11 ຕໍ່ມາ ປະໂຣຫິດຈະປ່ຽນຖ່າຍເຄື່ອງນຸ່ງອອກ ແລະເອົາຂີ້ເຖົ່າໄປຖິ້ມນອກຄ້າຍ ໃນບ່ອນເຮັດຄວາມສະອາດ.
ຈົ່ງເຮັດດັ່ງນີ້ທຸກໆວັນ ຕະຫລອດເຈັດວັນ. ແລ້ວແທ່ນນັ້ນກໍຈະສັກສິດທີ່ສຸດ ແລະຖ້າຜູ້ໃດຫລືສິ່ງໃດແຕະຕ້ອງຖືກແທ່ນນັ້ນ ຄົນນັ້ນແລະສິ່ງນັ້ນກໍຈະຖືກສຳພັດ ກັບຣິດອຳນາດແຫ່ງຄວາມສັກສິດຂອງແທ່ນບູຊາ.”
ກ່ອນພວກເຂົາຈະໄປທີ່ເດີ່ນດ້ານນອກ ບ່ອນທີ່ປະຊາຊົນປະຊຸມກັນຢູ່ນັ້ນ ພວກເຂົາຕ້ອງແກ້ເຄື່ອງປະຈຳໜ້າທີ່ໃນພຣະວິຫານອອກໄວ້ໃນຫ້ອງສັກສິດ. ໃຫ້ພວກເຂົານຸ່ງເຄື່ອງຢ່າງອື່ນ ເພື່ອປ້ອງກັນບໍ່ໃຫ້ປະຊາຊົນໄດ້ຮັບອັນຕະລາຍ ຍ້ອນເຄື່ອງນຸ່ງອັນສັກສິດ.
ສ່ວນງົວເຖິກກັບແບ້ເຖິກນັ້ນແມ່ນຂ້າຖວາຍລຶບລ້າງບາບ ໂດຍນຳເລືອດສັດເຂົ້າໄປໃນບ່ອນສັກສິດເພື່ອການຍົກບາບ ຈະຕ້ອງຖືກນຳອອກໄປເຜົາຂ້າງນອກພ້ອມທັງໜັງ, ຊີ້ນ ແລະເຄື່ອງໃນໄສ້ພຸງ.
ສ່ວນເຂົ້າຈີ່ນັ້ນໃຫ້ເປັນຂອງອາໂຣນ ແລະເຊື້ອສາຍຂອງລາວ ແລະພວກເຂົາຈະຕ້ອງກິນເຂົ້າຈີ່ນັ້ນໃນບ່ອນສັກສິດ ເພາະແມ່ນອາຫານບໍຣິສຸດ ທີ່ໄດ້ຖວາຍແກ່ພຣະເຈົ້າຢາເວສຳລັບປະໂຣຫິດ.”
ໃຫ້ຫາມອອກໄປນອກຄ້າຍ ບ່ອນທີ່ທຳຄວາມສະອາດຄືບ່ອນຖິ້ມຂີ້ເຖົ່າ ແລ້ວໃຊ້ຟືນເຜົາສິ່ງເຫຼົ່ານັ້ນເສຍ.
ຕໍ່ມາ ເພິ່ນຈະເອົາງົວທີ່ໄດ້ຄົວແລ້ວທັງໂຕນັ້ນ ຫາມອອກໄປເຜົານອກຄ້າຍ ເໝືອນດັ່ງເຜົາງົວທີ່ໄດ້ຖວາຍເພື່ອລຶບລ້າງບາບຂອງຕົນ. ອັນນີ້ແມ່ນການຖວາຍ ເພື່ອລຶບລ້າງບາບຂອງຊຸມຊົນ.
ແລ້ວປະໂຣຫິດ ຜູ້ນຸ່ງເສື້ອຄຸມກັບສົ້ງຂາສັ້ນທີ່ເຮັດດ້ວຍຜ້າປ່ານ ກໍຈະເອົາຂີ້ເຖົ່າຂອງໄຂມັນເຫຼືອທີ່ແທ່ນບູຊາ ໄປຖອກໄວ້ທີ່ຂ້າງແທ່ນ.
ໄຟທີ່ເທິງແທ່ນບູຊານັ້ນ ຕ້ອງດັງໃຫ້ລຸກຢູ່ສະເໝີ ແລະຢ່າໃຫ້ມອດ. ທຸກໆເຊົ້າໃດ ປະໂຣຫິດຈະຕ້ອງກອງຟືນຂຶ້ນເທິງແທ່ນ ຕຽມເຄື່ອງບູຊາ ແລະເຜົາໄຂມັນຖວາຍເພື່ອຄວາມສາມັກຄີທຳ.
ສຳລັບການສະຖາປະນາປະໂຣຫິດຜູ້ທີ່ຖືກເຈີມສືບເຊື້ອສາຍມາຈາກອາໂຣນ. ໃນມື້ທີ່ລາວໄດ້ຮັບສະຖາປະນານັ້ນ ລາວຈະຕ້ອງຖວາຍແປ້ງເຂົ້າສອງກິໂລກຼາມແກ່ພຣະເຈົ້າຢາເວ (ຈຳນວນເທົ່າກັບການຖວາຍພືດຜົນເປັນເມັດປະຈຳວັນ) ຄື: ເຄິ່ງໜຶ່ງໃນຕອນເຊົ້າແລະອີກເຄິ່ງໜຶ່ງໃນຕອນແລງ.
ທຸກຍຸກທຸກສະໄໝສືບໄປ ການຖວາຍນີ້ໃຫ້ເປັນທີ່ຢຶດຖືໂດຍໃຫ້ທຸກໆຄົນໃນເຊື້ອສາຍຂອງອາໂຣນ ຜູ້ທີ່ຖືກເຈີມເປັນມະຫາປະໂຣຫິດ. ໃຫ້ເຜົາພືດຜົນເປັນເມັດທັງໝົດ ຖວາຍເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ.
ຜູ້ຊາຍທຸກໆຄົນໃນຄອບຄົວປະໂຣຫິດກິນຊີ້ນສັດທີ່ຖວາຍແລ້ວນັ້ນໄດ້, ແຕ່ຕ້ອງກິນໃນບ່ອນສັກສິດ ເພາະເປັນເຄື່ອງບໍຣິສຸດທີ່ສຸດ.