Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 5:7 - ພຣະຄຳພີສັກສິ

7 ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ແກະ​ຫລື​ແບ້​ໂຕໜຶ່ງ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເປັນ​ຄ່າ​ຊົດໃຊ້​ບາບ​ຂອງຕົນ​ຄື: ໂຕໜຶ່ງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 5:7
24 Jak'a apnaqawi uñst'ayäwi  

ເມື່ອ​ກຳນົດ​ຊຳລະຕົວ​ໃຫ້​ບໍຣິສຸດ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ບໍ່​ວ່າ​ໄດ້​ລູກ​ຜູ້ຍິງ​ຫລື​ລູກ​ຜູ້ຊາຍ​ກໍດີ ນາງ​ຈະ​ຕ້ອງ​ນຳ​ລູກແກະ​ອາຍຸ​ໜຶ່ງ​ປີ ມາ​ໃຫ້​ປະໂຣຫິດ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ເພື່ອ​ເຮັດ​ພິທີ​ເຜົາ​ຖວາຍບູຊາ ແລະ​ນົກ​ກາງແກ​ຫລື​ນົກເຂົາ​ໜຶ່ງ​ໂຕ ເພື່ອ​ຖວາຍບູຊາ​ລຶບລ້າງ​ບາບ.


ຖ້າ​ນາງ​ບໍ່​ສາມາດ​ຖວາຍ​ລູກແກະ​ໄດ້ ຕ້ອງ​ໃຫ້​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ສອງ​ໂຕ​ມາ; ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ ແລະ​ອີກ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ປະໂຣຫິດ​ຈະ​ຖວາຍບູຊາ​ຊຳລະ​ມົນທິນ​ໃຫ້​ແກ່​ນາງ ແລະ​ຍິງ​ນັ້ນ​ກໍ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ຕໍ່ມາ ປະໂຣຫິດ​ຕ້ອງ​ເອົາ​ນົກເຂົາ ຫລື​ນົກ​ກາງແກ​ຕາມ​ທີ່​ຫາ​ມາ​ໄດ້​ນັ້ນ​ມາ​ຖວາຍ.


ເປັນ​ເຄື່ອງ​ຖວາຍ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ນັ້ນ​ເປັນ​ເຄື່ອງ​ເຜົາບູຊາ​ດ້ວຍໄຟ ຖວາຍ​ກັບ​ພືດຜົນ​ເປັນເມັດ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ຂອງ​ຜູ້​ຮັບ​ການ​ຊຳລະ​ຕໍ່ໜ້າ​ພຣະເຈົ້າຢາເວ.


ປະໂຣຫິດ​ຈະ​ຖວາຍ​ນົກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ແລະ​ໂຕໜຶ່ງ​ອີກ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ. ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ນາງ​ໃຫ້​ໝົດ​ມົນທິນ​ຕາມ​ກົດບັນຍັດ​ຕໍ່ໜ້າ​ພຣະເຈົ້າຢາເວ.


ສ່ວນ​ຊຸມຊົນ​ອິດສະຣາເອນ​ນັ້ນ​ຈະ​ຕ້ອງ​ນຳ​ແບ້ເຖິກ​ສອງ​ໂຕ ມາ​ໃຫ້​ອາໂຣນ​ເພື່ອ​ຖວາຍ​ລຶບລ້າງ​ບາບ ແລະ​ແກະເຖິກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ໄດ້​ບະບົນ​ໄວ້​ນັ້ນ​ເປັນ​ຄົນ​ຍາກຈົນ ແລະ​ບໍ່​ສາມາດ​ຈ່າຍ​ຕາມ​ອັດຕາ​ກຳນົດ​ໄວ້​ໄດ້ ຕ້ອງ​ໃຫ້​ນຳ​ຜູ້ນັ້ນ​ໄປ​ຫາ​ປະໂຣຫິດ ເພື່ອ​ວ່າ​ເພິ່ນ​ຈະ​ວາງ​ອັດຕາ​ໃໝ່​ໃຫ້​ຕາມ​ຄວາມ​ສາມາດ​ທີ່​ລາວ​ຈະ​ຈ່າຍ​ໄດ້.


ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ແປ້ງ​ໜຶ່ງ​ກິໂລກຼາມ ມາ​ຖວາຍ​ເປັນ​ການ​ລຶບລ້າງ​ບາບ. ລາວ​ບໍ່​ຕ້ອງ​ເອົາ​ນໍ້າມັນ​ໝາກກອກເທດ ຫລື​ເຄື່ອງຫອມ​ໃສ່​ໃນ​ແປ້ງ​ນັ້ນ ເພາະວ່າ​ແມ່ນ​ການ​ຖວາຍ​ລຶບລ້າງ​ບາບ ແລະ​ບໍ່ແມ່ນ​ການ​ຖວາຍ​ພືດຜົນ​ເປັນເມັດ.


ຕໍ່ໄປນີ້ ແມ່ນ​ລະບຽບ​ການ​ສຳລັບ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ ຊຶ່ງ​ເປັນ​ການ​ຖວາຍ​ອັນ​ສັກສິດ​ທີ່ສຸດ.


ແລ້ວ​ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ນຳ​ແບ້ເຖິກ​ໂຕໜຶ່ງ ມາ​ຖວາຍ​ເພື່ອ​ລຶບລ້າງ​ບາບ ພ້ອມ​ທັງ​ລູກ​ງົວເຖິກ​ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ແນວ​ລະ​ໂຕ. ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ເປັນ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ


“ເມື່ອ​ປະຊາຊົນ​ອິດສະຣາເອນ ຜູ້ໃດ​ຜູ້ໜຶ່ງ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ແລະ​ເຮັດ​ຜິດ​ຕໍ່​ຜູ້ໜຶ່ງ​ຜູ້ໃດ


ໃນ​ວັນ​ທີ​ແປດ ລາວ​ຈະ​ຕ້ອງ​ນຳ​ນົກເຂົາ​ຫລື​ນົກ​ກາງແກ​ແນວ​ລະ​ສອງ​ໂຕ ມາ​ໃຫ້​ປະໂຣຫິດ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ປະໂຣຫິດ​ຈະ​ຕ້ອງ​ຖວາຍ​ໂຕໜຶ່ງ​ເພື່ອ​ເປັນ​ການ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ຈະ​ຕ້ອງ​ເຜົາບູຊາ​ເພື່ອ​ປະກອບ​ພິທີ​ຊຳລະ​ຕົວ​ໃຫ້​ບໍຣິສຸດ ຍ້ອນ​ແຕະຕ້ອງ​ຊາກສົບ. ນັບ​ແຕ່​ວັນ​ນັ້ນ​ເປັນ​ຕົ້ນ​ໄປ ຊາຍ​ຄົນ​ນີ້​ຈະ​ຮັກສາ​ຜົມ​ຂອງ​ລາວ​ໃຫ້​ສັກສິດ​ອີກ​ໃໝ່


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ຂັບໄລ່​ບັນດາ​ຄົນ​ຊື້​ຂາຍ​ໃນ​ທີ່ນັ້ນ​ອອກ​ໄປ ແລະ​ຂວໍ້າ​ໂຕະ​ຂອງ​ຄົນ​ແລກປ່ຽນ​ເງິນ​ກັບ​ບ່ອນ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ.


ເມື່ອ​ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ​ແລ້ວ ພຣະອົງ​ກໍ​ຂຶ້ນ​ຈາກ​ນໍ້າ ໃນ​ທັນໃດນັ້ນ ຟ້າ​ສະຫວັນ​ກໍ​ໄຂ​ອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານ​ຂອງ​ພຣະເຈົ້າ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.


ໂຢເຊັບ​ກັບ​ມາຣີ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ ຕາມ​ທີ່​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ໄວ້​ເຊັ່ນກັນ ຄື​ນົກເຂົາ​ຄູ່​ໜຶ່ງ ຫລື​ນົກ​ກາງແກ​ໜຸ່ມ​ສອງ​ໂຕ.


ເພາະວ່າ ຖ້າ​ມີ​ນໍ້າໃຈ​ພ້ອມ​ຢູ່​ແລ້ວ ພຣະເຈົ້າ​ກໍ​ຊົງ​ພໍພຣະໄທ​ທີ່​ຈະ​ຊົງ​ຮັບ​ຕາມ​ທີ່​ທຸກຄົນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ພວກເຂົາ​ບໍ່ມີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka