Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 6:13 - ພຣະຄຳພີສັກສິ

13 ສ່ວນ​ໄຟ​ນັ້ນ​ຕ້ອງ​ໃຫ້​ລຸກ​ໄໝ້​ທີ່​ເທິງ​ແທ່ນບູຊາ​ຢູ່​ສະເໝີ ແລະ​ຢ່າ​ປະ​ໃຫ້​ມອດ​ເປັນ​ເດັດຂາດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 6:13
9 Jak'a apnaqawi uñst'ayäwi  

“ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຈະ​ເຮັດ​ໃນ​ການ​ອຸທິດ​ຖວາຍ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. ຈົ່ງ​ເອົາ​ງົວເຖິກໜຸ່ມ​ໂຕໜຶ່ງ ແລະ​ແກະເຖິກ​ສອງ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍ.


ຈົ່ງ​ໃຊ້​ແປ້ງ​ຊະນິດ​ດີທີ່ສຸດ​ແຕ່​ບໍ່ມີ​ເຊື້ອແປ້ງ ແລະ​ນໍ້າມັນ​ໝາກກອກເທດ​ມາ​ເຮັດ​ເຂົ້າຈີ່ ຊຶ່ງ​ບາງ​ຊະນິດ​ນັ້ນ​ບໍ່​ຕ້ອງ​ໃຊ້​ນໍ້າມັນ​ໝາກກອກ​ເທດ ແລະ​ເຂົ້າຈີ່​ບາງ​ຊະນິດ​ຊຶ່ງ​ເປັນ​ແຜ່ນ​ບາງໆ ຕ້ອງ​ໃຊ້​ນໍ້າມັນ​ໝາກກອກເທດ.


ໃນ​ເວລາ​ທີ່​ຖວາຍ​ລູກແກະ​ໂຕ​ທີ່​ໜຶ່ງ​ນັ້ນ ຈົ່ງ​ຖວາຍ​ຍອດ​ແປ້ງ​ປະມານ​ໜຶ່ງ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ. ຈົ່ງ​ຖວາຍ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ຄື​ກັນ.


ຈັກກະພັດ​ຂອງ​ພວກເຂົາ​ຈະ​ແລ່ນ​ປົບໜີໄປ​ດ້ວຍ​ຄວາມຢ້ານ​ອັນ​ໃຫຍ່ ແລະ​ບັນດາ​ນາຍ​ທະຫານ​ຈະ​ຢ້ານ​ຫລາຍ​ທີ່ສຸດ ຈົນ​ປະຖິ້ມ​ທຸງ​ສູ້ຮົບ​ປົບໜີໄປ.” ພຣະເຈົ້າຢາເວ​ອົງ​ທີ່​ພວກເຈົ້າ​ນະມັດສະການ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ອົງ​ທີ່​ພວກເຈົ້າ​ເຜົາ​ເຄື່ອງບູຊາ​ຖວາຍ​ຢູ່​ໃນ​ທີ່ນັ້ນ​ໄດ້​ກ່າວ​ດັ່ງນີ້ແຫລະ.


ແລະ​ຫ້ອງ​ທີ່​ຢູ່​ກົງ​ກັບ​ທິດເໜືອ​ແມ່ນ​ໄວ້​ໃຫ້​ພວກ​ປະໂຣຫິດ ທີ່​ໄດ້​ຮັບໃຊ້​ທີ່​ແທ່ນບູຊາ. ພວກ​ປະໂຣຫິດ​ລ້ວນແຕ່​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ຊາດົກ; ມີ​ແຕ່​ພວກເຂົາ​ເທົ່ານັ້ນ ຄື​ສະມາຊິກ​ຂອງ​ເຜົ່າເລວີ ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃກ້​ພຣະເຈົ້າຢາເວ​ເພື່ອ​ຮັບໃຊ້​ພຣະອົງ.”


ໄຟ​ທີ່​ເທິງ​ແທ່ນບູຊາ​ນັ້ນ ຕ້ອງ​ດັງ​ໃຫ້​ລຸກ​ຢູ່​ສະເໝີ ແລະ​ຢ່າ​ໃຫ້​ມອດ. ທຸກໆ​ເຊົ້າ​ໃດ ປະໂຣຫິດ​ຈະ​ຕ້ອງ​ກອງ​ຟືນ​ຂຶ້ນ​ເທິງ​ແທ່ນ ຕຽມ​ເຄື່ອງ​ບູຊາ ແລະ​ເຜົາ​ໄຂມັນ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.


ລະບຽບ​ການ​ດັ່ງ​ຕໍ່ໄປນີ້ ແມ່ນ​ສຳລັບ​ຖວາຍ​ພືດຜົນ​ເປັນເມັດ. ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ຈະ​ເປັນ​ຜູ້​ເຮັດ​ພິທີ​ຖວາຍ​ພືດຜົນ​ເປັນເມັດ​ຕໍ່ໜ້າ​ພຣະເຈົ້າຢາເວ ທາງ​ດ້ານ​ໜ້າ​ຂອງ​ແທ່ນບູຊາ.


ໄປ​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ໃຫ້​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້: ສຳລັບ​ການ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ. ເຄື່ອງ​ຖວາຍ​ເຜົາບູຊາ​ຕ້ອງ​ຖືກ​ປະ​ໄວ້​ທີ່​ແທ່ນ​ຕະຫລອດ​ຄືນ ແລະ​ໄຟ​ກໍ​ໃຫ້​ລຸກ​ຢູ່​ສະເໝີ.


ໄຟ​ໄດ້ລົງ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໄໝ້​ເຄື່ອງ​ຖວາຍບູຊາ​ແລະ​ສ່ວນ​ຕ່າງໆ​ຂອງ​ໄຂມັນ​ທີ່​ເທິງ​ແທ່ນບູຊາ. ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນັ້ນ ພວກເຂົາ​ກໍ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ກ້ອງສະໜັ່ນ ແລະ​ຂາບລົງ​ຈົນ​ໜ້າ​ຈຸ​ດິນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka