ລະບຽບ^ພວກເລວີ 6:2 - ພຣະຄຳພີສັກສິ2 ການຖວາຍບູຊານັ້ນໃຫ້ໃຊ້ບັງຄັບໃນກໍລະນີດັ່ງຕໍ່ໄປນີ້: ຖ້າຄົນໜຶ່ງຄົນໃດເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍບໍ່ຍອມຄືນສິ່ງຂອງທີ່ພີ່ນ້ອງອິດສະຣາເອນນຳມາຝາກ ຫລືໂດຍລັກເອົາສິ່ງໃດສິ່ງໜຶ່ງຈາກລາວ ຫລືສໍ້ໂກງລາວ Uka jalj uñjjattʼäta |
ພວກເຂົາລ້ວນແຕ່ເຮັດໃຫ້ໝູ່ເພື່ອນຫລົງຜິດໄປ ບໍ່ມີແມ່ນແຕ່ຄົນດຽວບອກຄວາມຈິງໃຫ້ກັນຮູ້; ພວກເຂົາໄດ້ຝຶກແອບລີ້ນຂອງພວກເຂົາໃຫ້ເວົ້າຕົວະ ພວກເຂົາຈະບໍ່ຍອມເຊົາການບາບຂອງພວກເຂົາ. ພວກເຂົາກໍ່ຄວາມຮຸນແຮງຂຶ້ນ ແລະກໍ່ອີກເທື່ອໃໝ່ ແລະກໍ່ການຫລອກລວງຂຶ້ນ ແລະກໍ່ອີກທີ. ພວກເຂົາຕ່າງກໍພາກັນປະຕິເສດທີ່ຈະຮັບຮູ້ເຮົາ ອົງພຣະຜູ້ເປັນເຈົ້າກ່າວວ່າພວກເຂົາປະຖິ້ມພຣະອົງແລ້ວ.
ແຕ່ພຣະອົງທົນເບິ່ງຄົນເລ້ຫລ່ຽມຫລອກລວງ ຄືຄົນຊົ່ວຊ້າເຫຼົ່ານີ້ໄດ້ຢ່າງໃດ? ຕາຂອງພຣະອົງແສນບໍຣິສຸດຍິ່ງ ເກີນກວ່າທີ່ຈະເບິ່ງຄວາມຊົ່ວຊ້າໄດ້ ແລະພຣະອົງກໍບໍ່ອາດທົນຕໍ່ພາບຂອງປະຊາຊົນທີ່ເຮັດຜິດໄດ້. ດ້ວຍເຫດໃດ ພຣະອົງຈຶ່ງມິດງຽບຢູ່ ໃນເມື່ອພວກເຂົາທຳລາຍປະຊາຊົນ ຜູ້ທີ່ຊອບທຳກວ່າພວກເຂົາ?
ເຈົ້າທັງຫລາຍມາຈາກພໍ່ຂອງພວກເຈົ້າຄືມານຮ້າຍ, ພວກເຈົ້າຢາກປະຕິບັດຕາມຄວາມປາຖະໜາຂອງພໍ່ເຈົ້າ ຄືຕັ້ງແຕ່ຕົ້ນເດີມມາມັນເປັນຜູ້ຂ້າຄົນ ແລະບໍ່ເຄີຍຢູ່ຝ່າຍຄວາມຈິງ ເພາະໃນຕົວຂອງມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນ ເພາະມັນເປັນຜູ້ຕົວະ ແລະເປັນພໍ່ຂອງການຕົວະ.