Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 5:9 - ພຣະຄຳພີສັກສິ

9 ແລະ​ຊິດ​ເລືອດ​ບາງ​ສ່ວນ​ໃສ່​ຂ້າງ​ແທ່ນບູຊາ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ບີບ​ໃຫ້​ມັນ​ໄຫລ​ໃສ່​ຕີນ​ແທ່ນ. ອັນນີ້ ແມ່ນ​ພິທີ​ຖວາຍ​ລຶບລ້າງ​ບາບ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 5:9
12 Jak'a apnaqawi uñst'ayäwi  

ເພາະ​ເຫັນ​ແກ່​ຄວາມ​ຊອບທຳ​ຂອງ​ພຣະອົງ ພຣະເຈົ້າຢາເວ​ຊົງ​ພໍພຣະໄທ ທີ່​ຈະ​ເຊີດຊູ​ກົດບັນຍັດ ແລະ​ເຮັດ​ໃຫ້​ກົດບັນຍັດ​ນັ້ນ​ມີ​ກຽດ.


ປະໂຣຫິດ​ຈະ​ຕ້ອງ​ນຳ​ນົກ​ນັ້ນ​ມາ​ທີ່​ແທ່ນບູຊາ ບິດ​ຄໍ​ນົກ​ໃຫ້​ຕາຍ ແລະ​ເຜົາ​ຫົວ​ນົກ​ເທິງ​ແທ່ນບູຊາ, ບີບ​ເລືອດ​ນົກ​ໃຫ້​ໄຫຼ​ອອກ​ທາງ​ຂ້າງ​ແທ່ນບູຊາ.


ລາວ​ຈະ​ຕ້ອງ​ຂ້າປາດຄໍ​ງົວເຖິກ​ຢູ່​ທີ່​ນັ້ນ ແລະ​ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ຈະ​ຖວາຍ​ເລືອດ​ສັດ​ນັ້ນ ແລ້ວ​ຖອກ​ເລືອດ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ ທີ່​ຕັ້ງ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ເພິ່ນ​ຈະ​ຕ້ອງ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ທັງຫລາຍ​ຂອງ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖອກ​ເລືອດ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາບູຊາ. ແທ່ນ​ນີ້​ຢູ່​ທາງ​ປະຕູເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.


ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ນັ້ນ ແລະ​ທາ​ມັນ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ສ່ວນ​ເລືອດ​ທີ່​ເຫຼືອ ໃຫ້​ເພິ່ນ​ຖອກ​ໃສ່​ຕີນ​ແທ່ນ​ນັ້ນ.


ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ສັດ ແລະ​ທາ​ມັນ​ໃສ່​ຍອດ​ແທ່ນ​ທີ່​ແຈ​ຂອງ​ແທ່ນ​ບູຊາ ແລະ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ໃສ່​ຕີນ​ຂອງ​ແທ່ນ​ນັ້ນ.


ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ ແລະ​ທາ​ມັນ​ໃສ່​ຍອດ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ແລະ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ຂອງ​ແທ່ນ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ຂອງ​ແຈ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ເພິ່ນ​ຈະ​ຖອກ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາ​ຖວາຍບູຊາ ແທ່ນ​ນີ້​ຢູ່​ໃກ້​ປະຕູເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ສັດ​ທີ່​ຈະ​ຖວາຍ​ນີ້​ຕ້ອງ​ໃຫ້​ຂ້າປາດຄໍ​ທາງ​ດ້ານ​ເໜືອ​ຂອງ​ແທ່ນບູຊາ ບ່ອນ​ຂ້າ​ສັດ​ເພື່ອ​ຖວາຍບູຊາ​ດ້ວຍ​ໄຟ ແລະ​ໃຫ້​ຖອກ​ເລືອດ​ສັດ​ໃສ່​ທັງ​ສີ່​ດ້ານ​ຂອງ​ແທ່ນ.


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ດ້ວຍວ່າ, ໃນ​ການ​ທີ່​ພຣະເຈົ້າ​ຈະ​ຊົງ​ພາ​ບຸດ​ຫລວງຫລາຍ​ໄປ​ສູ່​ສະຫງ່າຣາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ຢູ່​ແລ້ວ ທີ່​ພຣະເຈົ້າ ຜູ້​ຊຶ່ງ​ທຸກສິ່ງ​ດຳລົງ​ຢູ່​ໂດຍ​ພຣະອົງ ແລະ​ເພື່ອ​ພຣະອົງ ຈະ​ຊົງ​ໃຫ້​ຜູ້ນຳ​ທາງ​ຄວາມ​ລອດພົ້ນ​ໃຫ້​ເຂົາ​ເຫຼົ່ານັ້ນ ໃຫ້​ເຖິງ​ທີ່​ສຳເລັດ​ໂດຍ​ການ​ທົນທຸກ​ທໍລະມານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka