Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 7:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້ ແມ່ນ​ລະບຽບ​ການ​ສຳລັບ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ ຊຶ່ງ​ເປັນ​ການ​ຖວາຍ​ອັນ​ສັກສິດ​ທີ່ສຸດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 7:1
17 Jak'a apnaqawi uñst'ayäwi  

ມີ​ຄົນເລວີ​ຜູ້ໜຶ່ງ​ຊື່​ວ່າ​ໂກເຣ​ລູກຊາຍ​ຂອງ​ອີມນາ ທີ່​ເປັນ​ນາຍ​ເຝົ້າຍາມ​ປະຕູ​ທາງດ້ານ​ຕາເວັນອອກ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຮັບ​ເຄື່ອງຖວາຍ​ດ້ວຍ​ເຕັມໃຈ​ແກ່​ພຣະເຈົ້າ ເພື່ອ​ຈະ​ແຈກ​ຢາຍ​ເຄື່ອງຖວາຍ​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງຂອງ​ບໍຣິສຸດ​ທີ່ສຸດ​ທັງຫລາຍ.


ໃນ​ຫ້ອງ​ໂຖງ​ນີ້​ມີ​ໂຕະ​ສີ່​ໜ່ວຍ ຄື​ຂ້າງລະ​ສອງ​ໜ່ວຍ. ແມ່ນ​ເທິງ​ໂຕະ​ເຫຼົ່ານີ້ ທີ່​ພວກເຂົາ​ໄດ້​ຂ້າ​ສັດ​ຕ່າງໆ​ເພື່ອ​ເປັນ​ເຄື່ອງ​ເຜົາ​ຖວາຍບູຊາ ບໍ່​ວ່າ​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ຫລື​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ ຫລື​ຖວາຍບູຊາ​ເພື່ອ​ຊົດໃຊ້​ແທນຄືນ.


ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ​ຈະ​ເປັນ​ອາຫານ​ຂອງ​ພວກ​ປະໂຣຫິດ ແລະ​ໃຫ້​ພວກເຂົາ​ຮັບ​ເອົາ​ທຸກໆສິ່ງ​ໃນ​ຊາດ​ອິດສະຣາເອນ ທີ່​ໄດ້​ແຍກ​ໄວ້​ຕ່າງຫາກ​ສຳລັບ​ເຮົາ.


ແລະ​ໄດ້​ກ່າວ​ວ່າ, “ນີ້​ແມ່ນ​ບ່ອນ​ໃຫ້​ພວກ​ປະໂຣຫິດ​ຕົ້ມ​ຊີ້ນ ທີ່​ໄດ້​ຖວາຍ​ເປັນ​ເຄື່ອງ​ບູຊາ​ເພື່ອ​ລຶບລ້າງ​ບາບ ຫລື​ເຄື່ອງ​ຖວາຍ​ໃນ​ການ​ຊົດໃຊ້​ຄືນ ແລະ​ປີ້ງ​ເຄື່ອງ​ຖວາຍ​ທີ່​ເຮັດ​ຈາກ​ແປ້ງເຂົ້າ ເພື່ອ​ວ່າ​ບໍ່​ໃຫ້​ສິ່ງ​ສັກສິດ​ໃດໆ​ຖືກ​ນຳ​ອອກ​ໄປ​ທີ່​ເດີ່ນ​ຂ້າງ​ນອກ ຊຶ່ງ​ປະຊາຊົນ​ອາດ​ຈະ​ໄດ້​ຮັບ​ອັນຕະລາຍ.”


ຄົນ​ຢ່າງ​ນັ້ນ​ອາດ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ຂອງເຂົາ​ແລ້ວ​ໄດ້ ຄື: ທັງ​ອາຫານ​ທີ່​ຖວາຍ​ແລ້ວ​ຢ່າງ​ບໍຣິສຸດ​ແລະ​ຢ່າງ​ບໍຣິສຸດ​ທີ່ສຸດ;


ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ແປ້ງ​ໜຶ່ງ​ກິໂລກຼາມ ມາ​ຖວາຍ​ເປັນ​ການ​ລຶບລ້າງ​ບາບ. ລາວ​ບໍ່​ຕ້ອງ​ເອົາ​ນໍ້າມັນ​ໝາກກອກເທດ ຫລື​ເຄື່ອງຫອມ​ໃສ່​ໃນ​ແປ້ງ​ນັ້ນ ເພາະວ່າ​ແມ່ນ​ການ​ຖວາຍ​ລຶບລ້າງ​ບາບ ແລະ​ບໍ່ແມ່ນ​ການ​ຖວາຍ​ພືດຜົນ​ເປັນເມັດ.


ພຣະເຈົ້າຢາເວ​ໄດ້​ອອກ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເຮັດ​ບາບ ຍ້ອນ​ລືມ​ຊຳລະ​ສິ່ງ​ບໍຣິສຸດ​ໃຫ້​ແກ່​ພຣະເຈົ້າຢາເວ ໂດຍ​ບໍ່ຕັ້ງໃຈ ເພື່ອ​ເປັນ​ການ​ຊົດໃຊ້​ແທນຄືນ​ຫລັງ​ໃຫ້​ພຣະອົງ ລາວ​ຕ້ອງ​ນຳ​ແກະ​ຫລື​ແບ້​ເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ສ່ວນ​ລາຄາ​ສັດ​ນັ້ນ ໃຫ້​ຖື​ເອົາ​ຕາມ​ອັດຕາ​ທາງ​ການ​ຂອງ​ສຳນັກ​ນະມັດສະການ.


ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ແກະ​ຫລື​ແບ້​ໂຕໜຶ່ງ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເປັນ​ຄ່າ​ຊົດໃຊ້​ບາບ​ຂອງຕົນ​ຄື: ໂຕໜຶ່ງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.


ລາວ​ຈະ​ຕ້ອງ​ນຳ​ນົກ​ເຫຼົ່ານັ້ນ​ມາ​ໃຫ້​ປະໂຣຫິດ ຜູ້​ທີ່​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ກ່ອນ. ລາວ​ຈະ​ຫັກ​ຄໍ​ນົກ​ບໍ່​ໃຫ້​ຂາດ​ຈາກ​ໂຕ,


ແຕ່​ຈະ​ຕ້ອງ​ເຮັດ​ເປັນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກິນ​ໃນ​ບ່ອນ​ສັກສິດ​ຄື: ທີ່​ເດີ່ນ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ເຮົາ​ໄດ້​ໃຫ້​ເຄື່ອງ​ທີ່​ເຫຼືອ​ຈາກ​ການ​ຖວາຍ​ບູຊາ​ດ້ວຍ​ໄຟ​ນັ້ນ ເປັນ​ຂອງ​ປະໂຣຫິດ. ມັນ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ ເໝືອນກັນ​ກັບ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ.


ໄປ​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ໃຫ້​ປະຕິບັດ​ຕາມ​ລະບຽບການ​ນີ້ ສຳລັບ​ຖວາຍ​ເພື່ອ​ລຶບລ້າງ​ບາບ: ສັດ​ທີ່​ຈະ​ຖວາຍ​ເພື່ອ​ລຶບລ້າງ​ບາບ​ນັ້ນ ຈະ​ຕ້ອງ​ຂ້າປາດຄໍ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ສຳລັບ​ເຜົາບູຊາ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ທີ່​ບໍຣິສຸດ​ທີ່ສຸດ.


ແລະ​ຈະ​ຕ້ອງ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ ເປັນ​ຄົນ​ນາຊີຣີ​ອີກ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້. ການ​ອຸທິດ​ຕົນ​ໃນ​ຄັ້ງ​ກ່ອນ​ນັ້ນ​ໃຊ້​ການ​ບໍ່ໄດ້ ເພາະວ່າ​ຜົມ​ອັນ​ສັກສິດ​ຂອງ​ລາວ​ເປັນ​ມົນທິນ. ເພື່ອ​ເປັນ​ການ​ໃຊ້​ແທນຄືນ ລາວ​ຈະ​ຕ້ອງ​ນຳ​ແກະເຖິກ​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ​ມາ​ຖວາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka