Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 6:4 - ພຣະຄຳພີສັກສິ

4-5 ເມື່ອ​ຊາຍ​ຄົນ​ໜຶ່ງ​ໄດ້​ເຮັດ​ບາບ ບໍ່​ວ່າ​ກໍລະນີ​ໃດໆ​ທີ່​ໄດ້​ກ່າວ​ມາ​ນີ້ ລາວ​ຕ້ອງ​ຈ່າຍ​ຄ່າ​ຊົດໃຊ້​ແທນຄືນ​ທຸກສິ່ງ​ທີ່​ຕົນ​ໄດ້​ມາ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ນັ້ນ. ລາວ​ຕ້ອງ​ຈ່າຍ​ແທນຄືນ​ໃຫ້​ເຈົ້າຂອງ​ເຕັມ​ຈຳນວນ ໃນ​ມື້​ທີ່​ເຫັນ​ວ່າ​ຕົນ​ເປັນ​ຜູ້​ຜິດ​ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 6:4
20 Jak'a apnaqawi uñst'ayäwi  

ອັບຣາຮາມ​ຮ້ອງ​ຂໍ​ຕໍ່​ເຈົ້າ​ອາບີເມເຫຼັກ​ເຖິງ​ເລື່ອງ​ນໍ້າສ້າງ ທີ່​ຂ້າຣາຊການ​ຂອງ​ເພິ່ນ​ໄດ້​ຢຶດເອົາ​ໄປ​ນັ້ນ.


ຈົ່ງ​ຍົກໜີ້​ທັງໝົດ ທີ່​ພວກເຂົາ​ກູ້ຢືມ​ພວກທ່ານ​ນັ້ນ​ເສຍ ເຊັ່ນ: ເປັນ​ເງິນ ຫລື​ເຂົ້າ ຫລື​ເຫຼົ້າ​ອະງຸ່ນ ຫລື​ນໍ້າມັນ​ໝາກກອກເທດ ແລະ​ຈົ່ງ​ສົ່ງ​ໄຮ່​ນາ, ສວນ​ອະງຸ່ນ, ສວນ​ໝາກກອກເທດ ແລະ​ເຮືອນ​ຂອງ​ພວກເຂົາ​ດຽວນີ້​ສາ.”


ເພາະ​ພວກເຂົາ​ຂູດຮີດ ແລະ​ລະເລີຍ​ຕໍ່​ຄົນ​ຍາກຈົນ ທັງ​ບຽດຢຶດ​ເຮືອນ​ຄົນ ທີ່​ຕົນ​ບໍ່ໄດ້​ສ້າງ​ມາ​ນັ້ນ.


ຄົນ​ຍົກຍ້າຍ​ຫຼັກແດນ ເພື່ອ​ຢາກ​ໄດ້​ທີ່ດິນ​ຫລາຍ ພວກເຂົາ​ລັກ​ແກະ​ຂອງ​ຜູ້​ອື່ນ ແລະ​ລວມ​ໄວ້​ໃນ​ຝູງແກະ​ຂອງຕົນ.


ລາວ​ສໍ້ໂກງ​ຄົນ​ຍາກຈົນ, ລາວ​ປຸ້ນ​ເຈົ້າ​ເອົາ​ຂອງ ແລະ​ບໍ່​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ. ລາວ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຢູ່​ໃນ​ບ່ອນ​ສັກສິດ​ຂອງ​ຄົນຕ່າງຊາດ


ພໍ່​ຂອງ​ລາວ​ຕ່າງຫາກ​ທີ່​ໄດ້​ສໍ້ໂກງ ແລະ​ໄດ້​ປຸ້ນ​ເຈົ້າ​ເອົາ​ຂອງ ແລະ​ເຮັດ​ຊົ່ວ​ໃຫ້​ແກ່​ທຸກຄົນ. ສະນັ້ນ ລາວ​ຈຶ່ງ​ຕາຍ​ເພາະ​ບາບ​ທີ່​ຕົນ​ໄດ້​ເຮັດ​ນັ້ນ.


ລາວ​ບໍ່​ສໍ້ໂກງ​ຫລື​ບໍ່​ປຸ້ນ​ເຈົ້າ​ເອົາ​ຂອງ​ຜູ້ໃດ. ລາວ​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ; ລາວ​ລ້ຽງ​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ເຄື່ອງນຸ່ງຫົ່ມ​ແກ່​ຄົນ​ທີ່​ຂາດເຂີນ.


ຖ້າ​ລາວ​ຄືນ​ຂອງ​ຈຳນຳ​ໃຫ້​ແກ່​ລູກໜີ້ ຫລື​ສົ່ງ​ຂອງ​ທີ່​ຕົນ​ໄດ້​ລັກ​ມາ​ນັ້ນ; ຖ້າ​ລາວ​ເຊົາ​ເຮັດ​ບາບ​ແລະ​ປະພຶດ​ຕາມ​ກົດບັນຍັດ​ທັງຫລາຍ​ທີ່​ໃຫ້​ຊີວິດ ລາວ​ກໍ​ຈະ​ບໍ່​ຕາຍ ແຕ່​ຈະ​ມີ​ຊີວິດ.


ກ່ອນ​ພວກເຂົາ​ຈະ​ໄປ​ທີ່​ເດີ່ນ​ດ້ານນອກ ບ່ອນ​ທີ່​ປະຊາຊົນ​ປະຊຸມກັນ​ຢູ່​ນັ້ນ ພວກເຂົາ​ຕ້ອງ​ແກ້​ເຄື່ອງ​ປະຈຳ​ໜ້າທີ່​ໃນ​ພຣະວິຫານ​ອອກ​ໄວ້​ໃນ​ຫ້ອງ​ສັກສິດ. ໃຫ້​ພວກເຂົາ​ນຸ່ງ​ເຄື່ອງ​ຢ່າງ​ອື່ນ ເພື່ອ​ປ້ອງກັນ​ບໍ່​ໃຫ້​ປະຊາຊົນ​ໄດ້​ຮັບ​ອັນຕະລາຍ ຍ້ອນ​ເຄື່ອງນຸ່ງ​ອັນ​ສັກສິດ.


ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຂ້າ​ສັດ​ຂອງ​ຄົນອື່ນ ຈະ​ຕ້ອງ​ໃຊ້​ສັດ​ນັ້ນ​ຄືນ​ໃຫ້​ເຈົ້າຂອງ. ຫລັກການ​ມີ​ຢູ່​ວ່າ ຊີວິດ​ແທນ​ຊີວິດ.


ຜູ້ໃດ​ກໍຕາມ​ທີ່​ຂ້າ​ສັດ​ຂອງ​ຄົນອື່ນ ຈະ​ຕ້ອງ​ຊົດໃຊ້​ສັດ​ນັ້ນ​ແທນ​ຄືນ, ແຕ່​ຜູ້ໃດ​ກໍຕາມ​ທີ່​ຂ້າ​ຄົນ ຈະ​ຕ້ອງ​ຖືກ​ລົງໂທດ​ໃຫ້​ເຖິງ​ຕາຍ.


ໃຫ້​ຫາມ​ອອກ​ໄປ​ນອກ​ຄ້າຍ ບ່ອນ​ທີ່​ທຳ​ຄວາມ​ສະອາດ​ຄື​ບ່ອນ​ຖິ້ມ​ຂີ້ເຖົ່າ ແລ້ວ​ໃຊ້​ຟືນ​ເຜົາ​ສິ່ງ​ເຫຼົ່ານັ້ນ​ເສຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ມີ​ເຄື່ອງຂອງ​ເຕັມ​ຫໍໂຮງ​ທີ່​ໄດ້​ມາ​ຈາກ​ອາຊະຍາກຳ ແລະ​ການ​ປຸ້ນຈີ້. ພວກເຂົາ​ບໍ່​ຮູ້ຈັກ​ປະພຶດ​ຕົນ​ຢ່າງ​ສັດຊື່.


ເມື່ອ​ພວກເຂົາ​ຕ້ອງການ​ໄຮ່​ນາ ພວກເຂົາ​ກໍ​ຢຶດເອົາ​ໂລດ ເມື່ອ​ພວກເຂົາ​ຕ້ອງການ​ບ້ານເຮືອນ ພວກເຂົາ​ກໍ​ຢຶດເອົາ​ໂລດ. ບໍ່ມີ​ຄອບຄົວ​ຂອງ​ຄົນໃດ ຫລື​ຊັບສົມບັດ​ຂອງ​ຜູ້ໃດ​ຈະ​ປອດໄພ.


ໃນວັນນັ້ນ ເຮົາ​ຈະ​ລົງໂທດ​ທຸກຄົນ​ທີ່​ຂາບໄຫວ້ ຄ້າຍຄື​ກັບ​ພວກ​ທີ່​ບໍ່​ນັບຖື​ພຣະເຈົ້າ, ພວກ​ທີ່​ຂີ້ລັກ ແລະ​ພວກ​ທີ່​ຂ້າເຈົ້າ​ເອົາຂອງ ເພື່ອ​ນຳ​ໄປ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ເຮືອນ​ເຈົ້ານາຍ​ຂອງຕົນ.”


ພວກເຈົ້າ​ເວົ້າ​ວ່າ, ‘ຊ່າງ​ອິດເມື່ອຍ​ຕໍ່​ການຖວາຍ​ນີ້​ແທ້ນໍ’ ແລະ​ພວກເຈົ້າ​ກໍ​ງຶກດັງ​ຂຶ້ນ​ປະໝາດ​ເຮົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. “ແລະ​ເມື່ອ​ຖວາຍບູຊາ ພວກເຈົ້າ​ນຳ​ສັດ​ທີ່​ລັກ​ມາ ຫລື​ສັດ​ທີ່​ຂາ​ພິການ ຫລື​ສັດ​ທີ່​ເຈັບໂຊ​ມາ​ຖວາຍ. ພວກເຈົ້າ​ຄິດວ່າ​ເຮົາ​ຈະ​ຮັບ​ເອົາ​ສິ່ງນັ້ນ​ຫລື?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ລາວ​ຕ້ອງ​ສາລະພາບ​ຄວາມຜິດ​ຂອງຕົນ ແລະ​ໃຫ້​ໃຊ້​ແທນຄືນ​ແກ່​ຜູ້​ທີ່​ຕົນ​ໄດ້​ເຮັດ​ຜິດ​ນັ້ນ ທັງ​ຕື່ມ​ອີກ​ຊາວ​ເປີເຊັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka