Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 6:16 - ພຣະຄຳພີສັກສິ

16 ພວກ​ປະໂຣຫິດ​ຈະ​ກິນ​ຂອງ​ທີ່​ເຫຼືອ​ນັ້ນ​ກໍໄດ້,

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 6:16
13 Jak'a apnaqawi uñst'ayäwi  

ມີ​ຄົນເລວີ​ຜູ້ໜຶ່ງ​ຊື່​ວ່າ​ໂກເຣ​ລູກຊາຍ​ຂອງ​ອີມນາ ທີ່​ເປັນ​ນາຍ​ເຝົ້າຍາມ​ປະຕູ​ທາງດ້ານ​ຕາເວັນອອກ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຮັບ​ເຄື່ອງຖວາຍ​ດ້ວຍ​ເຕັມໃຈ​ແກ່​ພຣະເຈົ້າ ເພື່ອ​ຈະ​ແຈກ​ຢາຍ​ເຄື່ອງຖວາຍ​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງຂອງ​ບໍຣິສຸດ​ທີ່ສຸດ​ທັງຫລາຍ.


ໃນ​ຄືນ​ນັ້ນ ຈົ່ງ​ປີ້ງ​ຊີ້ນ​ກິນ​ກັບ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກັບ​ຜັກຂົມ.


ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ​ຈະ​ເປັນ​ອາຫານ​ຂອງ​ພວກ​ປະໂຣຫິດ ແລະ​ໃຫ້​ພວກເຂົາ​ຮັບ​ເອົາ​ທຸກໆສິ່ງ​ໃນ​ຊາດ​ອິດສະຣາເອນ ທີ່​ໄດ້​ແຍກ​ໄວ້​ຕ່າງຫາກ​ສຳລັບ​ເຮົາ.


ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ທີ່​ຍັງເຫລືອ​ຢູ່​ນັ້ນ ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເພາະ​ເປັນ​ສ່ວນໜຶ່ງ​ບໍຣິສຸດ​ທີ່ສຸດ ໃນ​ທ່າມກາງ​ເຄື່ອງ​ບູຊາ​ດ້ວຍ​ໄຟ ຊຶ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ.


ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ. ສ່ວນ​ແປ້ງເຂົ້າ​ທີ່​ເຫຼືອ​ຈະ​ເປັນ​ຂອງ​ປະໂຣຫິດ ເໝືອນກັນ​ກັບ​ກໍລະນີ​ຖວາຍ​ພືດຜົນ​ເປັນເມັດ.


ຢ່າ​ໄດ້​ກິນ​ພືດຜົນ​ເປັນເມັດ​ສ່ວນ​ໃດ​ສ່ວນ​ໜຶ່ງ ທີ່​ປະໂຣຫິດ​ໄດ້​ເຮັດ​ຖວາຍ​ນັ້ນ; ໃຫ້​ເຜົາ​ສິ່ງ​ເຫຼົ່ານັ້ນ​ທັງໝົດ.


ປະໂຣຫິດ​ຜູ້​ເຮັດ​ພິທີ​ຖວາຍບູຊາ ຈະ​ກິນ​ຊີ້ນ​ສັດ​ນັ້ນ​ໄດ້​ໃນ​ບ່ອນ​ສັກສິດ ຄື​ໃນ​ເດີ່ນ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ຈົດຈຳ​ໄວ້​ວ່າ​ເຮົາ​ໄດ້​ມອບ​ເຄື່ອງ​ຖວາຍ​ພິເສດ​ທຸກສິ່ງ​ທີ່​ບໍ່ໄດ້​ເຜົາບູຊາ ທີ່​ຊາວ​ອິດສະຣາເອນ​ໄດ້​ຖວາຍ​ແກ່​ເຮົາ​ໃຫ້​ແກ່​ເຈົ້າ. ເຮົາ​ໄດ້​ມອບ​ສິ່ງ​ນັ້ນ​ທັງໝົດ​ໃຫ້​ເປັນ​ສ່ວນແບ່ງ​ແກ່​ເຈົ້າ ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ​ຕະຫລອດໄປ.


ດ້ວຍເຫດນັ້ນ ເຮົາ​ທັງຫລາຍ​ຈຶ່ງ​ຖື​ປັດສະຄາ​ນັ້ນ, ບໍ່ແມ່ນ​ດ້ວຍ​ເຊື້ອ​ເກົ່າ ຫລື​ເຊື້ອ​ຂອງ​ຄວາມ​ຊົ່ວຮ້າຍ, ແຕ່​ດ້ວຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຄື​ຄວາມ​ສັດຊື່​ແລະ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka