ລະບຽບ^ພວກເລວີ 5:6 - ພຣະຄຳພີສັກສິ6 ແລະເພື່ອເປັນການໄຖ່ໂທດສຳລັບບາບນັ້ນ ລາວຕ້ອງນຳແກະແມ່ຫລືແບ້ແມ່ໂຕໜຶ່ງ ມາຖວາຍແກ່ພຣະເຈົ້າຢາເວ. ປະໂຣຫິດຈະເປັນຜູ້ຖວາຍບູຊາເພື່ອລຶບລ້າງບາບຂອງລາວ. Uka jalj uñjjattʼäta |
ຊາຍຄົນນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ອາຄານທັງສອງຫລັງນີ້ສັກສິດ. ບັນດາປະໂຣຫິດທີ່ເຂົ້າໄປຢູ່ຊ້ອງໜ້າພຣະເຈົ້າຢາເວ ກິນເຄື່ອງຖວາຍອັນສັກສິດບໍຣິສຸດຢູ່ໃນຕຶກເຫຼົ່ານັ້ນ. ເພາະຫ້ອງຕ່າງໆນັ້ນສັກສິດ ບັນດາປະໂຣຫິດຈະວາງເຄື່ອງຖວາຍອັນສັກສິດທີ່ສຸດໄວ້ໃນທີ່ນັ້ນ ເຊັ່ນ: ເຄື່ອງຖວາຍພືດຜົນເປັນເມັດກັບເຄື່ອງຖວາຍສຳລັບລຶບລ້າງບາບ ຫລືເຄື່ອງຖວາຍເພື່ອຊົດໃຊ້ແທນຄືນ.
ແລ້ວເພິ່ນກໍຈະປາດເອົາໄຂມັນທັງໝົດຂອງສັດໂຕນັ້ນອອກ ດັ່ງປາດເອົາໄຂມັນຂອງສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ ແລະເພິ່ນຈະຕ້ອງເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາ ໃຫ້ກິ່ນຫອມຫວນເປັນທີ່ພໍໃຈພຣະເຈົ້າຢາເວ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາເພື່ອລຶບລ້າງບາບຂອງລາວ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.
ແລ້ວເພິ່ນກໍຈະປາດເອົາໄຂມັນທັງໝົດຂອງສັດໂຕນັ້ນອອກ ດັ່ງປາດເອົາໄຂມັນຂອງແກະທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ ແລະປະໂຣຫິດກໍຈະເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາດ້ວຍໄຟ ເປັນການຖວາຍອາຫານແກ່ພຣະເຈົ້າຢາເວ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.