Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 6:18 - ພຣະຄຳພີສັກສິ

18 ທຸກຍຸກ​ທຸກສະໄໝ​ສືບ​ໄປ ເຊື້ອສາຍ​ອາໂຣນ​ຜູ້​ທີ່​ເປັນ​ເພດ​ຊາຍ​ຈະ​ກິນ​ສິ່ງ​ນີ້​ໄດ້ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ. ຄົນອື່ນ​ທີ່​ແຕະຕ້ອງ​ອາຫານ​ທີ່​ໄດ້​ຖວາຍ​ນັ້ນ ຈະ​ໄດ້​ຮັບ​ອັນຕະລາຍ​ຈາກ​ຣິດອຳນາດ​ແຫ່ງ​ຄວາມ​ສັກສິດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 6:18
19 Jak'a apnaqawi uñst'ayäwi  

ຈົ່ງ​ເຮັດ​ດັ່ງນີ້​ທຸກໆ​ວັນ ຕະຫລອດ​ເຈັດ​ວັນ. ແລ້ວ​ແທ່ນ​ນັ້ນ​ກໍ​ຈະ​ສັກສິດ​ທີ່ສຸດ ແລະ​ຖ້າ​ຜູ້ໃດ​ຫລື​ສິ່ງໃດ​ແຕະຕ້ອງ​ຖືກ​ແທ່ນ​ນັ້ນ ຄົນ​ນັ້ນ​ແລະ​ສິ່ງ​ນັ້ນ​ກໍ​ຈະ​ຖືກ​ສຳພັດ ກັບ​ຣິດອຳນາດ​ແຫ່ງ​ຄວາມ​ສັກສິດ​ຂອງ​ແທ່ນບູຊາ.”


ຢ່າ​ໃຫ້​ຊາວ​ອິດສະຣາເອນ​ຄົນ​ໃດ​ກິນ​ໄຂມັນ ຫລື​ກິນ​ເລືອດ; ອັນ​ນີ້​ແມ່ນ​ລະບຽບການ ທີ່​ຊາວ​ອິດສະຣາເອນ​ຕ້ອງ​ຢຶດຖື​ຕະຫລອດໄປ​ບໍ່​ວ່າ​ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ໃດ​ກໍຕາມ.


ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ປາດ​ຄໍ​ສັດ​ນັ້ນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ຖວາຍ​ບູຊາ​ດ້ວຍ​ໄຟ​ຕໍ່ໜ້າ​ພຣະເຈົ້າຢາເວ.


ຖ້າ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ເຮັດ​ບາບ ແລະ​ໄດ້​ນຳ​ຄວາມຜິດ​ມາ​ສູ່​ປະຊາຊົນ; ເພື່ອ​ລຶບລ້າງ​ບາບ​ຂອງຕົນ ເພິ່ນ​ຕ້ອງ​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳ​ໜິ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ລາວ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ​ນັ້ນ ແລະ​ຂ້າປາດຄໍ​ມັນ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ດ້ວຍ​ໄຟ.


ແລ້ວ​ປະໂຣຫິດ ຜູ້​ນຸ່ງ​ເສື້ອຄຸມ​ກັບ​ສົ້ງ​ຂາສັ້ນ​ທີ່​ເຮັດ​ດ້ວຍ​ຜ້າປ່ານ ກໍ​ຈະ​ເອົາ​ຂີ້ເຖົ່າ​ຂອງ​ໄຂມັນ​ເຫຼືອ​ທີ່​ແທ່ນບູຊາ ໄປ​ຖອກ​ໄວ້​ທີ່​ຂ້າງ​ແທ່ນ.


ພຣະເຈົ້າຢາເວ​ໄດ້​ມອບ​ກົດບັນຍັດ​ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ


ຜູ້ໃດ​ຜູ້ໜຶ່ງ​ຫລື​ສິ່ງໃດສິ່ງໜຶ່ງ​ທີ່​ແຕະຕ້ອງ​ຊີ້ນ​ສັດ ຈະ​ເປັນ​ບໍຣິສຸດ​ຈາກ​ຣິດອຳນາດ​ແຫ່ງ​ຄວາມ​ບໍຣິສຸດ. ຖ້າ​ເຄື່ອງນຸ່ງ​ຜືນ​ໃດ​ຖືກ​ເລືອດ​ສັດ ຕ້ອງ​ໃຊ້​ນໍ້າ​ລ້າງ​ເຄື່ອງນຸ່ງ​ຜືນ​ນັ້ນ​ໃນ​ບ່ອນ​ບໍຣິສຸດ.


ຜູ້ຊາຍ​ທຸກໆ​ຄົນ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ກິນ​ຊີ້ນ​ທີ່​ໄດ້​ຖວາຍ​ແລ້ວ​ນີ້​ໄດ້;


ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ປະໂຣຫິດ​ກິນ​ຊີ້ນ​ສັດ​ທີ່​ຖວາຍ​ແລ້ວ​ນັ້ນ​ໄດ້, ແຕ່​ຕ້ອງ​ກິນ​ໃນ​ບ່ອນ​ສັກສິດ ເພາະ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ.


ພວກເຈົ້າ​ຕ້ອງ​ກິນ​ສິ່ງ​ເຫຼົ່ານີ້​ຢູ່​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ມີ​ພຽງແຕ່​ຜູ້ຊາຍ​ເທົ່ານັ້ນ​ທີ່​ກິນ​ໄດ້​ເພາະ​ເປັນ​ຂອງ​ບໍຣິສຸດ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ຈົດຈຳ​ໄວ້​ວ່າ​ເຮົາ​ໄດ້​ມອບ​ເຄື່ອງ​ຖວາຍ​ພິເສດ​ທຸກສິ່ງ​ທີ່​ບໍ່ໄດ້​ເຜົາບູຊາ ທີ່​ຊາວ​ອິດສະຣາເອນ​ໄດ້​ຖວາຍ​ແກ່​ເຮົາ​ໃຫ້​ແກ່​ເຈົ້າ. ເຮົາ​ໄດ້​ມອບ​ສິ່ງ​ນັ້ນ​ທັງໝົດ​ໃຫ້​ເປັນ​ສ່ວນແບ່ງ​ແກ່​ເຈົ້າ ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ​ຕະຫລອດໄປ.


ແນ່ນອນ​ພວກເຈົ້າ​ກໍ​ຮູ້​ວ່າ ຜູ້​ທີ່​ເຮັດ​ວຽກ​ໃນ​ພຣະວິຫານ ກໍໄດ້​ອາຫານ​ຈາກ​ພຣະວິຫານ ແລະ​ຜູ້​ທີ່​ຖວາຍ​ເຄື່ອງ​ເທິງ​ແທ່ນບູຊາ ກໍໄດ້​ຮັບ​ສ່ວນ​ແບ່ງ​ຂອງ​ເຄື່ອງ​ຖວາຍ​ນັ້ນ.


ເພາະ​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ບໍຣິສຸດ ເພາະ​ຝ່າຍ​ເຮົາ​ບໍຣິສຸດ.”


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka