Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 6:21 - ພຣະຄຳພີສັກສິ

21 ໃຫ້​ປົນ​ແປ້ງ​ກັບ​ນໍ້າມັນ​ແລະ​ປີ້ງ​ເທິງ​ເຫຼັກ​ປີ້ງ ແລະ​ຫັກ​ເປັນ​ຕ່ອນ​ນ້ອຍໆ ຖວາຍ​ເປັນ​ເຄື່ອງບູຊາ​ພືດຜົນ​ເປັນເມັດ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 6:21
8 Jak'a apnaqawi uñst'ayäwi  

ຮັບຜິດຊອບ​ເຂົ້າຈີ່​ທີ່​ຖວາຍ​ແກ່​ພຣະເຈົ້າ, ແປ້ງເຂົ້າ​ທີ່​ໃຊ້​ໃນ​ການ​ຖວາຍບູຊາ, ເຂົ້າໜົມ​ທີ່​ບໍ່ມີ​ເຊື້ອແປ້ງ, ເຄື່ອງ​ປີ້ງ​ບູຊາ ແລະ​ແປ້ງເຂົ້າ​ປະສົມ​ນໍ້າມັນ​ໝາກກອກເທດ; ຊັ່ງ​ແລະ​ຕັກຕວງ​ເຄື່ອງ​ຖວາຍ​ໃນ​ພຣະວິຫານ;


ຄົນເລວີ​ຜູ້ໜຶ່ງ​ຊື່​ມັດຕີທີຢາ ລູກຊາຍກົກ​ຂອງ​ຊານລູມ​ແຫ່ງ​ຕະກຸນ​ໂກຣາ ເປັນ​ຜູ້​ຮັບຜິດຊອບ​ເຄື່ອງ​ປີ້ງ​ຖວາຍ.


ຖ້າ​ຊາກສັດ​ຕົກ​ໃນ​ໝໍ້ດິນ ທຸກສິ່ງ​ທີ່​ຢູ່​ໃນ​ໝໍ້ນັ້ນ​ກໍ​ເປັນ​ມົນທິນ ແລະ​ຕ້ອງ​ທັບ​ໝໍ້ນັ້ນ​ຖິ້ມ.


ຜູ້​ມີ​ສິ່ງ​ໄຫລ​ອອກ​ມາ​ແຕະຕ້ອງ​ໝໍ້ດິນ​ທຸກ​ໜ່ວຍ​ນັ້ນ​ຕ້ອງ​ໃຫ້​ທັບ​ຖິ້ມ​ໝົດ ແລະ​ເຄື່ອງ​ຄົວ​ກິນ​ທີ່​ເຮັດ​ດ້ວຍ​ໄມ້​ຕ້ອງ​ໃຫ້​ລ້າງ​ດ້ວຍ​ນໍ້າ.


ຖ້າ​ເຄື່ອງ​ຖວາຍ​ເປັນ​ເຂົ້າຈີ່​ປີ້ງ​ທີ່​ເທິງ​ເຫຼັກ​ປີ້ງ ຕ້ອງ​ໃຫ້​ເຮັດ​ດ້ວຍ​ແປ້ງ​ປົນ​ກັບ​ນໍ້າມັນ​ໝາກກອກເທດ ແຕ່​ບໍ່​ໃຫ້​ມີ​ເຊື້ອແປ້ງ.


ທຸກຍຸກ​ທຸກສະໄໝ​ສືບ​ໄປ ການ​ຖວາຍ​ນີ້​ໃຫ້​ເປັນ​ທີ່​ຢຶດຖື​ໂດຍ​ໃຫ້​ທຸກໆ​ຄົນ​ໃນ​ເຊື້ອສາຍ​ຂອງ​ອາໂຣນ ຜູ້​ທີ່​ຖືກ​ເຈີມ​ເປັນ​ມະຫາ​ປະໂຣຫິດ. ໃຫ້​ເຜົາ​ພືດຜົນ​ເປັນເມັດ​ທັງໝົດ ຖວາຍ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ.


ຖ້າ​ຊາຍ​ຄົນ​ໜຶ່ງ​ຖວາຍ​ເພື່ອ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ລາວ​ຈະ​ຕ້ອງ​ນຳ​ເຄື່ອງ​ຖວາຍ​ນັ້ນ​ມາ​ພ້ອມ​ກັບ​ສັດ​ທີ່​ຈະ​ຂ້າ​ບູຊາ​ເຊັ່ນ: ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ອາດ​ເປັນ​ກ້ອນ​ເຮັດ​ຈາກ​ແປ້ງ​ເຂົ້າ​ທີ່​ປົນ​ກັບ​ນໍ້າມັນ​ໝາກກອກເທດ ຫລື​ເຂົ້າໜົມ​ແຜ່ນ​ບາງໆ​ທີ່​ທາ​ດ້ວຍ​ນໍ້າມັນ​ໝາກກອກເທດ ຫລື​ເຂົ້າໜົມ​ເປັນ​ແຜ່ນ​ເຮັດ​ດ້ວຍ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ.


ການ​ຖວາຍ​ພືດຜົນ​ເປັນເມັດ​ທຸກ​ຄັ້ງ ທີ່​ໄດ້​ບົດ​ເປັນ​ແປ້ງ​ແລະ​ອົບ​ໃນ​ເຕົາ ຫລື​ຈືນ​ໃສ່​ໝໍ້ຂາງ ຫລື​ປີ້ງ​ເທິງ​ເຫລັກປີ້ງ ຕ້ອງ​ເປັນ​ຂອງ​ປະໂຣຫິດ​ຜູ້​ເຮັດ​ພິທີ​ຖວາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka