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka