12 ໄຟທີ່ເທິງແທ່ນບູຊານັ້ນ ຕ້ອງດັງໃຫ້ລຸກຢູ່ສະເໝີ ແລະຢ່າໃຫ້ມອດ. ທຸກໆເຊົ້າໃດ ປະໂຣຫິດຈະຕ້ອງກອງຟືນຂຶ້ນເທິງແທ່ນ ຕຽມເຄື່ອງບູຊາ ແລະເຜົາໄຂມັນຖວາຍເພື່ອຄວາມສາມັກຄີທຳ.
ຂ້າພະເຈົ້າຈັດແຈງໃຫ້ພວກເຂົາຫາຟືນ ເພື່ອເຜົາເຄື່ອງບູຊາໃຫ້ໄດ້ຕາມກຳນົດ ແລະໃຫ້ປະຊາຊົນນຳພືດຜົນ ແລະໝາກໄມ້ສຸກເທື່ອທຳອິດມາຖວາຍ. ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ຂໍໂຜດນັບສິ່ງທັງໝົດນີ້ວ່າ ເປັນກິດຈະການອັນດີຂອງຂ້ານ້ອຍດ້ວຍເທີ້ນ.
ແລະຫ້ອງທີ່ຢູ່ກົງກັບທິດເໜືອແມ່ນໄວ້ໃຫ້ພວກປະໂຣຫິດ ທີ່ໄດ້ຮັບໃຊ້ທີ່ແທ່ນບູຊາ. ພວກປະໂຣຫິດລ້ວນແຕ່ໄດ້ສືບເຊື້ອສາຍມາຈາກຊາດົກ; ມີແຕ່ພວກເຂົາເທົ່ານັ້ນ ຄືສະມາຊິກຂອງເຜົ່າເລວີ ທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃກ້ພຣະເຈົ້າຢາເວເພື່ອຮັບໃຊ້ພຣະອົງ.”
ຕໍ່ມາ ປະໂຣຫິດຈະປ່ຽນຖ່າຍເຄື່ອງນຸ່ງອອກ ແລະເອົາຂີ້ເຖົ່າໄປຖິ້ມນອກຄ້າຍ ໃນບ່ອນເຮັດຄວາມສະອາດ.
ສ່ວນໄຟນັ້ນຕ້ອງໃຫ້ລຸກໄໝ້ທີ່ເທິງແທ່ນບູຊາຢູ່ສະເໝີ ແລະຢ່າປະໃຫ້ມອດເປັນເດັດຂາດ.
ໄປບອກອາໂຣນກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້: ສຳລັບການເຜົາຖວາຍບູຊາດ້ວຍໄຟ. ເຄື່ອງຖວາຍເຜົາບູຊາຕ້ອງຖືກປະໄວ້ທີ່ແທ່ນຕະຫລອດຄືນ ແລະໄຟກໍໃຫ້ລຸກຢູ່ສະເໝີ.
ໄຟໄດ້ລົງມາຕໍ່ໜ້າພຣະເຈົ້າຢາເວໄໝ້ເຄື່ອງຖວາຍບູຊາແລະສ່ວນຕ່າງໆຂອງໄຂມັນທີ່ເທິງແທ່ນບູຊາ. ເມື່ອປະຊາຊົນໄດ້ເຫັນດັ່ງນັ້ນ ພວກເຂົາກໍພາກັນໂຮຮ້ອງຂຶ້ນດ້ວຍສຽງດັງກ້ອງສະໜັ່ນ ແລະຂາບລົງຈົນໜ້າຈຸດິນ.
ເຫຼືອແຕ່ຄວາມຢ້ານກົວອັນພິລຶກ ໃນການລໍຖ້າການພິພາກສາລົງໂທດ ແລະໄຟອັນຮ້ອນກ້າທີ່ຈະເຜົາຜານບັນດາຄົນທີ່ຕໍ່ສູ້ພຣະເຈົ້າ.