Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 6:25 - ພຣະຄຳພີສັກສິ

25 ໄປ​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ໃຫ້​ປະຕິບັດ​ຕາມ​ລະບຽບການ​ນີ້ ສຳລັບ​ຖວາຍ​ເພື່ອ​ລຶບລ້າງ​ບາບ: ສັດ​ທີ່​ຈະ​ຖວາຍ​ເພື່ອ​ລຶບລ້າງ​ບາບ​ນັ້ນ ຈະ​ຕ້ອງ​ຂ້າປາດຄໍ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ສຳລັບ​ເຜົາບູຊາ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ທີ່​ບໍຣິສຸດ​ທີ່ສຸດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 6:25
13 Jak'a apnaqawi uñst'ayäwi  

ຊາຍ​ຄົນ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ອາຄານ​ທັງສອງ​ຫລັງ​ນີ້​ສັກສິດ. ບັນດາ​ປະໂຣຫິດ​ທີ່​ເຂົ້າ​ໄປ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ບໍຣິສຸດ​ຢູ່​ໃນ​ຕຶກ​ເຫຼົ່ານັ້ນ. ເພາະ​ຫ້ອງ​ຕ່າງໆ​ນັ້ນ​ສັກສິດ ບັນດາ​ປະໂຣຫິດ​ຈະ​ວາງ​ເຄື່ອງ​ຖວາຍ​ອັນ​ສັກສິດ​ທີ່ສຸດ​ໄວ້​ໃນ​ທີ່ນັ້ນ ເຊັ່ນ: ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ກັບ​ເຄື່ອງ​ຖວາຍ​ສຳລັບ​ລຶບລ້າງ​ບາບ ຫລື​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ.


ລາວ​ຈະ​ຕ້ອງ​ຂ້າປາດຄໍ​ສັດ​ນັ້ນ​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ບັນດາ​ພວກ​ລູກຊາຍ​ຂອງ​ອາໂຣນ​ຊຶ່ງ​ເປັນ​ປະໂຣຫິດ ກໍ​ຈະ​ຖອກ​ເລືອດ​ສັດ​ນັ້ນ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.


ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ.


ລາວ​ຈະ​ຕ້ອງ​ຂ້າປາດຄໍ​ງົວເຖິກ​ຢູ່​ທີ່​ນັ້ນ ແລະ​ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ຈະ​ຖວາຍ​ເລືອດ​ສັດ​ນັ້ນ ແລ້ວ​ຖອກ​ເລືອດ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ ທີ່​ຕັ້ງ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ຄົນ​ຢ່າງ​ນັ້ນ​ອາດ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ຂອງເຂົາ​ແລ້ວ​ໄດ້ ຄື: ທັງ​ອາຫານ​ທີ່​ຖວາຍ​ແລ້ວ​ຢ່າງ​ບໍຣິສຸດ​ແລະ​ຢ່າງ​ບໍຣິສຸດ​ທີ່ສຸດ;


ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ປາດ​ຄໍ​ສັດ​ນັ້ນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ຖວາຍ​ບູຊາ​ດ້ວຍ​ໄຟ​ຕໍ່ໜ້າ​ພຣະເຈົ້າຢາເວ.


ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.


ແຕ່​ຈະ​ຕ້ອງ​ເຮັດ​ເປັນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກິນ​ໃນ​ບ່ອນ​ສັກສິດ​ຄື: ທີ່​ເດີ່ນ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ. ເຮົາ​ໄດ້​ໃຫ້​ເຄື່ອງ​ທີ່​ເຫຼືອ​ຈາກ​ການ​ຖວາຍ​ບູຊາ​ດ້ວຍ​ໄຟ​ນັ້ນ ເປັນ​ຂອງ​ປະໂຣຫິດ. ມັນ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ ເໝືອນກັນ​ກັບ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ


ຜູ້ຊາຍ​ທຸກໆ​ຄົນ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ກິນ​ຊີ້ນ​ທີ່​ໄດ້​ຖວາຍ​ແລ້ວ​ນີ້​ໄດ້;


ລະບຽບ​ການ​ຂໍ້​ໜຶ່ງ​ທີ່​ໃຊ້​ປະຕິບັດ​ກັບ​ການ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເພື່ອ​ຊົດໃຊ້​ແທນຄືນ​ຄື: ຊີ້ນ​ສັດ​ນັ້ນ​ເປັນ​ຂອງ​ປະໂຣຫິດ​ຜູ້​ເຮັດ​ພິທີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka